“ເຕັກໂນໂລຊີຈະກາຍເປັນພື້ນຖານທີ່ເຂັ້ມແຂງແລະເປັນເຄື່ອງມືສໍາລັບພວກເຮົາໃນການເຊື່ອມຕໍ່ກັບທໍາມະຊາດແບບຍືນຍົງ. ຈຸດໝາຍປາຍທາງຂອງພວກເຮົາແມ່ນອະນາຄົດອັນສວຍງາມຂອງທຸກໆຄົນ” - ຄໍາແນະນໍາຍັງເປັນການຢືນຢັນວິໄສທັດ ແລະ ຄວາມມຸ່ງມາດປາດຖະໜາຂອງ Vinfast, ບໍລິສັດລົດໄຟຟ້າ ໜຶ່ງດຽວຂອງຫວຽດນາມ ໃນພິທີເປີດຕົວລົດໃຫຍ່ໄຟຟ້າ 3ການສະແດງຕົວແບບລົດໄຟຟ້າຢູ່ Los Angeles Auto Show 2021. ພາບ: Vinfast
“ເຕັກໂນໂລຊີຈະກາຍເປັນພື້ນຖານທີ່ເຂັ້ມແຂງແລະເປັນເຄື່ອງມືສໍາລັບພວກເຮົາໃນການເຊື່ອມຕໍ່ກັບທໍາມະຊາດແບບຍືນຍົງ. ຈຸດໝາຍປາຍທາງຂອງພວກເຮົາແມ່ນອະນາຄົດອັນສວຍງາມຂອງທຸກໆຄົນ” - ຄໍາແນະນໍາຍັງເປັນການຢືນຢັນວິໄສທັດ ແລະ ຄວາມມຸ່ງມາດປາດຖະໜາຂອງ Vinfast, ບໍລິສັດລົດໄຟຟ້າ ໜຶ່ງດຽວຂອງຫວຽດນາມ ໃນພິທີເປີດຕົວລົດໃຫຍ່ໄຟຟ້າ 3ລຸ້ນ ທີ່Los Angeles Auto Show 2021.
1. ຫຼັງຈາກພິທີເປີດຕົວລົດໄຟຟ້າສອງລຸ້ນ VF e35 ແລະ VF e36 ທີ່ Los Angeles Auto Show 2021, ສື່ມວນຊົນສາກົນ ແລະ ວາລະສານທີ່ມີຊື່ສຽງກ່ຽວກັບ ລົດໃຫຍ່ ໄດ້ພ້ອມກັນລົງບົດກ່ຽວກັບ “ຜູ້ມາໃໝ່ Vinfast”, ດ້ວຍການວິເຄາະ ແລະ ກ່າວວ່າ “ມັນຈະເປັນການຜິດພາດຖ້າດູຖຸກຜູ້ມາໃໝ່”.
ໜັງສືພິມຫຼາຍສະບັບ ຍັງໃຫ້ຄວາມເຫັນວ່າ Vinfast ສາມາດສ້າງ ແຮງ “ກະຕຸກຊຸກຍູ້ທົ່ວໂລກ” ກ່ຽວກັບລົດໃຫຍ່ໄຟຟ້າ ແລະ ສຸດທ້າຍສາມາດກາຍເປັນຜູ້ບຸກເບີກໃນຕະຫຼາດລົດໄຟຟ້າ.
ນັກຂຽນ David Waterworth ຂອງ The Driven - ເວັບໄຊລົດໃຫຍ່ທີ່ມີຊື່ສຽງຂອງ ອົດສະຕຣາລີ ໄດ້ຊີ້ໃຫ້ເຫັນຄວາມແຕກຕ່າງທີ່ແທ້ຈິງທີ່ Vinfast ສ້າງຂຶ້ນເມື່ອທຽບໃສ່ກັບຄູ່ແຂ່ງທີ່ສໍາຄັນໃນຕະຫຼາດ.
ພິທີເປີດຕົວລົດໄຟຟ້າ 2 ລຸ້ນ VF e35 ແລະ VF e36 ທີ່ Los Angeles Auto Show 2021. ພາບ: Vinfast
ຄວາມແຕກຕ່າງທໍາອິດແມ່ນເຕັກໂນໂລຢີສະຫຼາດ. ຕາມຂ່າວແຈ້ງວ່າບໍລິສັດລົດຍົນຂອງ ຫວຽດນາມ ພວມຮ່ວມມືກັບບັນດາຄູ່ຮ່ວມມືໃນທົ່ວໂລກເຊັ່ນ:StoreDotຂອງ ອິດສະຣາແອນ ເພື່ອຖືເຕັກໂນໂລຊີສາກໄຟໄວ, ProLogium ເພື່ອຄົ້ນຄວ້າ ແລະ ຜະລິດໝໍ້ໄຟແຂງ, ມີທ່າໄດ້ປຽບຫຼາຍຢ່າງເມື່ອທຽບໃສ່ກັບໝໍໍ້ໄຟ lithium-ion ທໍາມະດາ.
AutoFutures - ເວັບໄຊສາກົນ ກ່ຽວກັບລົດໃຫຍ່ ຂອງ ອັງກິດ ໄດ້ກ່າວເຖິງທິດສະດີຖືລູກຄ້າເປັນໃຈກາງຂອງ VinFast ໃນອຸປະກອນເຕັກໂນໂລຢີທີ່ກ້າວໜ້າທີ່ສຸດຂອງບໍລິສັດດັ່ງກ່າວ. AutoFutures ເອົາຕົວຢ່າງກ່ຽວກັບຜູ້ຊ່ວຍvirtual ຂອງ VinFast ທີ່ມີຄວາມສາມາດເຂົ້າໃຈຫຼາຍພາສາພ້ອມໆກັນເຊັ່ນ: ອັງກິດ, ຝຣັ່ງ, ເຢຍລະມັນ, ແອັດສະປາຍ, ໂຮນລັງ ແລະ ຫວຽດນາມ. ຜູ້ຊ່ວຍ virtualນີ້ບໍ່ພຽງແຕ່ສາມາດຊ່ວຍໃຫ້ຜູ້ໃຊ້ຊອກຫາຂໍ້ມູນເທົ່ານັ້ນ, ແຕ່ຍັງຊ່ວຍປັບແຕ່ງປະສົບການຕາມຄວາມມັກ ແລະນິໄສຂອງເຈົ້າຂອງລົດອີກດ້ວຍ - ເຊິ່ງ AutoFutures ເວົ້າວ່າ “ໜ້າສົນໃຈຫຼາຍ”.
ຢ່າງໃດກໍຕາມ, ຕາມ AutoFutures ແລ້ວແມ່ນມີຄວາມຄາດຫວັງຫຼາຍກວ່ານັ້ນ. ລົດໄຟຟ້າຂອງ VinFast ໄດ້ຕິດຕັ້ງລະບົບຊ່ວຍຜູ້ຂັບຂີ່ (ADAS) ດ້ວຍຫຼາຍລັກສະນະທັນສະໄໝທີ່ສຸດເຊັ່ນ: ການຊ່ວຍຮັກສາເສັ້ນທາງ, ການຫຼີກລ່ຽງການຕໍາກັນ ແລະ ການຕິດຕາມຜູ້ຂັບຂີ່... ນີ້ແມ່ນຜົນຂອງຂະບວນການຮ່ວມມືກັບບັນດາຄູ່ຮ່ວມມືຊັ້ນນໍາໃນຂະແໜງການ, ສົມທົບກັບສະຖາບັນເຕັກໂນໂລຢີຂະໜາດໃຫຍ່ໃນລະບົບຂອງ Vingroup ເຊັ່ນ: VinBigdata, VinAI, VinSmart...
ດ້ວຍຄວາມແຕກຕ່າງເຫຼົ່ານີ້, VinFast ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຊ່ຽວຊານສາກົນເພື່ອແຂ່ງຂັນ ກັບບັນດາວິສາຫະກິດລາຍໃຫຍ່ໃນຕະຫຼາດທີ່ຫຍຸ້ງຍາກທີ່ສຸດຄື ສ ອາເມລິກາ.
2. ປີ 2017,ຢູ່ ຫາຍຟ່ອງ - ນະຄອນທີ່ມີທ່າກຳປັ່ນໃຫຍ່ທີ່ສຸດຂອງຫວຽດນາມ,ຂະແໜງອຸດສາຫະກຳລົດໃຫຍ່ຂອງໂລກໄດ້ເຫັນສິ່ງມະຫັດສະຈັນ,ຈາກໜອງນໍ້າ, ໃຊ້ເວລາພຽງ 21ເດືອນ, Vinfast ໄດ້ກໍ່ສ້າງໂຮງງານຜະລິດລົດໃຫຍ່ລະດັບໂລກ ແລະ ເປີດຕົວ3ລຸ້ນທໍາອິດ.
ນີ້ຖືວ່າເປັນຄວາມໄວທີ່ໜ້າປະຫຼາດໃຈທີ່ຫາຍາກສໍາລັບຂະແໜງລົດໃຫຍ່ຂອງໂລກ.
ໂຮງງານປະກອບໄດ້ນໍາໃຊ້ ເຕັກໂນໂລຊີສູງ, ຜະລິດ ບັນດາລົດໄຟຟ້າ Vinfast ທີ່ສົມບູນແບບ. ພາບ: Vinfast
Vinfast ມີໂຮງງານຜະລິດສິ້ນສ່ວນ ແບບອັດຕະໂນມັດ 100%, ມີຂະໜາດໃຫຍ່ສຸດໃນອາຊີຕາເວັນອອກສຽ່ງໃຕ້; ໂຮງງານເຊື່ອມຈອດທີ່ທັນສະໄໝ,ແບບອັດຕະໂນມັດ 100%, ມີຫຸ່ນຍົນ ABB 1.200 ໂຕ; ໂຮງງານພົ່ນສີທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ, ພ້ອມກັບເຕັກໂນໂລຍີການພົ່ນສີໄຟຟ້າ Rodip ທີ່ທັນສະໄໝ; ໂຮງງານຜະລິດ ມໍເຕີໄຟຟ້າ ເຊິ່ງນໍາໃຊ້ເຕັກໂນໂລຊີກ້າວໜ້າຂອງໂລກ, ສ້າງມໍເຕີທີ່ມີປະສິດທິພາບດີເດັ່ນ; ໂຮງງານຊ່ວຍຕື່ມໃຫ້ແກ່ການຜະລິດມີ 3 ຕ່ອງໂສ້ການຜະລິດທີ່ທັນສະໄໝ; ໂຮງງານປະກອບໄດ້ນໍາໃຊ້ ເຕັກໂນໂລຊີສູງ, ຜະລິດອອກມາລົດໃຫຍ່ຫຼາຍຄັນທີ່ສົມບູນແບບ. ໂຮງງານຜະລິດ ແບດເຕີລີ່ ແລະສະຖານີສາກໄຟແມ່ນພື້ນທີ່ຫຼັກສໍາລັບການຜະລິດລົດໄຟຟ້າຂອງ Vinfast.
ພື້ນທີ່ກວດກາສະພາບລົດ, ຮັບປະກັນວ່າ ລົດແຕ່ລະຄັນທີ່ຜະລິດອອກມາ ລ້ວນແຕ່ບັນລຸໄດ້ມາດຕະຖານ ດ້ວຍຄຸນນະພາບສູງສຸດ. ຕາມນັ້ນແລ້ວ, ລົດໄຟຟ້າສະຫຼາດ Vinfast ຫຼາຍລ້ານຄັນຈະເລີ່ມອອກເດີນທາງຈາກທີ່ນີ້, ເພື່ອນຳຄວາມປອດໄພ, ຄວາມສະດວກ ສະບາຍ ແລະ ຄວາມສຸກໃຫ້ແກ່ລູກຄ້າໃນທົ່ວໂລກ.
ການທີ Vinfast ເລືອກຂ້າມມະຫາສະໝຸດໄປຍັງສ ອາເມລິກາ, ຕາມຄວາມເຫັນຂອງທ່ານ Sandy Fitzpatrick, ນັກວິເຄາະຊັ້ນສູງເຫັນວ່າ ປັດຈຸບັນແມ່ນເວລາທີ່ເໝາະສົມຂອງ Vinfast ເພາະວ່າ ສ ອາເມລິກາ ພວມລົງທຶນຢ່າງໃຫຍ່ຫຼວງທາງດ້ານພື້ນຖານໂຄງລ່າງ ແລະ ນະໂຍບາຍໃຫ້ແກ່ລົດໄຟຟ້າ, ໂດຍສະເພາະແມ່ນແຜນການ 174 ຕື້ໂດລາສະຫະລັດ ເພື່ອຈະສ້າງການປະຕິວັດສີຂຽວໃນ ສ ອາເມລິກາ. ຕະຫຼາດຂະໜາດໃຫຍ່ເປັນສິ່ງທີ່ໄດ້ເນັ້ນໜັກໂດຍຜູ້ຊ່ຽວຊານ, ເພາະວ່າ ລົດໄຟຟ້າພຽງແຕ່ກວມເອົາ 3% ຂອງການຂາຍລົດໃຫຍ່ ຢູ່ ອາເມລິກາ ໃນເຄິ່ງປີທໍາອິດຂອງປີ 2021, ໃນຂະນະນັ້ນ ຢູ່ ເອີຣົບ ແມ່ນ 15% ແລະ ໃນ ສປ ຈີນ ແມ່ນ 12%.
ໂຮງງານຜະລິດ ແບດເຕີລີ່ ແລະສະຖານີສາກໄຟ ແມ່ນ ພື້ນທີ່ຫຼັກສໍາລັບການຜະລິດລົດໄຟຟ້າຂອງ Vinfast.ພາບ: Vinfast
ສຸພາສິດ ຫວຽດນາມ ມີຄຳວ່າ ເພື່ອຈະປະສົບຜົນສຳເລັດແມ່ນຕ້ອງ “ດິນຟ້າອາກາດອຳນວຍ, ພູມີປະເທດສະດວກ, ປະຊາຊົນພ້ອມໃຈ”, ແລ້ວນີ້ ພວມເປັນໄລຍະເວລາ “ດິນຟ້າອາກາດອຳນວຍ” ຂອງ Vinfast. ສອງປັດໄຈ “ພູມີປະເທດສະດວກ, ປະຊາຊົນພ້ອມໃຈ” ໄດ້ Vingroup ກະກຽມຢ່າງຄົບຖ້ວນ. ຕາມການຢືນຢັນຂອງທ່ານ Michael Lohscheler, ຜູ້ອຳນວຍການໃຫຍ່ VinFast ໂລກ, ສ ອາເມລິກາ ແມ່ນສະຖານທີ່ເໝາະສົມທີ່ສຸດເພື່ອໃຫ້ VinFast ມີທີ່ຢືນຢ່າງໝັ້ນຄົງ ຢູ່ຕະຫຼາດໂລກ.
ເໜືອສິ່ງອື່ນໃດ Vinfast ໄດ້ຮັບຮູ້ເຖິງຄວາມມຸ່ງມາດປາດຖະໜາຂອງຊາວ ຫວຽດນາມ ໃນການຜະລິດບັນດາຜະລິດຕະພັນລະດັບໂລກ, ແມ່ນສັນຍາລັກແຫ່ງຄວາມມານະພະຍາຍາມຍາດແຍ່ງຄວາມກ້າວໜ້າດ້ານເຕັກໂນໂລຊີ, ເຕັກໂນໂລຊີລະດັບສູງຂອງຊາວ ຫວຽດນາມ ໃນຫຼາຍລຸ້ນຄົນ. ດ້ວຍຄວາມໝາຍນັ້ນ, ລົດໄຟຟ້າ Vinfast ສົມເປັນຜະລິດຕະພັນທີ່ຕາງໜ້າໃຫ້ຄຸນຄ່າ, ສະຕິປັນຍາ ແລະ ຄວາມກ້າຫານຂອງ ຫວຽດນາມ ກ້າວອອກສູ່ໂລກ.
ບົດ: ຖາວວີ - ພາບ: Vinfast- ແປໂດຍ: ຢືຟຽນ