ຂ່າວສານ

UNDP ໜູນ​ຊ່ວຍ​ເງິນ​ກ່​ວາ 4,5 ລ້ານ USD ​ໃຫ້​ແຂວງດັກ​ລັກ ເພື່ອ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ

ວັນທີ 6 ຕຸລາ, ຜູ້ຕາງໜ້າອົງການພັດທະນາ ສປຊ (UNDP) ໄດ້ມີການເຮັດວຽກກັບ ຄະນະກຳມະການປະຊາຊົນ ແຂວງ ດັກລັກ ກ່ຽວກັບໂຄງການເພີ່ມທະວີຄວາມສາມາດໃນການຮັບມືຂອງການຜະລິດກະສິກຳໃນຂອບຂະໜາດຄອບຄົວຊາວກະສິກອນ ຕໍ່ໜ້າສະພາບການຂາດຄວາມໝັ້ນຄົງແຫຼ່ງນ້ຳ ຍ້ອນການປ່ຽນແປງຂອງດິນຟ້າອາກາດຢູ່ເຂດໄຕງວຽນ ແລະ ເຂດແຄມທະເລທາງທິດໃຕ້ພາກກາງ ຫວຽດນາມ.

 ບັນດາຜູ້ແທນກ່າວຄຳເຫັນທີ່ກອງປະຊຸມ (ພາບ:  baodaklak.vn)

ໂຄງການໂດຍ ກອງທຶນອາກາດຂຽວ ຂອງ ສປຊ ອຸປະຖຳດ້ວຍເງິນຊ່ວຍເຫຼືອລ້າ ກ່ວາ 30 ລ້ານ USD, ເວລາໃນການປະຕິບັດໂຄງການຄາດວ່າ ແຕ່ປີ 2020 - 2025. ຂອບເຂດປະຕິບັດແມ່ນບັນດາແຂວງຄື ດັກລັກ, ດັກນົງ, ບິ່ງທ້ວນ, ນິງທວນ ແລະ ແຄ໊ງຮ່ວາ, ດ້ວຍເປົ້າໝາຍຫັນລະບົບຫົດນ້ຳແລະລະບາຍນ້ຳເປັນທັນສະໄໝ, ຮັບປະກັນແຫຼ່ງນ້ຳ ແລະ ການຫາເງິນລ້ຽງຊີບ, ນຳໃຊ້ເຕັກນິກກະສິກຳທີ່ມີຄວາມສາມາດທົນທານກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສຳຜັດກັບຂໍ້ມູນຂ່າວສານ ກະສິກຳ ແລະ ການຕະຫຼາດ.
(ແຫຼ່ງຄັດຈາກ VOV)

top