ຂ່າວສານ

UNFPA ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ

ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າກອງທຶນປະຊາກອນ ສປຊ (UNFPA) ຢູ່ ຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນໃນການປັບປຸງສຸຂະພາບຈະເລີນພັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍປີຜ່ານມາ.

ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າກອງທຶນປະຊາກອນ ສປຊ (UNFPA) ຢູ່ ຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນໃນການປັບປຸງສຸຂະພາບຈະເລີນພັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍປີຜ່ານມາ.

    

ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າກອງທຶນປະຊາກອນ ສປຊ (UNFPA) ຢູ່ ຫວຽດນາມ (ພາບ: TTXVN)

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ຫວ່າງມໍ່ໆມານີ້, ທ່ານນາງ Naomi Kitahara ໄດ້ເນັ້ນໜັກວ່າ ອັດຕາແມ່ຍິງຖືພາເສຍຊີວິດຢູ່ ຫວຽດນາມ ໄດ້ຫຼຸດລົງຫຼາຍພໍສົມຄວນ ໃນຮອບເວລາ 3 ທົດສະວັດຜ່ານມາ ແລະ ປັດຈຸບັນ ເດັກໃນຈຳນວນ 100.000 ຄົນ ມີອັດຕາເສຍຊີວິດພຽງແຕ່ 46 ຄົນເທົ່ານັ້ນ.

     ທ່ານນາງກໍຕີລາຄາສູງຕໍ່ໝາກຜົນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຊີວິດການເມືອງ, ດ້ວຍອັດຕາເພດຍິງສະມາຊິກສະພາແຫ່ງຊາດຊຸດທີ XV ກວມເອົາ 30,26%. ໄປຄຽງຄູ່ກັນນັ້ນ, 65,3% ແມ່ຍິງຢູ່ໃນເກນອາຍຸອອກແຮງງານໄດ້ເຂົ້າຮ່ວມຕະຫຼາດວຽກເຮັດງານທຳ ເຊິ່ງທຽບເທົ່າກັບອັດຕາແຮງງານເພດຊາຍ ແລະ ຢູ່ໃນລະດັບສູງເມື່ອທຽບໃສ່ອັດຕາສະເລ່ຍຂອງຫຼາຍພາກພື້ນ.

     ຕາມທ່ານນາງແລ້ວ, ບົດບາດຂອງແມ່ຍິງ ຫວຽດນາມ ໃນສັງຄົມພວມມີການປ່ຽນແປງຢ່າງເຫັນໄດ້ຊັດ. ວິວັດການຫັນເປັນທັນສະໄໝ ແລະ ຜົນງານຂອງເຕັກໂນໂລຢີຂໍ້ມູນຂ່າວສານໄດ້ສ້າງໂອກາດຫຼາຍຢ່າງໃຫ້ແກ່ແມ່ຍິງ ແລະ ເດັກຍິງຢູ່ ຫວຽດນາມ. ແມ່ຍິງ ຫວຽດນາມ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງບົດບາດຂອງຕົນ ແລະ ບັນລຸຜົນສຳເລັດໃນທຸກຂົງເຂດ ນັບແຕ່ສັງຄົມຕະຫຼອດຮອດເສດຖະກິດ, ການເມືອງ.

     ທ່ານນາງ Naomi Kitahara ຢັ້ງຢືນວ່າ ກອງທຶນປະຊາກອນ ສປຊ ຈະສືບຕໍ່ເຄື່ອນໄຫວເພື່ອໃຫ້ ຫວຽດນາມ ກາຍເປັນປະເທດທີ່ມີກຳລັງບົ່ມຊ້ອນສຳລັບແມ່ຍິງ ແລະ ເດັກຍິງດ້ວຍສານທີ່ວ່າ “ເປັນຜູ້ຍິງເພື່ອປະກາຍແສງສະຫວ່າງ”.

(ແຫຼ່ງຄັດຈາກ VOV)


top