ວັດທະນະທຳ

VECO ຫວຽດນາມ

VECO ຫວຽດນາມ ຂຶ້ນກັບອົງການ Vredeseilanden ຂອງ ແບນຊິກ ເຄື່ອນໄຫວໃນຂົງເຂດພັດທະນາກະສິກຳ. ມີໜ້າຢູ່ ຫວຽດນາມໄດ້ຫຼາຍກວ່າ 20 ປີແລ້ວ, VECO ໄດ້ຊ່ວຍຫຼາຍ ທ້ອງຖິ່ນຍົກສູງຄວາມອາດສາມາດໃນການຜະລິດ, ຊ່ວຍຊາວ ກະສິກອນ ພັດທະນາຕົວແບບການຜະລິດເປັນກຸ່ມ ເພື່ອຫຼຸດພົ້ນ ຈາກຄວາມທຸກຍາກແບບຍືນຍົງ. 
ດຣ. Eduaro A.Sabio, ຜູ້ຕາງໜ້າຂົງ​ເຂດຂອງ VECO ຫວຽດ ນາມ​ທີ່ຮ່າໂນ້ຍ ໃຫ້ຮູ້ວ່າ ຫວຽດນາມ ເປັນປະເທດໜຶ່ງ ທີ່ມີທ່າ ແຮງບົ່ມຊ້ອນຫຼາຍໃນການຜະລິດກະສິກຳ, ແຕ່ຊາວກະສິກອນ ພັດມີຄວາມຈຳກັດໃນການເຂົ້າ​ເຖິງຄວາມຮູ້ທາງ​ດ້ານ ວິທະຍາ ສາດ ເຕັກນິກ ແລະ ​ຄວາມ​ສາ​ມາດ​ການດຳເນີນທຸລະກິດ. ເພາະ ສະນັ້ນ, ການ​ຊ່ວຍ​ເຫຼືອ​ຂອງ VECO ແມ່ນ​ຊ່ວຍເຂົາເຈົ້າໃນ​ການຍົກສູງຄວາມສາມາດໃນການເຮັດວຽກເປັນກຸ່ມ, ສ້າງ​ຕ່ອງ​ໂສ້​ລາ​ຄາຜະລິດຕະພັນ ເລີ່ມແຕ່​ຂອດການຊັບ​ຊ່​າວ, ​ການລ້ຽງ, ການປູກເຖິງຂອດຈຳໜ່າຍຜະລິດຕະພັນອອກ ສູ່ຕະຫຼາດ.
 
ໄລ​ຍະ 3 ປີຜ່ານມາ, VECO ໄດ້ຊ່ວຍເຫຼືອຫຼາຍທ້ອງຖິ່ນໃນ​ດ້ານ​ຄວາມ​ສາ​ມາດຜະລິດ ຜັກອິນຊີ ແລະ ຜັກປອດສານພິດຕາມ ມາດຕະຖານ ອິນຊີ PGS ຫວຽດນາມ. ພິເສດ, VECO ໄດ້ມີ ການຮ່ວມມືກັບສະມາຄົມມາດຕະຖານປົກປ້ອງ ຜູ້ບໍລິໂພກ (VINASTAS) ເພື່ອໂຄສະນາເຜີຍແຜ່ຄວາມຮູ້ໃຫ້ແກ່ຊາວກະ ສິກອນກ່ຽວກັບການນຳໃຊ້ຜະລິດຕະພັນຜັກປອດສານພິດ, ດ້ວຍ​ເຫດນັ້ນ, ​ມີຕົວແບບຜັກປອດສານພິດຈຳນວນໜຶ່ງຢູ່ ຈາກວັນ (​ແຂວງຮ່ານາມ), ແທງຊວນ (ຮ່າໂນ້ຍ), ຫວຽດຈີ່         (​ແຂວງຝູ໋ເຖາະ) ມີການເຄື່ອນໄຫວເປັນຢ່າງດີຍ້ອນມີການຮ່ວມ​ມື​ກັນລະຫວ່າງຜູ້ຜະລິດ, ວິສາຫະກິດ ແລະ ຜູ້ບໍລິໂພກ. 

ຄອບ​ຄົວຊາວກະສິກອນ​ຈົດ​ກ່າຍ ແລະ ກວດກາເຊິ່ງກັນ ແລະ ກັນ
ໃນຂະ​ບວນ​ການບົວລະບັດຜັກປອດສານພິດ. ພາບ: ຈິ້ງໂປ້/VNP



ຂັ້ນຕອນການຝັງຝຸ່ນອິນຊີ ເພື່ອຮັບໃຊ້ໃຫ້ການຜະລິດກະສິກຳ. ພາບ: ຈິ້ງໂປ້/VNP


ຊາວກະສິກອນຢູ່ ຈາກວັນ ນຳໃຊ້ກ້ານກ້ວຍ ເພື່ອປົກປ້ອງໃຫ້ຕົ້ນໄມ້ນ້ອຍ. ພາບ: ຈິ້ງໂປ້/VNP


ລະບົບຜັກນ້ອຍຫາກໍ່ປູກໃໝ່ຈະໄດ້ປົກດ້ວຍນິລອນ. ພາບ: ຈິ້ງໂປ້/VNP


ຈົດກ່າຍວິທີການຜະລິດຜັກອິນຊີຢ່າງລະອຽດ. ພາບ: ຈິ້ງໂປ້/VNP


ກອງປະຊຸມ​ກຸ່ມຂອງສະມາຊິກ ສະຫະກອນ ຈາກວັນ (ຮ່ານາມ). ພາບ: ຈິ້ງໂປ້/VNP


ທ່ານ ຫງວຽນວັນຮວນ, ຮອງປະທານສະຫະກອນຕາແສງ ຈາກວັນ ມີການໂອ້ລົມກັນກັບຊາວກະສິກອນ
ກ່ຽວກັບແຜນການຜັນຂະຫຍາຍການປູກຜັກລະດູໃໝ່. ພາບ: ຈິ້ງໂປ້/VNP



ຊາວກະສິກອນ​ທ້ອງ​ຖິ່ນ​ຕ່າງໆຢ້ຽມຢາມຕົວແບບປຸກຜັກປອດສານພິດທີ່ຕາແສງ ເວີນໂຮ້ຍ (ຮ່າໂນ້ຍ).
ພາບ: ເອກະສານ



ເກັບຜັກກາດຂຽວ. ພາບ: ຈິ້ງໂປ້/VNP


ກວດການຳ້ໜັກຂອງຜັກກ່ອນທີ່ຈະເອົາໃສ່ຖົງ ແລະ ຕິດສະແຕມ. ພາບ: ຈິ້ງໂປ້/VNP


ຜະລິດຕະພັນຜັກອິນຊີ ໄດ້ຕິດສະແຕມ ແລະ ຮັບປະກັນຕາມມາດຕະຖານ PGS. ພາບ: ຈິ້ງໂປ້/VNP


ຜະລິດຕະພັນຜັກອິນຊີ ຂອງສະຫະກອນ ແທງຊວນ (ຊອກເຊີນ, ຮ່າໂນ້ຍ). ພາບ: ຈິ້ງໂປ້/VNP


ຜະລິດຕະພັນຜັກອິນຊີ ຂອງສະຫະກອນ ຈາກວັນ ໄດ້ຫຸ້ມຫໍ່ຕາມມາດຕະຖານ PGS. ພາບ: ຈິ້ງໂປ້/VNP


ຄົນຕ່າງປະເທດເລືອກຊື້ຜັກປອດສານພິດຂອງ ສະຫະກອນ ຈາກວັນ (ຮ່ານາມ). ພາບ: ຈິ້ງໂປ້/VNP

ພວກຂ້າພະເຈົ້າ​ໄດ້​ຕິດ​ຕາມ​ທີມ​ງານ VECO, ໄປຢ້ຽມ ຢາມສະຫະກອນປູກຜັກອິນຊີຕາມມາດຕະຖານ PGS ທີ່ ຈາກວັນ (​ແຂວງຮ່ານາມ). ຢູ່​ທີ່ນີ້ພະນັກງານຂອງ VECO ໄດ້ຊ່ວຍສະຫະກອນນຳ​ໃຊ້ມາດຕະຖານຜະລິດຜັກອິນຊີສຳ​ເລັດ​ຜົນ ຊຶ່ງ​ໄດ້​ຮັບ​ການຢັ້ງ​ຢືນ​ຈາກສະຫະພັນຂະບວນການກາຍະ ອິນຊີສາກົນ IFOAM. ໃນ​ເນື້ອທີ່ແຮັກຕາກວ່າ, ແຕ່ລະປີ ສະຫະກອນຜະລິດຜັກ, ມັນອິນຊີໄດ້ປະ​ມານ 30 ຊະນິດ, ປະລິມານການເກັບ​ກ່ຽວປະ​ມານ 2,5 ໂຕນ ຕໍ່ເດືອນ,  ຈຳໜ່າຍ ອອກ​ສູ່ຕະຫຼາດພາຍ​ໃນແຂວງ ຮ່ານາມ, ນາມດິ້ງ ແລະ ຮ່າໂນ້ຍ​ໄດ້​ດີ​ສົມ​ຄວນ.

ເຊັ່ນ​ດຽວ​ກັນ, VECO ໄດ້ຊ່ວຍເຫຼືອແຂວງ ຝູ໋ເຖາະ ສ້າງ​ຕ່ອງ​ໂສ້ ສາຍ​ໄຍ​ການຜະລິດຜັກປອດສານພິດ ເພື່ອຈຳໜ່າຍຜະລິດ ຕະພັນໃຫ້ແກ່ນະຄອນ ຫວຽດຈີ່ ແລະ ​ແຂວງໃກ້ຄຽງ. ​ຄຽງ​ຄູ່​ກັນ​ນັ້ນ VECO ຍັງຊ່ວຍເຫຼືອແຂວງ ຝູ໋ເຖາະ ພັດທະນາເຂດປູກຊາ ທີ່ຕາແສງ ເລືອງເຊີນ, ເມືອງ ອຽນເລີບ ເພື່ອຂຸດຄົ້ນທ່າແຮງບົ່ມ​ຊ້ອນ​ໃນຂອງເຂດດິນດັ່ງກ່າວ. ມາເຖິງປະຈຸບັນ, ເມືອງ ອຽນເລີບ ໄດ້ ສ້າງຕັ້ງ ສະຫະກອນປູກຕົ້ນຊາ, ດຶງດູດໄດ້​ຫຼາຍກວ່າ 370 ຕາ​ແສງເຂົ້າຮ່ວມ.
 
ສາມາດເວົ້າໄດ້ວ່າ ການຊ່ວຍເຫຼືອສ້າງຕັ້ງບັນດາ ສະຫະກອນ ແລະ ກຸ່ມຊາວກະສິກອນຜະລິດຢ່າງຍືນ​ຍົງເປັນໜຶ່ງໃນບັນ ດາເປົ້າໝາຍ​ຫຼັກຂອງ VECO ໃນການ​ໃຊ້​ຄວາມ ພະຍາຍາມ ຊ່ວຍເຫຼືອຊາວກະສິກອນ ຫວຽດນາມ ບຸກ​ບືນ​ເພື່ອ​ຫຼຸດພົ້ນຈາກ ຄວາມທຸກຍາກ. ຍ້ອນວ່າຜ່ານຕົວແບບດັ່ງກ່າວນີ້, ຊາວກະສິ ກອນສາມາດແບ່ງປັນບົດຮຽນ, ຍົກສູງປະສິດທິພາບໃນການ ຜະລິດ, ຈາກນັ້ນຈຶ່ງມີລາຍຮັບທີ່ໝັ້ນຄົງ ແລະ ​ຫຼາຍກວ່າ​ເກົ່າ. 
ບົດ: ບິກເວີນ - ພາບ: ຈິ້ງວັນໂປ້


top