ຂ່າວສານ

UNESCO ຮ່ວມ​ເດີນ​ທາງ​ພ້ອມ​ກັບ ເທື່ອ​ທຽນ​ເຫວ້ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ

ເທື່ອທຽນ - ເຫວ້ ຍາມໃດກໍກຳນົດການສ້າງສາ ແລະ ພັດທະນາບົນພື້ນຖານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳ ເຫວ້ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກວັດທະນະທຳ, ຊີວະພາບ, ທັດສະນີຍະພາບ, ເປັນມິດກັບສິ່ງແວດລ້ອມ ແລະ ອັດສະລິຍະ.

ເທື່ອທຽນ - ເຫວ້ ຍາມໃດກໍກຳນົດການສ້າງສາ ແລະ ພັດທະນາບົນພື້ນຖານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳ ເຫວ້ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກວັດທະນະທຳ, ຊີວະພາບ, ທັດສະນີຍະພາບ, ເປັນມິດກັບສິ່ງແວດລ້ອມ ແລະ ອັດສະລິຍະ. 

    

ຄະນະຜູ້ແທນ UNESCO ຢ້ຽມຢາມ ກຸງເກົ່າ ເຫວ້  (ພາບ: TTXVN)

ວັນທີ 7 ກັນຍາ, ທ່ານນາງຜູ້ອຳນວຍການໃຫຍ່ UNESCO Audrey Azoulay ໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານກຸງເກົ່າ ເຫວ້ ແລະ ພົບປະກັບທ່ານປທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫວ້ ຫງວຽນວັນເຟືອງ. ໂດຍເປັນຄັ້ງທຳອິດທີ່ມາ ຢ້ຽມຢາມ ເຫວ້, ທ່ານນາງ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ ເຊິ່ງແຂວງເທື່ອທຽນ - ເຫວ້, ສູນອະນຸລັກຮັກສາເຂດປູຊະນີຍະສະຖານ ກຸງເກົ່າ ເຫວ້ ໃນຫຼາຍປີຜ່ານມາ ທີ່ໄດ້ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸ ອັນລ້ຳຄ່າຂອງຊາດ ຫວຽດນາມ ແລະ ຢັ້ງຢືນວ່າ UNESCO ຈະຮ່ວມເດີນທາງພ້ອມກັບແຂວງ ເທື່ອທຽນເຫວ້ ໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳທີ່ເປັນມູນເຊື້ອ.

        ສ່ວນທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫວ້ ໃຫ້ຮູ້ວ່າ ຍາມໃດກໍກຳນົດການສ້າງສາ ແລະ ພັດທະນາບົນພື້ນຖານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ, ສີສັນວັດທະນະທຳ ເຫວ້ ດ້ວຍວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກວັດທະນະທຳ, ຊີວະພາບ, ທັດສະນີຍະພາບ, ເປັນມິດກັບສິ່ງແວດລ້ອມ ແລະ ອັດສະລິຍະ.  ທ່ານ ຫງວຽນວັນເຟືອງ ຫວັງວ່າ ຈະໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກຈາກຝ່າຍ UNESCO ໃນຂະບວນວິວັດແຫ່ງການອະນຸລັກຮັກສາຄຸນຄ່າມໍລະດົກວັດທະນະທຳຂອງເຂດດິນແດນ ກຸງເກົ່າ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top