ຂ່າວສານ

Viettel ປະກາດແຜນທີ່ປົກຄຸມຄື້ນ 4G ໃນຂອບເຂດທົ່ວປະເທດຫວຽດນາມ ຢ່າງເປັນທາງການ

      ບໍລິສັດ Viettel ໄດ້ປະກາດແຜນທີ່ປົກຄຸມຄື້ນອິນເຕີແນັດ 4G ໃນຂອບເຂດທົ່ວປະເທດຫວຽດນາມ ດ້ວຍຊື່ເອີນວ່າ Open Network ຢູ່ທີ່ ເວັບໄຊ opennetwork.viettel.vn ຢ່າງເປັນທາງການ.
       
ວັນທີ 22 ມັງກອນ, ບໍລິສັດ Viettel ໄດ້ປະກາດແຜນທີ່ປົກຄຸມຄື້ນອິນເຕີແນັດ 4G ໃນຂອບເຂດທົ່ວປະເທດຫວຽດນາມ ດ້ວຍຊື່ເອີນວ່າ Open Network ຢູ່ທີ່ ເວັບໄຊ opennetwork.viettel.vn ຢ່າງເປັນທາງການ. ໄລ່ມາຮອດປັດຈຸບັນ, Viettel ແມ່ນບໍລິສັດສະໜອງການບໍລິການອິນເຕີແນັດທໍາອິດ ແລະ ມີພຽງໜຶ່ງດຽວຂອງຫວຽດນາມ ທີ່ປະກາດແຜນທີ່ປົກຄຸມຄື້ນ 4G ຢ່າງກວ້າງຂວາງ.
        ເມື່ອເຂົ້າໃນເວັບໄຊດັ່ງກ່າວ, ລູກຄ້າສາມາດກວດຄຸນນະພາບການປົກຄຸມຄື້ນອິນເຕີແນັດ 4G ຂອງ Viettel ຢູ່ທີ່ຕັ້ງປັດຈຸບັນ ຫຼື ທຸກໆບໍລິເວນຂອງຫວຽດນາມ ໄດ້ຢ່າງງ່າຍດາຍ. ແລະ ໃນໄລຍະນໍາໃຊ້ບໍລິການ 4G, ຖ້າຫາກປະສົບກັບສິ່ງກີດຂວາງໃດໜຶ່ງ, ລູກຄ້າກໍສາມາດສ່ອງແສງຜ່ານເວັບໄຊດັ່ງກ່າວໄດ້ເຊັ່ນດຽວກັນ. ຜ່ານເວັບໄຊດັ່ງກ່າວ, ບໍລິສັດ Viettel ຈະຜັນຂະຫຍາຍບັນດາມາດຕະການເພື່ອປັບປຸງຄຸນນະພາການບໍລິການອິນເຕີແນັດ 4G.
 (ແຫຼ່ງຄັດຈາກ VOV)


top