ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ
ວັນທີ 13 ກໍລະກົດ, ທີ່ກອງປະຊຸມຄັ້ງທີ 47 ຢູ່ນະຄອນຫຼວງ ປາຣີ, ສ.ຝລັ່ງ, ຄະນະກຳມະການມໍລະດົກໂລກໄດ້ມີຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານການດັດປັບເຂດແດນແບບຮ່ວມຊາຍແດນມໍລະດົກໂລກ ຂອງເຂດມໍລະດົກທຳມະຊາດໂລກປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ (ແຂວງ ກວາງຈີ້, ຫວຽດນາມ) ເປີດກວ້າງຕື່ມອີກທັງປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ (ແຂວງ ຄຳມ່ວນ, ລາວ). ພາຍຫຼັງໄດ້ດັດປັບມໍລະດົກມີຊື່ທີ່ວ່າ “ປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ ແລະ ປ່າສະຫງວນແຫ່ງຊາດ ຫີນໜາມໜໍ່”.
ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນທຳອິດເພື່ອໃຫ້ ຫວຽດນາມ ສາມາດປະກອບສ່ວນບົດຮຽນຕົວຈິງເຂົ້າໃນວຽກງານຄຸ້ມຄອງມໍລະດົກໂລກຕາມສົນທິສັນຍາ 1972 ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດໂລກຂອງ UNESCO.