ຂ່າວສານ

VietinBank ເປີດສະຫຼອງສໍານັກງານໃຫຍ່ຢູ່ ລາວ

      ວັນທີ 17 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ທະນາຄານການຄ້າຫຸ້ນສ່ວນອຸດສາຫະກໍາການຄ້າ ຫວຽດນາມ (VietinBank) ຈັດຕັ້ງພິທີເປີດສະຫຼອງສໍານັກງານໃຫຍ່ VietinBank ຢູ່ ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

ພິທີເປີດສະຫຼອງສໍານັກງານໃຫຍ່ VietinBank ຢູ່ ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ 
      ສໍານັກງານໃຫຍ່ຂອງ VietinBank ໄດ້ອອກແບບທັນສະໄໝ ບັນລຸມາດຕະຖານສາກົນ ແລະ ຕັ້ງຢູ່ໃຈກາງສູນເສດຖະກິດນະຄອນຫຼວງວຽງຈັນ, ໃນເນື້ອທີ່ກວ້າງ 3.600 m2 ດ້ວຍອາຄານ 9 ຊັ້ນ. ໂດຍໄດ້ນໍາເຂົ້າໃຊ້ງານນັບແຕ່ເດືອນ ກຸມພາ 2012, ມາຮອດເດືອນ ສິງຫາ 2015 VietinBank ສາຂາ ປະຈໍາລາວ ໄດ້ຍົກລະດັບຂຶ້ນເປັນທະນາຄານ ອຸດສາຫະກໍາການຄ້າ ຈໍາກັດ ຫວຽດນາມ ປະຈໍາ ລາວ ດ້ວຍຮູບແບບການເຄື່ອນໄຫວ ແມ່ນທະນາຄານລູກຂອງລະບົບ VietinBank. ດ້ວຍຄໍາໝັ້ນສັນຍາລົງທຶນ ແລະ ເຄື່ອນໄຫວຢ່າງຍາວນານຢູ່ປະເທດລາວ, VietinBank ລາວ ໄດ້ກໍ່ສ້າງ, ພັດທະນາ ແລະ ເປີດກວ້າງບໍລິການຮັບໃຊ້ຄວາມຕ້ອງການຂອງປະຊາຄົມໄດ້ຢ່າງວ່ອງໄວ ຜ່ານການເປີດສາຂາຢູ່ ແຂວງຈໍາປາສັກ ໃນເດືອນກັນຍາ 2016 ຕື່ມອີກ.
 (ແຫຼ່ງຄັດຈາກ VOV)
 


top