ຂ່າວສານ

VITM ຟື້ນຟູການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ ວັນອາທິດ ທີ 10 ເມສາ ຄ.ສ. 2022 | 8:36:14

ໂດຍໄດ້ກັບຄືນສູ່ການເຄື່ອນໄຫວຢ່າງເປັນທາງການພາຍຫຼັງຖືກຢຸດສະຫງັກມາເປັນເວລາ 2 ປີ ຍ້ອນໂລກລະບາດໂຄວິດ - 19, ງານຕະຫຼາດນັດການທ່ອງທ່ຽວສາກົນຫວຽດນາມ (VITM) ຮ່າໂນ້ຍ 2022 ໄດ້ຮັບຖືວ່າແມ່ນເຫດການເປີດສາກໃຫ້ແກ່ໄລຍະໃໝ່ຂອງຂະແໜງການທ່ອງທ່ຽວຫວຽດນາມ, ເຊິ່ງແມ່ນໄລຍະໄດ້ຮັບການຄາດຄະເນວ່າຈະມີການຜັນປ່ຽນແລະຟື້ນຟູຢ່າງແຮງ, ຫັນຂະແໜງການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງຫວຽດນາມ, ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ.
  ງານຕະຫຼາດນັດການທ່ອງທ່ຽວສາກົນຫວຽດນາມ (VITM) ຮ່າໂນ້ຍ 2022  

 ດ້ວຍຫົວຂໍ້ “ສະພາບການປົກກະຕິໃໝ່ - ກາລະໂອກາດໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວຫວຽດນາມ”. ງານຕະຫຼາດນັດ VITM ຮ່າໂນ້ຍປີນີ້ ມີຫລາຍອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວທີ່ມາຈາກ 52 ແຂວງ, ນະຄອນໃນທົ່ວປະເທດແລະ ວິສາຫະກິດທ່ອງທ່ຽວມາຈາກ 6 ປະເທດແລະເຂດແຄ້ວນນັ້ນແມ່ນ: ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ມາເລເຊຍ, ໄຕ້ຫວັນ (ຈີນ) ແລະຕວັກກີ ດ້ວຍຮ້ານວາງສະແດງປະມານ 320 ຮ້ານເຊິ່ງວາງສະແດງ, ແນະນຳຜະລິດຕະພັນການທ່ອງທ່ຽວຫຼາຍຢ່າງຂອງຫວຽດນາມແລະຕ່າງປະເທດ, ເຮັດໃຫ້ແຂກທີ່ເຂົ້າຊົມເຫັນໄດ້ຢ່າງຕັ້ງໜ້າຕໍ່ຂະແໜງທ່ອງທ່ຽວໃນໄລຍະຈະມາເຖິງ.

ງານຕະຫຼາດນັດ VITM ຄັ້ງນີ້ແມ່ນສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ດ້ວຍການຜັນຂະຫຍາຍໂຄງການຟື້ນຟູການທ່ອງທ່ຽວຫວຽດນາມອີງໃສ່ພື້ນຖານຊຸກຍູ້ການທ່ອງທ່ຽວພາຍໃນປະເທດໃຫ້ພັດທະນາໂດຍໄວ, ຟື້ນຟູການທ່ອງທ່ຽວ Inbound ແລະ Outbound. ງານຕະຫຼາດນັດຍັງສ້າງກາລະໂອກາດໃຫ້ແກ່ບັນດາອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວແລະບັນດາວິສາຫະກິດພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບມາດຕະການຟື້ນຟູ. ໃນນັ້ນໄດ້ສຸມໃສ່ການສ້າງຜະລິດຕະພັນທ່ອງທ່ຽວທີ່ປອດໄພ, ປົກປັກຮັກສາສິ່ງແວດລ້ອມ, ເຊື່ອມຕໍ່ການໂຄສະນາຜະລິດຕະພັນທີ່ມີມູນຄ່າ, ເປັນເອກະລັກສະເພາະແລະດຶງດູດໃຈ. ທ່ານນາງຫງວຽນຮ່ວາຍທູ ຮອງຜູ້ອຳນວຍການ ບໍລິສັດທ່ອງທ່ຽວ Saigon Tourist ຮ່າໂນ້ຍໃຫ້ຮູ້ວ່າ:

VITM 2022 ແມ່ນການເຄື່ອນໄຫວປະຈຳປີແລະ Saigon Tourist ໄດ້ເຂົ້າຮ່ວມ 9 ປີຢ່າງລຽນຕິດແລ້ວດ້ວຍງານຕະຫຼາດນັດປີ 2022 ຄັ້ງນີ້ພວກຂ້າພະເຈົ້າກໍ່ຫວັງວ່ານີ້ແມ່ນກາລະໂອກາດເພື່ອສ້າງກຳລັງໜູນກ່ຽວກັບການທ່ອງທ່ຽວພາຍໃນປະເທດການທ່ອງທ່ຽວສາກົນໃນລະດູຮ້ອນນີ້ພວກຂ້າພະເຈົ້າກຳນົດທິດໃຫ້ແຂກທ່ອງທ່ຽວກ່ຽວກັບຜະລິດຕະພັນທີ່ອຸດົມສົມບູນດ້ວຍນະໂຍບາຍພິເສດ40% ເພື່ອໃຫ້ແຂກທ່ອງທ່ຽວອາດຈະເລືອກເອົາບັນດາ tour ທ່ອງທ່ຽວທີ່ເໝາະສົມກັບຄວາມຕ້ອງການຂອງຕົນໄປຄຽງຄູ່ກັນນັ້ນພວກຂ້າພະເຈົ້າຍາມໃດກໍ່ເປີດກວ້າງການບໍລິການເມື່ອຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນບັນດາຜະລິດຕະພັນຂອງພວກຂ້າພະເຈົ້າມີຄວາມຫຼາກຫຼາຍພໍສົມຄວນນັບແຕ່ເຂດທະເລໝູ່ເກາະຕະຫຼອດຮອດເຂດພູພຽງແລະບັນດາມໍລະດົກວັດທະນະທຳຢູ່ຫວຽດນາມກໍ່ຄືສະຖານທີ່ທ່ອງທ່ຽວຢູ່ຕ່າງປະເທດ.

ໄປຄຽງຄູ່ກັນນັ້ນ, ເມື່ອເຂົ້າຮ່ວມງານຕະຫຼາດນັດປີນີ້ບັນດາບໍລິສັດການທ່ອງທ່ຽວທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດຍັງມີກາລະໂອກາດຊອກຫາຄູ່ຮ່ວມມືພ້ອມກັນພັດທະນາການທ່ອງທ່ຽວ, ຍູ້ແຮງທ່າໄດ້ປຽບໃນການເຊື່ອມຕໍ່ການທ່ອງທ່ຽວ ເສີມຂະຫຍາຍບັນດາຈຸດທີ່ມີທ່າແຮງໃຫ້ດີທີ່ສຸດ, ແກ້ໄຂຈຸດອ່ອນຂອງແຕ່ລະໜ່ວຍງານ. ດ້ວຍທ່າໄດ້ປຽບໃນການເຊື່ອມຕໍ່ພັດທະນາການທ່ອງທ່ຽວ, ຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດແລະສາກົນ. ທ່ານນາງຫງວຽນທິເລືອງ, ຜູ້ອຳນວຍການດຳເນີນທຸລະກິດບໍລິສັດໂສມງອກລິງ ກອມຕູມ ແບ່ງປັນວ່າ:

ມາເຂົ້າຮ່ວມງານຕະຫຼາດນັດມື້ນີ້ຂ້າພະເຈົ້າມີຄວາມປາດຖະໜາຢາກເຊື່ອມຕໍ່ບັນດາບັນດາບໍລິສັດການທ່ອງທ່ຽວເພື່ອເພີ່ມທະວີການໂຄສະນາກ່ຽວກັບຜະລິດຕະພັນໂສມງອກລິງກອມຕູມນອກຈາກນັ້ນພວກຂ້າພະເຈົ້າກໍ່ພວມມຸ່ງໄປເຖິງການພັດທະນາການທ່ອງທ່ຽວທຳມະຊາດເພາະສະນັ້ນພວກຂ້າພະເຈົ້າມີຄວາມປາດຖະໜາຢາກຮ່ວມມືກັບບັນດາຄູ່ຮ່ວມມືກ່ຽວກັບຂົງເຂດການຄ້າການທ່ອງທ່ຽວເພື່ອແນໃສ່ຊຸກຍູ້ການຊົມໃຊ້ໂຄສະນາແລະພັດທະນາຜະລິດຕະພັນຂອງຕົນ.

ໜຶ່ງໃນບັນດາຈຸດພົ້ນເດັ່ນເຊິ່ງງານຕະຫຼາດນັດມຸ່ງໄປເຖິງໃນຄັ້ງນີ້ແມ່ນການຫັນເປັນດີຈີຕອນ. ດ້ວຍເປົ້າໝາຍຊ່ວຍໃຫ້ບັນດາວິສາຫະກິດຍົກສູງຄວາມຮັບຮູ້ລວມກ່ຽວກັບບົດບາດ, ລະດັບຄວາມສຳຄັນຂອງການຫັນເປັນດີຈີຕອນໃນການທ່ອງທ່ຽວ, ເສີມຂະຫຍາຍກຳລັງແຮງຂອງການຫັນເປັນດີຈີຕອນໜູນຊ່ວຍຂະແໜງທ່ອງທ່ຽວຟື້ນຟູແລະ ພັດທະນາໃນໄລຍະຈະມາເຖິງ. ຢູ່ຫວຽດນາມ, ການຫັນເປັນດີຈີຕອນແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດເຊິ່ງໄດ້ຮັບຮອງເອົາຜ່ານການປະກາດໃຊ້ບາງເອກະສານ, ມະຕິໃນນັ້ນໄດ້ເນັ້ນໜັກເຖິງການບູລິມະສິດໃຫ້ແກ່ການພັດທະນາການທ່ອງທ່ຽວດີຈີຕອນ, ການທ່ອງທ່ຽວອັດສະລິຍະແມ່ນຂົງເຂດທີ່ມີການກຽມພ້ອມຢູ່ລະດັບສູງ. ຢູ່ທີ່ນີ້, ບັນດາວິສາຫະກິດອາດຈະແລກປ່ຽນເຊິ່ງກັນແລະກັນກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ຮັບຮູ້ກ່ຽວກັບການຫັນເປັນດີຈີຕອນໃນການທ່ອງທ່ຽວ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງແຂກທ່ອງທ່ຽວໃນສະພາບການດີຈີຕອນ, ພັດທະນາລະບົບ ການທ່ອງທ່ຽວອັດສະລິຍະຢ່າງຄົບຊຸດແລະຮອບດ້ານ, ນຳໃຊ້ການຫັນເປັນດີຈີຕອນໃນວຽກງານຄຸ້ມຄອງ. ກ່ຽວກັບບັນຫານີ້, ທ່ານນາງເຢືອງກິມຈວ່ຽນ, ນັກຊ່ຽວຊານສົ່ງເສີມການທ່ອງທ່ຽວຂຶ້ນກັບສູນການສົ່ງເສີມລົງທຶນການທ່ອງທ່ຽວແຂວງກາເມົາແບ່ງປັນວ່າ:

ປີ 2020 ແຂວງກ່າເມົາໄດ້ສ້າງປະຕູຖານຂໍ້ມູນສະຖານທີ່ທ່ອງທ່ຽວຢູ່ກາເມົາເພື່ອສະໜອງບັນດາຂໍ້ມູນກ່ຽວກັບສະຖານທີ່ທ່ອງທ່ຽວອາຫານທີ່ມີຊື່ສຽງບັນດາຫົວໜ່ວຍສະໜອງການບໍລິການຂອງກາເມົາໃຫ້ແກ່ແຂກທ່ອງທ່ຽວເພື່ອຊ່ວຍໃຫ້ແຂກທ່ອງທ່ຽວມີຄວາມສະດວກໃນການຢ້ຽມຊົມທ່ອງທ່ຽວທີ່ບັນດາສະຖານທີ່ທ່ອງທ່ຽວທາງແຂວງກາເມົາຍັງຕິດຕັ້ງລະຫັດ QR ເພື່ອນຳແຂກທ່ອງທ່ຽວເຂົ້າເຖິງເວັບໄຊທາງການຂອງແຂວງແລະໃນປີ 2022 ນີ້ແຂວງກາເມົາຈະມຸ່ງໄປເຖິງການສ້າງບັນດາສະຖານທີ່ທ່ອງທ່ຽວຮູບແບບ 3D ເພື່ອໃຫ້ແຂກທ່ອງທ່ຽວມີການລົງພຶດຕິກຳຢ່າງຈະແຈ້ງທີ່ສຸດກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ.

ໜຶ່ງໃນບັນດາການເຄື່ອນໄຫວທຳອິດໄດ້ສ້າງຂີດໝາຍແຫ່ງຈຸດເວລາເລີ່ມຕົ້ນການຟື້ນຟູ ແລະ ພັດທະນາການທ່ອງທ່ຽວຫວຽດນາມ, ງານຕະຫຼາດນັດ VITM ຮ່າໂນ້ຍຄັ້ງນີ້ ໄດ້ຮັບຖືກວ່າ ແມ່ນບາດກ້າວຜັນປ່ຽນຢ່າງແຮງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ກໍ່ຄືຊຸກຍູ້ການເຄື່ອນໄຫວທ່ອງທ່ຽວໃນທົ່ວປະເທດ, ສ້າງທ່າຟື້ນຟູຢ່າງແຮງຂອງການທ່ອງທ່ຽວ, ຫັນການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນໄລຍະຈະມາເຖິງ.


top