ຂ່າວສານ

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕາມ​ຂໍ້​ມູນ​ຈາກ Companies Market Cap ແລ້ວ, ຄູນ​ຄ່າ​ໃນ​ຕະຫຼາດຫຼັກ​ຊັບ​ຂອງ Vingroup ປັດ​ຈຸ​ບັນ​ຢືນ​​ອັນ​ດັບ​ທີ 4 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖັດ​ຈາກ DBS Group (Singapore), Delta Electronics (ໄທ) ແລະ OCBC (Singapore).

  ພາບ​ປະ​ກອບ: vnbusiness.vn  
ດ້ວຍ​ເລື່ອງ ຫຸ້ນ VIC ເພີ່ມ​ຂຶ້ນ​ເກືອບ 60%ໃນ 1 ​ເດືອນ​ຜ່ານ​ມາ, ກຸ່ມ​ບໍ​ລິ​ສັດ Vingroup (ຫວຽດ​ນາມ) ໄດ້​ລອດ​ເຂົ້າ top 5 ບໍ​ລິ​ສັດ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບມູນ​ຄ່າ​ຕະຫຼາດ​ຂອງ​ໃບ​ຫຸ້ນ​ທັງ​ໝົດ. ມູນ​ຄ່າ​ຕະຫຼາດ​ທັງ​ໝົດຂອງກຸ່ມ​ບໍ​ລິ​ສັດ​ນີ້​ບັນ​ລຸ​ປະ​ມານກວ່າ 60 ຕື້ USD, ​ນຳໜ້າ​​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ. ຕາມ​ຂໍ້​ມູນ​ຈາກ Companies Market Cap ແລ້ວ, ຄູນ​ຄ່າ​ໃນ​ຕະຫຼາດຫຼັກ​ຊັບ​ຂອງ Vingroup ປັດ​ຈຸ​ບັນ​ຢືນ​​ອັນ​ດັບ​ທີ 4 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖັດ​ຈາກ DBS Group (Singapore), Delta Electronics (ໄທ) ແລະ OCBC (Singapore). ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ມີ​ວິ​ສາ​ຫະ​ກິດ ຫວຽດ​ນາມ ລອດ​ເຂົ້າ top​ພາກ​ພື້ນ​ດ້ວຍດັດ​ຊະ​ນີ​ນີ້. Vingroup ແມ່ນ​ກຸ່ມ​ບໍ​ລິ​ສັດຫຼາຍ​ຂະ​ແໜງ, ມີ​ການ​ເຄື່ອນ​ໄຫວ​ຢູ່ຫຼາຍ​ຂົງ​ເຂດ​ຄື​​ຜະ​ລິດ​ລົດ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຢີ, ອະ​ສັງ​ຫາ​ລິ​ມະ​ຊັບ, ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ, ​ເຫຼັກ​ກ້າ… ວິ​ສາ​ຫະ​ກິດ​ນີ້​ໂດຍ​ເສດ​ຖີ ຟ້າມ​ເຍິດ​ເວື້ອງ ສ້າ​ງ​ຕັ້ງ​ເມື່ອ​ປີ 1993.


top