ຢູ່ນະຄອນຫຼວງ Vienna, ສ. ໂອຕາລິດ, ຄະນະກຳມະການ ອາຊຽນ ປະຈຳ Vienna (ACV) ລວມມີເອກອັກຄະລັດຖະທູດ, ອຸປະທູດຂອງ 8 ປະເທດສະມາຊິກ (ລວມມີ ຫວຽດນາມ, ຟີລິບປິນ, ມາເລເຊຍ, ມຽນມາ, ອິນໂດເນເຊຍ, ໄທ, ລາວ ແລະ ສິງກະໂປ) ຫາກໍເຮັດວຽກກັບທ່ານນາງ Monica Juma ຜູ້ອຳນວຍການຫ້ອງການ ສປຊ ກ່ຽວກັບ ຢາເສບຕິດ ແລະ ອາດຊະຍາກຳ (UNODC).
ບັນຍາກາດການເຮັດວຽກ (ພາບ: VOV)
ເມື່ອກ່າວຄຳເຫັນໃນການເຮັດວຽກ, ທ່ານນາງ Monica Juma ຢັ້ງຢືນວ່າ ອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ແມ່ນໜຶ່ງໃນບັນດາພາກພື້ນບຸລິມະສິດຂອງ UNODC ໃນສະພາບການພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍທີ່ນັບມື້ນັບຮ້າຍແຮງກວ່າ, ເຊັ່ນ: ຢາເສບຕິດ, ອາຊະຍາກຳທາງເຄືອຂ່າຍອິນເຕີເນັດ, ການສໍ້ໂກງທາງອິນເຕີເນັດ, ການຄ້າມະນຸດ, ໄພຟອກເງິນ ແລະ ບັນດາອາດຊະຍາກຳຂ້າມຊາດ.
ສ່ວນທ່ານ ຫວູເລຖາຍຮວ່າງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ໂອຕາລິດ, ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງບັນດາການໜູນຊ່ວຍຂອງ UNODC ສຳລັບ ອາຊຽນ ແລະ ພາກພື້ນ; ພ້ອມທັງສະເໜີໃຫ້ UNODC ສືບຕໍ່ໃຫ້ບຸລິມະສິດຕໍ່ບັນດາໂຄງການກໍ່ສ້າງກຳລັງຄວາມສາມາດ, ໜູນຊ່ວຍດ້ານເຕັກນິກ ແລະ ຊຸກຍູ້ການປະຕິບັດບັນດາເຄື່ອງມືທາງດ້ານນິຕິກຳສາກົນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ.