ຂ່າວສານ

Vietnam Airlines ຜັນຂະຫຍາຍຄວາມພ້ອມແຜນການຂົນສົ່ງໂດຍສານປອດໄພພາຍຫຼັງບຸນເຕັດ

      ບໍລິສັດໄດ້ວັດແທກອຸນຫະພູມຜູ້ໂດຍສານທຸກຄົນກ່ອນທີ່ຈະຂຶ້ນຍົນ ແລະ ຜັນຂະຫຍາຍການລາຍງານດ້ານສາທາລະນະສຸກຢ່າງເຄັ່ງຂັດ, ໃຊ້ຜ້າອັດປາກ-ອັດດັງ, ແຍກໄລຍະຫ່າງຢູ່ເຂດເຮັດລະບຽບການ…
ບໍລິສັດໄດ້ຜັນຂະຫຍາຍການລາຍງານດ້ານສາທາລະນະສຸກ
(ພາບ: TTXVN)
      ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ, ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາເຈົ້າໜ້າທີ່, ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເພື່ອປ້ອງກັນຮັກສາສຸຂະພາບໃຫ້ແກ່ຜູ້ໂດຍສານ, ແຮງງານ, ໂດຍສະເພາະແມ່ນພາຍຫຼັງບຸນເຕັດ. ບໍລິສັດໄດ້ວັດແທກອຸນຫະພູມຜູ້ໂດຍສານທຸກຄົນກ່ອນທີ່ຈະຂຶ້ນຍົນ ແລະ ຜັນຂະຫຍາຍການລາຍງານດ້ານສາທາລະນະສຸກຢ່າງເຄັ່ງຂັດ, ໃຊ້ຜ້າອັດປາກ-ອັດດັງ, ແຍກໄລຍະຫ່າງຢູ່ເຂດເຮັດລະບຽບການ… ນີ້ແມ່ນວຽກງານກະກຽມໃຫ້ແກ່ການຂົນສົ່ງໂດຍສານທາງການບິນໃຫ້ຮັບປະກັນຄວາມປອດໄພ.
        ພິເສດ, ເພື່ອໜູນຊ່ວຍຜູ້ໂດຍສານໃນໂອກາດນີ້, Vietnam Airlines ໄດ້ຜັນຂະຫຍາຍນະໂຍບາຍໜູນຊ່ວຍປ່ຽນປີ້ໃຫ້ຜູ້ໂດຍສານທີ່ຖືກແຍກຕົວ ຫຼື ຜູ້ໂດຍສານຖືກຈຳກັດການໄປມາຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)


top