ຂ່າວສານ

Vietnam Airlines ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ມາເລເຊຍ

ຜູ້ຕາງໜ້າ Vietnam Airlines ແລະ 2 ບໍລິສັດທ່ອງທ່ຽວໄດ້ແນະນຳສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ, ຜະລິດຕະພັນສາຍການບິນ, ການບໍລິການ ແລະ ນະໂຍບາຍຂາຍຜະລິດຕະພັນ
  ທີ່ກອງປະຊຸມສຳມະນາ (ພາບ: TTXVN)  

ວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງ ຫົວລາລຳເປີ, ປະເທດ ມາເລເຊຍ, ອົງການຕາງໜ້າບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ປະຈຳ ມາເລເຊຍ ໄດ້ສົມທົບກັບບໍລິສັດທ່ອງທ່ຽວ Asia Companion Travel ແລະ  Vietnam TravelMart ຈັດກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວ ແລະ ລະດົມການຂາຍຜະລິດຕະພັນຢູ່ຕະຫຼາດ ມາເລເຊຍ ດ້ວຍຫົວຂໍ້ “ໄປຄົ້ນຫາ ຫວຽດນາມ ພ້ອມກັບ Vietnam Airlines”.

ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າ Vietnam Airlines ແລະ 2 ບໍລິສັດທ່ອງທ່ຽວໄດ້ແນະນຳສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ, ຜະລິດຕະພັນສາຍການບິນ, ການບໍລິການ ແລະ ນະໂຍບາຍຂາຍຜະລິດຕະພັນຂອງບັນດາຫົວໜ່ວຍ, ໃນນັ້ນມີລາຍການທ່ອງທ່ຽວຄົບວົງຈອນໃຫ້ແກ່ລູກຄ້າທົ່ວໄປ, ລູກຄ້າ VIP ແລະ ລູກຄ້າແມ່ນຊາວມຸດສະລິມຢູ່ ມາເລເຊຍ.

ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການເຊື່ອມຕໍ່ສາຍການບິນສາກົນຂອງ Vietnam Airlines, ກໍຄືໂຄສະນາຜະລິດຕະພັນທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ເຊິ່ງ Vietnam Airlines ໄດ້ ແລະ ຈະສືບຕໍ່ຜັນຂະຫຍາຍໃນທົ່ວໂລກ.


top