ຂ່າວສານ

Vietnam Airlines ຢຸດຕິຊົ່ວຄາວການປະຕິບັດບັນດາຖ້ຽວບິນລະຫວ່າງຫວຽດນາມແລະລັດເຊຍ, ໄຕ້ຫວັນ (ຈີນ)

      Vietnam Airlines ໄດ້ຕົກລົງ ຢຸດຕິຊົ່ວຄາວການປະຕິບັດບັນດາຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ລັດເຊຍ, ໄຕ້ຫວັນ (ຈີນ) ນັບແຕ່ວັນທີ 19 ມີນາ 2020.

ເຮືອບິນຂອງບໍລິສັດ  Vietnam Airlines
      ຕອນຄ່ຳວັນທີ 18 ມີນາ, ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ ຍ້ອນການຜັນແປນັບມື້ນັບຮ້າຍແຮງຂອງໂລກລະບາດCovid – 19 ແລະ ນະໂຍບາຍຈຳກັດຄົນເຂົ້າເມືອງ ລະຫວ່າງ ບັນດາປະເທດ, Vietnam Airlines ໄດ້ຕົກລົງ ຢຸດຕິຊົ່ວຄາວການປະຕິບັດບັນດາຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ລັດເຊຍ, ໄຕ້ຫວັນ (ຈີນ) ນັບແຕ່ວັນທີ 19 ມີນາ 2020.
            ເພື່ອໜູນຊ່ວຍໃຫ້ແກ່ຜູ້ໂດຍສານທີ່ຖືກຜົນສະທ້ອນ, ຜູ້ຕາງໜ້າ Vietnam Airlines ໃຫ້ຮູ້ວ່າ, ທາງບໍລິສັດຈະຍົກເວັ້ນເງື່ອນໄຂ ແລະ ຄ່າທຳນຽມຕ່າງໆໃຫ້ແກ່ຜູ້ໂດຍສານເຫຼົ່ານັ້ນປ່ຽນຖ້ຽວບິນອື່ນ ຫຼື ປ່ຽນວັນບິນ.
 (ແຫຼ່ງຄັດຈາກ VOV)


top