ຂ່າວສານ

Vietnam Airlines ເຊື່ອມຕໍ່ສາຍການບິນປົກກະຕິໄປເອີຣົບ ນັບແຕ່ວັນທີ 24 ມັງກອນ

      ຕໍ່ກັບບັນດາປະເທດທີ່ຍັງເຫຼືອຢູ່ເອີຣົບ, ວັນທີ 24 ມັງກອນ Vietnam Airlines ຄາດວ່າຈະປະຕິບັດຖ້ຽວບິນປົກກະຕິທຳອິດຈາກ ຮ່າໂນ້ຍ ໄປ ລອນດອນ (ອັງກິດ), ຜ່ານ ປາຣີ (ຝຣັ່ງ)  ຫຼັງຈາກນັ້ນບິນກັບຄືນມາຮ່າໂນ້ຍ.
ພາບປະກອບ: Vietnam Airlines
      ວັນທີ 21 ມັງກອນ,  Vietnam Airlines ປະກາດການຜັນຂະຫຍາຍແຜນການຟື້ນຟູບັນດາສາຍການບິນປົກກະຕິລະຫວ່າງ ຫວຽດນາມ, ລັດເຊຍ, ອັງກິດ, ຝຣັ່ງ, ອົດສະຕາລີຢ່າງເປັນທາງການ. ຄາດວ່າ, ບັນດາຖ້ຽວບິນທຳອິດຈະເລີ່ມປະຕິບັດໃນອາທິດໜ້າ, ແຕ່ວັນທີ 24 ມັງກອນ. ຕາມນັ້ນແລ້ວ, Vietnam Airlines ໄດ້ຂຶ້ນແຜນປະຕິບັດຖ້ຽວບິນປົກກະຕິຄືນໃຫ່ມ ລະຫວ່າງ ຮ່າໂນ້ຍ ແລະ ມົດສະກູ ( ລັດເຊຍ) ດ້ວຍ 1 ຖ້ຽວບິນຕໍ່ອາທິດ. ຖ້ຽວບິນທຳອິດ ມີແຜນບິນຄາດວ່າໃນວັນທີ 29 ມັງກອນ. ຕໍ່ກັບບັນດາປະເທດທີ່ຍັງເຫຼືອຢູ່ເອີຣົບ, ວັນທີ 24 ມັງກອນ Vietnam Airlines ຄາດວ່າຈະປະຕິບັດຖ້ຽວບິນປົກກະຕິທຳອິດຈາກ ຮ່າໂນ້ຍ ໄປ ລອນດອນ (ອັງກິດ), ຜ່ານ ປາຣີ (ຝຣັ່ງ)  ຫຼັງຈາກນັ້ນບິນກັບຄືນມາຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)


top