ຂ່າວສານ

Vietnam Airlines ຍັງຂົນສົ່ງຜູ້ໂດຍສານຈາກເອີລົບ ມາຫວຽດນາມ

      ນັບແຕ່ວັນທີ 15 ມີນາ, Vietnam Airlines ຈະຂົນສົ່ງຜູ້ໂດຍສານຮັບປະກັນເງື່ອນໄຂເຂົ້າ, ອອກເມືອງຢ່າງພຽງພໍ ແລະ ຮັບປະກັນອາການສຸຂະພາບກັບເມືອຫວຽດນາມ

ເຮືອບິນ Vietnam Airlines
(ພາບປະກອບ: TTXVN)
      ໃນແຈ້ງການຫຼ້າສຸດທີ່ກ່ຽວຂ້ອງເຖິງການຂົນສົ່ງຜູ້ໂດຍສານໄປຈາກເອີລົບ ມາຫວຽດນາມ, ວັນທີ 14 ມີນາ, ທ່ານ ເຢືອງຈິ໊ແທັງ, ຜູ້ອຳນວຍການໃຫຍ່ບໍລິສັດການບິນຫວຽດນາມ (Vietnam Airlines), ໃຫ້ຮູ້ວ່າ ປະຈຸບັນກະຊວງສາທາລະນະສຸກໄດ້ສະໜອງບັນດາອຸປະກອນການແພດໃຫ້ແກ່ບໍລິສັດເພື່ອຮັບໃຊ້ການປ້ອງກັນ, ຄວບຄຸມໂລກລະບາດໃຫ້ເປັນຢ່າງດີທີ່ສຸດ. ສະນັ້ນ, ບໍລິສັດຈະສືບຕໍ່ຮັບຜູ້ໂດຍສານເຊິ່ງແມ່ນຊາວຫວຽດນາມ ຈາກເອີລົບ ທີ່ມີຄວາມຕ້ອງການກັບເມືອຫວຽດນາມ.
        ລະອຽດແມ່ນ, ນັບແຕ່ວັນທີ 15 ມີນາ, Vietnam Airlines ຈະຂົນສົ່ງຜູ້ໂດຍສານຮັບປະກັນເງື່ອນໄຂເຂົ້າ, ອອກເມືອງຢ່າງພຽງພໍ ແລະ ຮັບປະກັນອາການສຸຂະພາບກັບເມືອຫວຽດນາມ ໃນບັນດາຖ້ຽວບິນຂອງບໍລິສັດ ເຊິ່ງເລີ່ມບິນຈາກລອນດອນ (ອັງກິດ), ປາຣີ (ຝລັ່ງ), ຟແຣງຟຸດ (ເຢຍລະມັນ). ນອກນັ້ນ, ບັນດາຖ້ຽວບິນດັ່ງກ່າວຈະລົງຈອດຢູ່ສະໜາມບິນທີ່ເໝາະສົມຢູ່ຫວຽດນາມ ພາຍຫຼັງທີ່ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ.
        ປະຈຸບັນ, Vietnam Airlines ພວມວັກແຖກອຸນຫະພູມຮ່າງກາຍຂອງຜູ້ໂດຍສານທຸກຄົນຈາກເອີລົບ ກ່ອນທີ່ຂຶ້ນຍົນ, ພ້ອມທັງແຈກຜ້າອັດປາກໃຫ້ຜູ້ໂດຍສານໃຊ້ໃນຕະຫຼອດການເດີນທາງ.
 (ແຫຼ່ງຄັດຈາກ VOV)


top