ຕອນເຊົ້າວັນທີ 6 ທັນວາ 2017, ທີ່ຫໍວັດທະນະທຳແຫ່ງຊາດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ສຳນັກຂ່າວສານ ຫວຽດນາມ (VNA) ສົມທົບກັບ ສຳນັກຂ່າວສານປະເທດ ລາວ (KPL) ຈັດຕັງພິທີໄຂງານວາງສະແດງຮູບພາບ: “ສາຍພົວພັນ ຫວຽດນາມ -ລາວໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນຳ້ລຳເຊ” ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ສາຍພົວພັນການທູດ (5/9/1962-5/9/2017), 40 ປີ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ (18/7/1977-18/7/2017) ແລະ ຕ້ອນຮັບປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ 2017.
ງານວາງສະແດງລວມມີຮູບຖ່າຍທີ່ຊົງຄຸນຄ່າສີ ແລະ ຂາວດຳກວ່າ 100 ໃບໂດຍບັນດານັກຂ່າວ VNA ຖ່າຍໄວ້, ໃນນັ້ນ ມີຮູບຖ່າຍປະທານ ໂຮ່ຈີມິນ ໃນການພົບປະ, ໂອ້ລົມ ສົນທະນາກັບປະທານ ສຸພານຸວົງ ຢູ່ເຂດຕໍ່ຕ້ານ ວຽດບັກ, ພາບຖ່າຍປະທານ ໂຮ່ຈີມິນ ພົບປະກັບເລຂາທິການໃຫຍ່ ໄກສອນ ພົມວິຫານ ຢູ່ ຮ່າໂນ້ຍ ເມື່ອປີ 1966.
ພາບລວມໃນພິທີໄຂງານວາງສະແດງ. (ພາບ: ຟ້າມກຽນ/VNA)
ທ່ານ ຫງວຽນດຶກເລີ້ຍ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ (ເບື້ອງຂວາ) ພ້ອມກັບແຂກຜູ້ມີກຽດ ເຂົ້າຢ້ຽມຊົມງານວາງສະແດງ. (ພາບ: ຟ້າມກຽນ/VNA)
|
ກ່າວປາໄສໃນພິທີໄຂງານວາງສະແດງ, ທ່ານ ຫງວຽນດຶກເລີ້ຍ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ເນັ້ນໜັກວ່າ ປີ 2017 ມີຄວາມໝາຍພິເສດສຳລັບສາຍພົວພັນ ຫວຽດນາມ-ລາວ ເມື່ອສອງປະເທດໄດ້ຈັດຕັ້ງຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 55 ປີແຫ່ງ ວັນສ້າງຕັ້ງສາຍພົວພັນການທູດ (5/9/1962-5/9/2017), 40 ປີ ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ (18/7/1977-18/7/2017).
ເປັນສອງສຳນັກຂ່າສານຂອງ ຫວຽດນາມ ແລະ ລາວ, ດ້ວຍຄວາມປາດຖະໜາຈະໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີສາມັກຄີ ມິດຕະພາບ ຫວຽດນາມ-ລາວ 2017, VNA ສົມທົບກັບ KPL ຈັດຕັງງານວາງສະແດງຮູບພາບ: “ສາຍພົວພັນ ຫວຽດນາມ -ລາວໜັກແໜ້ນ, ຍືນຍົງກວ່າ ພູເຂົາກ້າ, ກວ່າແມ່ນຳ້ລຳເຊ” ເພື່ອນຳມາໃຫ້ພະນັກງານ, ປະຊາຊົນ ລາວ ແລະ ເພື່ອນມິດສາກົນ ທີ່ວຽງຈັນ ບັນດາຮູບພາບທີ່ສວຍງາມ, ບັນດາຮູບພາຍທີ່ສ່ອງແສງຢ່າງຮອບດ້ານ ສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄດ້ເນັ້ນໜັກວ່າ: ງານວາງສະແດງຮູບພາບ ໃນຄັ້ງນີ້, ສະແດງໃຫ້ເຫັນເຖິງໝາກຜົນ ແລະ ໄຊຊະນະແຫ່ງການພົວພັນຮ່ວມມື ທີ່ເປັນມູນເຊື້ອລະຫວ່າງສອງປະເທດລາວ-ຫວຽດນາມ, ທັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນຮ່ວມມືຢ່າງ ສະໜິດແໜ້ນ ລະຫວ່າງ ສຳນັກຂ່າວສານປະເທດລາວລາວ ແລະ ສຳນັກຂ່າວສານຫວຽດນາມ ທີ່ມີມາແຕ່ດົນນານ.
ຢ່າງໃດ້ກໍຕາມ, ສຳນັກຂ່າວສານຫວຽດນາມ ກໍໄດ້ໃຫ້ການຊ່ວຍເຫລືອຢູ່ຄຽງບ່າຄຽງໄຫຼ່ ກັບຂ່າວສານປະເທດລາວ ມາໂດຍຕະຫຼອດ, ເຊິ່ງການຊ່ວຍເຫຼືອເຊິ່ງກັນ ແລະ ກັນດັ່ງກ່າວ, ໄດ້ກາຍເປັນປັດໄຈສຳຄັນເພື່ອກະຕຸກຊຸກຍູ້ ໃຫ້ວຽກງານຂ່າວສານ ຂອງສອງປະເທດ ລາວ-ຫວຽດນາມ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫລອດກາລະນານ.
ຫຼັງຈາກງານວາງສະແດງອັດລົງເມື່ອວັນທີ 9 ທັນວາ, ຮູບພາບ ທັງໝົດນີ້ ຈະໄດ້ VNA ມອບໃຫ້ KPL ເພື່ອເຮັດເປັນຂໍ້ມູນເອກະສານຮັບໃຊ້ໃຫ້ແກ່ວຽກງານເຜີຍແຜ່ໂຄສະນາກ່ຽວກັບສາພົວພັນພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ປະຕິບັດ: VNA/VNP