ຂ່າວສານ

UNFPA ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ລັດ​ຖະ​ບານ​ຫວຽດ​ນາມ ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຊາວ​ໜຸ່ມ​ຫວຽດ​ນາມ ໄລ​ຍະ 2021 – 2030

ຕອນເຊົ້າວັນທີ 13 ທັນວາ, ກະຊວງພາຍໃນສົມທົບກັບກອງທຶນປະຊາກອນ ສປຊ (UNFPA)  ປະຈຳຫວຽດນາມ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ປຸກລະດົມຂະບວນການ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021 – 2030. ກອງປະຊຸມໄດ້ຈັດຂຶ້ນໂດຍກົງຢູ່ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບບັນດາສະຖານທີ່ທ້ອງຖິ່ນ.
 (ພາບ: hanoimoi.com.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຈ້ຽວວັນເກື່ອງ ຮອງລັດຖະມົນຕີກະຊວງພາຍໃນໄດ້ເນັ້ນໜັກວ່າ ຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021 – 2030 ແມ່ນພື້ນຖານສຳຄັນເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສະເໜີຕໍ່ອົງການມີສິດອຳນາດ ປະກາດໃຊ້ນະໂຍບາຍ, ກົດໝາຍວ່າດ້ວຍຊາວໜຸ່ມໃນບັນດາຂົງເຂດຂອງຊີວິດສັງຄົມ; ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ຊາວໜຸ່ມເຂົ້າຮ່ວມການຄຸ້ມຄອງລັດ ແລະ ສັງຄົມ, ເຂົ້າຮ່ວມວິວັດການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍໃຫ້ແກ່ຊາວໜຸ່ມເອງ.

   ໂດຍໄດ້ຊົມເຊີຍລັດຖະບານຫວຽດນາມ ທີ່ໄດ້ຮັບຮອງເອົາ ຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021 – 2030,  ທ່ານ Naomi Kitahara, ຫົວໜ້າຜູ້ຕາງໜ້າ ກອງທຶນປະຊາກອນ ສປຊ (UNFPA)  ປະຈຳຫວຽດນາມ ທັງເປັນຫົວໜ້າຮ່ວມ ກຸ່ມກະທຳເພື່ອຊາວໜຸ່ມ, ຜູ້ບໍ່ທັນຮອດກະສຽນຂອງ ສປຊ ປະຈຳຫວຽດນາມ ໄດ້ຊີ້ແຈ້ງວ່າ ທຸກຝ່າຍຕ້ອງລະດົມຫຼາຍກຳລັງແຮງ ແລະ ຄວາມມານະພະຍາຍາມ ເພື່ອປະຕິບັດຍຸດທະສາດສຳຄັນນີ້ຢູ່ບັນດາຂັ້ນ, ທ້ອງຖິ່ນຕ່າງໆ ເພື່ອຮັບປະກັນໃຫ້ແກ່ຊາວໜຸ່ມ ໄດ້ຮັບບັນດາຂໍ້ມູນຂ່າວ, ການບໍ່ລິການ ແລະ ໂອກາດທີ່ສຳຄັນ. ໃນວິວັດການນີ້, UNFPA ພ້ອມແລ້ວທີ່ຈະສືບຕໍ່ຫນູນຊ່ວຍລັດຖະບານຫວຽດນາມ.

(ແຫຼ່ງຄັດຈາກ VOV)


top