ຂ່າວສານ

VINFAST ເປີດ​​ນຳ​ໃຊ້​ໂຮງ​ຈັກຜະ​ລິດລົດ​ເກັງ​ໄຟ​ຟ້າ​ຢູ່ ອິນ​ໂດ​ເນ​ເຊຍ

ວັນທີ 15 ທັນວາ, VinFast, ເຄື່ອງໝາຍການຄ້າລົດເກັງຂອງ ຫວຽດນາມ ໄດ້ເປີດນຳໃຊ້ໂຮງຈັກຜະລິດລົດເກັງໄຟຟ້າຢູ່ Subang, Java ຕາເວັນຕົກ, ອິນໂດເນເຊຍ, ເຊິ່ງເປັນຂີດໝາຍບາດກ້າວສຳຄັນໃນຍຸດທະສາດບຸລະນະຄວາມສາມາດຜະລິດທົ່ວໂລກໃຫ້ສົມບູນແບບ ແລະ ໃຫ້ຄຳໝັ້ນສັນຍາຍາວນານກັບຕະຫຼາດ ອິນໂດເນເຊຍ.
  ທ່ານ ຟ້າມແຊັງເຈົາ, ຜູ້ອຳນວຍການໃຫຍ່ VinFast ອາຊີ ກ່າວຄຳເຫັນທີ່ພິທີ  

ໂຮງຈັກຜະລິດລົດເກັງໄຟຟ້າ VinFast ຢູ່ Suban ໄດ້ນຳເຂົ້າເຄື່ອນໄຫວພາຍຫຼັງເວລາພຽງແຕ່ 17 ເດືອນ. ນີ້ແມ່ນໂຮງຈັກແຫ່ງທີ 4 ຂອງບໍລິສັດດັ່ງກ່າວ ທີ່ໄດ້ນຳເຂົ້າເຄື່ອນໄຫວໃນທົ່ວໂລກ, ທັງແມ່ນໂຮງຈັກທຳອິດຢູ່ ອິນໂດເນເຊຍ ແລະ ອາຊີຕາເວັນອອກສ່ຽງໃຕ້ (ຢູ່ນອກ ຫວຽດນາມ). ທ່ານ ຟ້າມແຊັງເຈົາ, ຜູ້ອຳນວຍການໃຫຍ່ VinFast ອາຊີ, ແບ່ງປັນວ່າ:

“ການເປີດນຳໃຊ້ໂຮງຈັກຢູ່ Subang ແມ່ນມີຄວາມໝາຍຍຸດທະສາດທີ່ມີລັກສະນະທົ່ວໂລກຂອງ VinFast ເພາະວ່ານີ້ແມ່ນຕະຫຼາດສຳຄັນ. ອິນໂດເນເຊຍ ແມ່ນປະເທດມີປະຊາກອນຫຼາຍທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້, ມີລະດັບການເຕີບໂຕສູງ, ດ້ວຍຄວາມມັກໃຫຍ່ໄຝ່ສູງ 8%. ລະດັບການເຕີບໂຕລົດໄຟຟ້າກໍສູງ, ສະນັ້ນ Vinfast ຕ້ອງຜັນຂະຫຍາຍການກໍ່ສ້າງໂຮງຈັກໃຫ້ສຳເລັດ ແລະ ປະຕິບັດຄຳໝັ້ນສັນຍາຂອງພວກຂ້າພະເຈົ້າ.”

ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ Airlangga Hartarto ລັດຖະມົນຕີຜູ່ປະສານງານດ້ານເສດຖະກິດ ອິນໂດເນເຊຍ ໄດ້ເນັ້ນໜັກເຖິງຂອບຂະໜາດ ຂອງໂຄງການດັ່ງກ່າວ, VinFast ຈະກາຍເປັນໜຶ່ງໃນບັນດາແກ່ນສານສຳຄັນ, ປະກອສ່ວນນຳ Subang ກາຍເປັນສູນອຸດສາຫະກຳລົດໄຟຟ້າໃໝ່ຂອງພາກພື້ນໃນໄລຍະຈະມາເຖິງ.


top