ເຄື່ອງໝາຍ ຫວຽດ

VABIOTECH - ເຄື່ອງໝາຍການຄ້າ ວັກຊີນ ອັນດັບໜຶ່ງຂອງ ຫວຽດນາມ

ພາຍຫຼັງການສ້າງຕັ້ງ ແລະ ພັດທະນາມາເປັນເວລາກວ່າ 20 ປີ, ປັດຈຸບັນ VABIOTECH ໄດ້ເປັນໜຶ່ງໃນບັນດາບໍລິສັດຄົ້ນຄວ້າ, ຜະລິດ ແລະ ຄ້າຂາຍ ວັກຊີນ, ອຸປະກອນການແພດອັນດັບໜຶ່ງຢູ່ ຫວຽດນາມ. ຕົ້ນປີ 2020, ເມື່ອ ຫວຽດນາມ ມີຜູ້ ຕິດ ໂຄວິດ-19 ລາຍທຳອິດ, VABIOTECH ໄດ້ມີການຮ່ວມ ມືກັບບັນດານັກວິທະຍາສາດ ຂອງ ມະຫາວິທະຍາໄລ Bristol (ອັງກິດ) ເພື່ອຄົ້ນຄວ້າ ວັກຊີນ ຕ້ານໂຄວິດ-19 ອີງໃສ່ ເຕັກ ໂນໂລຊີ vector virus
VABIOTECH ໄດ້ຮັບການຮັບຮອງ ISO 9001: 2008 ໂດຍ ຄະນະຄຸ້ມຄອງຄຸນນະພາບ (QMS) ຂອງ ອົດສະຕຣາລີ ມອບ ໃຫ້.
ທ່ານ ປອ. ໂດ໋ຕວ໋ນດາດ, ຜູ້ອຳນວຍການ VABIOTECH ໃຫ້ ຮູ້ວ່າ ທາງບໍລິສັດໄດ້ປະສົບຜົນສຳເລັດ ໃນການຄົ້ນຄວ້າ, ຜະ ລິດ ວັກຊີນ ຕ້ານໂຄວິດ-19 ໃນເບື້ອງຕົ້ນ ແລະ ໄດ້ດຳເນີນ ການທົດລອງວັກຊີນ ດັ່ງກ່າວກັບໜູ.  

ການຄົ້ນຄວ້າໄດ້ຮັບຜົນສຳເລັດ ໃນການສ້າງສາຍພັນ ທ່ີປະຕິ ບັດ ໃນຂົງເຂດ Antigen ຈຳເພາະຂອງໄວຣັດ SARS-CoV-2. ຢາຕ້ານເຊື້ອ ໄວຣັດ SARS-CoV-2 ໃນສ່ວນປະກອບ ຂອງ ວັກຊີນ ເມື່ອສັກເຂົ້າຮ່າງກາຍ ຈະຜະລິດພູມຕ້ານທານ ເຊື້ອໄວຣັດ SARS-CoV-2, ຊ່ວຍ ໃຫ້ຄົນເຮົາບໍ່ຕິດ ພະ ຍາດ. ນີ້ແມ່ນວັດຖຸດິບທີ່ສຳຄັນໃຫ້ແກ່ ການຜະລິດ ວັກຊີນ. 



ຂັ້ນຕອນການປູກເຊື້ອຈຸລັງໃນເວລາຜະລິດ ວັກຊີນ ທີ່ VABIOTECH. ພາບ: ເອກະສານ


ບັນດານັກເຕັກນິກເຮັດວຽກທີ່ຫ້ອງຄົ້ນຄວ້າ ວັກຊີນ ຂອງ VABIOTECH. ພາບ: ເອກະສານ


ການເກັບຕົວແບບຜູ້ຕິດເຊື້ອ ໄວຣັດ ແນໃສ່ຮັບໃຊ້ ໃຫ້ ແກ່ວຽກງານຄົ້ນຄວ້າ ວັກຊີນ ໃໝ່ ທີ່ີ VABIOTECH. ພາບ: ຫວຽດເກື່ອງ/VNP


ບັນດານັກວິທະຍາສາດຂອງ VABIOTECH ເຮັດວຽກໃນຫ້ອງຄົ້ນຄວ້າ ວັກຊີນ.


ການຄົ້ນຄວ້າພັດທະນາ ວັກຊີນ ທີ່ຫ້ອງຄົ້ນຄວ້າ ວັກຊີນ ຂອງ VABIOTECH. ພາບ: ເອກະສານ


ນັກເຕັກນິກ ເກັບຕົວແບບກວດກາຄຸນນະພາບໂລກລະບາດ ປູກເຊື້ອຈຸລັງ.


ຂັ້ນຕອນການຜະລິດ ວັກຊີນ.


VABIOTECH ໄດ້ລົງທຶນຊື້ເຄື່ອງຈັກທີ່ທັນສະໄໝ ມາຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ແລະ ຜະລິດ ວັກຊີນ. ພາບ: ເອກະສານ


VABIOTECH ໄດ້ລົງທຶນຊື້ເຄື່ອງຈັກທີ່ທັນສະໄໝ ມາຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ແລະ ຜະລິດ ວັກຊີນ. ພາບ: ເອກະສານ


ນັກເຕັກນິກຂອງ VABIOTECH ເຮັດວຽກໃນລະບົບ ພື້ນຖານໂຄງລ່າງ, ພາຫະນະອຸປະກອນທີ່ທັນສະໄໝ. 


ຫຼາຍປີຜ່ານມາ, VABIOTECH ໄດ້ນຳໃຊ້ບັນດາຜົນງານ
ວິທະຍາສາດ ແລະ ເຕັກນິກ ເຂົ້າໃນການຄົ້ນຄວ້າ, ຜະລິດ ວັກຊີນ.



VABIOTECH ໄດ້ລົງທຶນຊື້ເຄື່ອງຈັກທີ່ທັນສະໄໝ ມາຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ແລະ ຜະລິດ ວັກຊີນ. ພາບ: ເອກະສານ




ຜະລິດຕະພັນ ວັກຊີນ ຈຳນວນໜຶ່ງຂອງ VABIOTECH ໄດ້ນຳໃຊ້ໃນແຜນການສັກຢາກັນພະຍາດ ເປີດກວ້າງ ແຫ່ງຊາດ.

ໄດ້ຮູ້ວ່າ ກ່ອນປີ 2000, ຕົ້ນກຳເນີດຂອງ VABIOTECH ແມ່ນບໍລິສັດ ວັກຊີນ ແລະ ອຸປະກອນການແພດ ເລກ 1 ສັງ ກັດ ສະຖາບັນອະນາໄມ ແລະ ລະບາດວິທະຍາ ສູນກາງ  (NIHE). ເຖິງວ່າ ນັ້ນແມ່ນໄລຍະຊຸດທີ່ຫຍຸ້ງຍາກ ຂອງ ຫວຽດ ນາມ ເມື່ອຫາກໍ່ເລີ່ມຕົ້ນເປີດປະຕູ ແລະ ເຊື່ອມໂຍງ, ແຕ່ ທາງ ບໍລິສັດໄດ້ຮັບຜົນສຳເລັດພໍສົມຄວນ ໃນການຜະລິດ ວັກຊີນ ເພື່ອສະໜອງໃຫ້ແກ່ໄລຍະເຜີຍແຜ່ ການສັກຢາກັນ ພະຍາດ ເປີດກວ້າງໃນທົ່ວປະເທດຢູ່ ຫວຽດນາມ. 

ສະເພາະປີ 1996, ບໍລິສັດໄດ້ຮັບ 3 ລາງວັນ VIFOTECH ສໍາລັບຜະລິດຕະພັນວັກຊີນ ຄື: ລາງວັນທີໜຶ່ງໄດ້ແກ່ວັກຊີນ ກັນ ແລະ ຕ້ານພະຍາດສະໝອງ ອັກເສບ ຍີ່ປຸ່ນ; ລາງວັນ ທີ ສອງ ໄດ້ແກ່ ວັກຊີນ ກັນ ແລະ ຕ້ານພະຍາດຕັບອັກເສບ B; ລາງວັນທີສາມໄດ້ແກ່ ວັກຊີນ ກັນໂລກອະຫິວາ ປະເພດກິນ. ປີ 2000, ບໍລິສັດໄດ້ປ່ຽນຊື່ເປັນ VABIOTECH, ສັງກັດ ກະ ຊວງສາທາລະນະສຸກ, ສ້າງຂີດໝາຍໃໝ່ແຫ່ງການພັດທະນາຍຸດທະສາດ ແລະ ວິໄສທັດ.

ດ້ວຍລະບົບພື້ນຖານວັດຖຸ, ອຸປະກອນ ທີ່ທັນສະໄໝ, ບັນລຸ ມາດຕະຖານ GMP-WHO, GSP ແລະ GSP; ລະບົບການ ຄຸ້ມຄອງຄຸນນະພາບ ບັນລຸມາດຕະຖານ ISO 9001-2015; ບັນດາຜະລິດຕະພັນຂອງ VABIOTECH ບໍ່ພຽງແຕ່ ໄດ້ນໍາ ໃຊ້ໃນ ແຜນການສັກຢາກັນພະຍາດ ເປີດກວ້າງແຫ່ງຊາດ, ສະ ໜອງ ບໍລິການໃຫ້ແກ່ຕະຫຼາດພາຍໃນປະເທດເທົ່ານັ້ນ, ແຕ່ຍັງ ສົ່ງອອກໄປ ຫຼາຍປະເທດ ໃນໂລກອີກດ້ວຍ.

ປີ 2012, VABIOTECH ຮ່ວມມືກັບບັນດາຜູ້ຜະລິດ ທີ່ມີຊື່ ສຽງ ແລະ ເຄື່ອງໝາຍການຄ້າລາຍໃຫຍ່ ຂອງໂລກ ເພື່ອຜະ ລິດ ແລະ ຄ້າຂາຍ ວັກຊີນ ແລະ ຜະລິດພັນ ຊີວະພາບເຊັ່ນ: ຜະລິດຕະພັນ ບົ່ງມະຕິ (HBsAg, anti-HBs, anti-HCV, HIV…), ການຮັກສາ ທາງຊີວະວິທະຍາ (Erythropoietin, Insulin, Albumin, Globulin…), ປະເພດວັກຊີນ (ຄາງທູມ, Rubella, ເຫຍື່ອຫຸ້ມສະໝອງ ອັກເສບ,  ອີສຸກອີໃສ, Hib...). 

ປີ 2018, VABIOTECH ໄດ້ເຊັນບົດບັນທຶກ ຊ່ວຍຈໍາ ວ່າ ດ້ວຍການຮ່ວມມື ກັບສະຖາບັນ Vacxin Finlay (FINLAY) ຂອງ ກູບາ. VABIOTECH ສືບຕໍ່ບັນລຸ ມາດຕະຖານປະຕິບັດ ທີ່ດີ ການຜະລິດຢາ ຕາມຄໍາແນະນຳ ຂອງອົງການອະນາໄມ ໂລກ (GMP-WHO) ໃຫ້ແກ່ຕ່ອງໂສ້ຜະລິດ ວັກຊີນ ກັນ ແລະ ຕ້ານພະຍາດ ສະໝອງ ອັກເສບຍີ່ປຸ່ນ, ວັກຊີນ ກັນ ແລະ ຕ້ານ ພະຍາດ ຕັບອັກເສບ A, ວັກຊີນ ກັນ ແລະ ຕ້ານພະຍາດ ຕັບ ອັກເສບ B, ວັກຊີນ ກັນໂລກອະຫິວາ ປະເພດກິນ; ຕ່ອງໂສ້ ບັນຈຸກວດ ວັກຊີນ. 

ປັດຈຸບັນ, VABIOTECH ບັນລຸໄດ້ບັນດາມາດຕະຖານ GLP, GSP,GDP ໃນການຜະລິດ ວັກຊີນ. ກ່ຽວກັບວິໄສທັດ,​ VABIOTECH ຈະພະຍາຍາມໃຫ້ກາຍເປັນບໍລິສັດຄົ້ນຄວ້າ, ຜະລິດ, ດໍາເນີນທຸລະກິດວັກຊີນ ແລະ ອຸປະກອນການແພດ ທຸກປະເພດ ອັນດັບໜຶ່ງຢູ່ ອາຊີຕາເວັນອອກສ່ຽງໃຕ້. 
 
ບົດ: ຖາວວີ - ພາບ: ຫວຽດເກື່ອງ


top