ຂ່າວສານ

Vietcombank ແມ່ນທະນາຄານດຳເນີນທຸລະກິດດີກວ່າໝູ່ຢູ່ຫວຽດນາມ

      

      ຫວ່າງ​ແລ້ວນີ້, ​Global Finance ຊື່ງ​ແມ່ນ​ວາ​ລະ​ສານ​ມີ​ອິດ​ທິ​ພົນ​ຊື່​ສຽງ​ແຖວ​ຫນ້າ​ຂອງ​ໂລກ ໃນ​ຂົງ​ເຂດ​ການ​ເງິນ ໄດ້​ປະ​ກາດ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປະ​ຈຳ​ປີ​ບັນ​ດາ​ທະ​ນາ​ຄານ​ດີກວ່າ​ໝູ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເງິນ​ສົດ ແລະ ດຳ​ເນີນ​ທຸ​ລະ​ກິດ​ດ້ານ​ທຶນ​ຮອນ​ໃນ​ທົ່ວ​ໂລກ. ຢູ່ ຫວຽດ​ນາມ, ທະ​ນາ​ຄານ Vietcombank ໄດ້​ຮັບ​ການ​ຄັດ​ເລືອກ​ແມ່ນ​ທະ​ນາ​ຄານ​ດີ​ເດັ່ນ​ເພື່ອ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່ 55 ປະ​ເທດ​ໃນ​ໂລກ ຊື່ງ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ Global Finance. ຜູ້​ຕາງ​ຫນ້າ Global Finance ໃຫ້​ຮູ້​ວ່າ: ໝາກ​ຜົນ​ການ​ຄັດ​ເລືອກ​ໄດ້​ປະ​ຕິ​ບັດ​ຕາມ​ການ​ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ​ໄຈ​້​ແຍກ​ໃນ​ຂົງ​ເຂດ​ທະ​ນາ​ຄານ, ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ, ບັນ​ດາ​ຜູ້​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ແລະ ໝາກ​ຜົນ​ການ​ຄົ້ນ​ຄ້​ວາ​ເອ​ກະ​ລາດ​ຂອງ Global Finance.
 (ແຫຼ່ງຄັດຈາກ VOV)

top