ຂ່າວສານ

USTDA ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມກັບ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງ

​ທ່ານ Thomas R. Hardy ຢັ້ງ​ຢືນ​ວ່າ USTDA ຖື ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ, ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງພ້ອມ​ກັບ ຫວຽດ​ນາມ ໃນ​ການ​ກະ​ກຽມ, ພັດ​ທະ​ນາ​ບັນ​ດາ​ໂຄງ​ການທີ່​ມີ​ຄຸນ​ນະ​ພາບ​ສູງ.
ທ່ານ​​ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດນາມ ​ຕ້ອນ​ຮັບ​ທ່ານ Thomas R. Hardy, ຜູ້​ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ​ອົງ​ການ​ການ​ຄ້າ ແລະ ພັດ​ທະ​ນາ ອາ​ເມ​ລິ​ກາ (USTDA) (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 21 ກັ​ນ​ຍາ, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນ ນິວ​ຢອກ, ທ່ານ​​ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Thomas R. Hardy, ຜູ້​ຮັກ​ສາ​ການ​ຜູ້​ອຳ​ນວຍ​ການ​ອົງ​ການ​ການ​ຄ້າ ແລະ ພັດ​ທະ​ນາ ອາ​ເມ​ລິ​ກາ (USTDA). ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ USTDA ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມ ຄັດເລືອກ​ໂຄງ​ການ​ຍຸດ​ທະ​ສາດ​ຈຳ​ນວນ​ໜຶ່ງ, ມີ​ລັກ​ສະ​ນະ​ແຜ່​ລາມ​ສູງ​ເພື່ອ​ສຸມ​ໃສ່​ໜູ​ນ​ຊ່ວຍ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ພະ​ລັງ​ງານ ແລະ ຕາ​ໜ່າງ​ໄຟ​ຟ້າ, ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ແລະ ສູນ​ຂໍ້​ມູນ, ການ​ບິນ, ທ່າ​ກຳ​ປັ່ນ, logistics ແລະ ຄົມ​ມະ​ນາ​ຄົມ​ທັນ​ສະ​ໄໝ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ທາງ ຈາກຂອດ​ກະ​ກຽມ​ໂຄງ​ການ, ຊ່ວຍ ຫວຽດນາມ ເຂົ້າ​ເຖິງ​ມາດ​ຖານ​, ເຕັກ​ໂນ​ໂລ​ຢີ, ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ແຫຼ່ງ​ກຳ​ລັງ​ຂອງ​ອາ​ເມ​ລິ​ກາ ໂດຍ​ໄວ.

ສ່ວນ​ທ່ານ Thomas R. Hardy ຢັ້ງ​ຢືນ​ວ່າ USTDA ຖື ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ, ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ເດີນ​ທາງພ້ອມ​ກັບ ຫວຽດ​ນາມ ໃນ​ການ​ກະ​ກຽມ, ພັດ​ທະ​ນາ​ບັນ​ດາ​ໂຄງ​ການທີ່​ມີ​ຄຸນ​ນະ​ພາບ​ສູງ; ຢັ້ງ​ຢືນ ພ້ອມ​ແລ້ວ​ທີ່​ຈະ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນກຳ​ນົດເພື່ອ​ໂຄງ​ການ​ສອດ​ຄ່ອງ ແລະ ລະ​ດົມ​ເຄື່ອງມື​ໜູນ​ຊ່ວຍ​ກະ​ກຽມ​ໂຄງ​ການ .


top