ຂ່າວສານ

VBF: ເສດຖະກິດສີຂຽວ, ຫັນເປັນສີຂຽວຈະແມ່ນກຳລັງໜູນຂອງການເຕີບໂຕ

ທີ່ກອງປະຊຸມເຕັກນິກນີ້, 12 ກຸ່ມປະຕິບັດງານຂອງ VBF ໄດ້ຍົກອອກຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບກົນໄກ ແລະ ນະໂຍບາຍໃນ 12 ຂົງເຂດ
ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ (ພາບ: TTXVN/BNEWS)

ຕອນເຊົ້າວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນມິດເວທີປາໄສວິສາຫະກິດ ຫວຽດນາມ ລວມມີ: ກະຊວງແຜນການ ແລະ ການລົງທຶນ, ທະນາຄານໂລກ (WB) ແລະ ອົງການການເງິນສາກົນ (IFC) ໄດ້ຈັດເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ (VBF) ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານ ຫວຽດນາມ ໃນການຊຸກຍູ້ການເຕີບໂຕສີຂຽວ”.

ທີ່ກອງປະຊຸມເຕັກນິກນີ້, 12 ກຸ່ມປະຕິບັດງານຂອງ VBF ໄດ້ຍົກອອກຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບກົນໄກ ແລະ ນະໂຍບາຍໃນ 12 ຂົງເຂດ, ຄື: ພະລັງງານ, ກະສິກຳ, ການຄ້າ ແລະ ເສດຖະກິດດີຈີຕອນ… ເມື່ອຮັບເອົາຂໍ້ສະເໜີແນະຂອງບັນດາກຸ່ມປະຕິບັດງານຂອງ VBF, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໄດ້ມີຄຳຕອບກ່ຽວກັບຂໍ້ສະເໜີຂອງນັກລົງທຶນ ແລະ ວິສາຫະກິດ. ບັນດາຄຳເຫັນປະກອບດັ່ງກ່າວເຊິ່ງກ່ຽວຂ້ອງເຖິງກອບນິຕິບັນຍັດ, ກົນໄກນະໂຍບາຍທີ່ກອງປະຊຸມເຕັກນິກນີ້ ຈະໄດ້ລວບລວມເພື່ອລາຍງານຕໍ່ນາຍົກລັດຖະມົນຕີທີ່ກອງປະຊຸມຂັ້ນສູງຂອງເວທີປາໄສ VBF, ເຊິ່ງຈະດຳເນີນໃນວັນທີ 19 ມີນາ ຈະມາເຖິງ.


top