ຂ່າວສານ

UNCTAD: ການ​ເຕີບ​ໂຕ​ທາງ​ການ​ຄ້າ​ທົ່ວ​ໂລກ ອາດ​ຈະ​ຊ້າ​ລົງ

ກອງປະຊຸມ ສປຊ ທາງການຄ້າ ແລະ ພັດທະນາ UNCTAD ຫາກໍ່ປະກາດບົດລາຍງານອັບເດັດສະພາບການຄ້າທົ່ວໂລກໃນເດືອນ ກຸມພາ ປີ 2022.

ກອງປະຊຸມ ສປຊ ທາງການຄ້າ ແລະ ພັດທະນາ UNCTAD ຫາກໍ່ປະກາດບົດລາຍງານອັບເດັດສະພາບການຄ້າທົ່ວໂລກໃນເດືອນ ກຸມພາ ປີ 2022, ໃນນັ້ນໄດ້ຢັ້ງຢືນວ່າ ການເຕີບໂຕທາງການຄ້າທົ່ວໂລກ ໄດ້ເພີ່ມຂຶ້ນໃນໄຕມາດທີ IV/2021, ແຕ່ຄາດວ່າຈະຊ້າລົງໃນໄຕມາດທີ I/2022.

ພາບປະກອບ: THX/ TTXVN

ຕາມນັ້ນແລ້ວ, ປີ 2021, ການຄ້າທົ່ວໂລກບັນລຸລະດັບສູງສະຖິຕິ 28.500 ຕື້ USD, ເພີ່ມຂຶ້ນປະມານ 25% ເມື່ອທຽບໃສ່ກັບປີ 2020 ແລະ ເພີ່ມຂຶ້ນປະມານ 13%ເມື່ອທຽບໃສ່ກັບໄລຍະກ່ອນເກີດໂລກລະບາດໂຄວິດ - 19. ການເຕີບໂຕທາງການຄ້າທົ່ວໂລກ ໄດ້ຮັກສາໃນ 6 ເດືອນຕົ້ນປີ 2021, ສືບຕໍ່ມີການເຕີບໂຕໃນ 6 ເດືອນທ້າຍປີ 2021.

ທ່າອ່ຽງຕັ້ງໜ້າຕໍ່ການຄ້າສາກົນໃນປີ 2021 ເປັນຕົ້ນແມ່ນຍ້ອນລາຄາສິນຄ້າເພີ່ມຂຶ້ນ, ໃນຂະນະທີ່ບັນດາມາດຕະການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຜ່ອນຜັນ ແລະ ຄວາມຕ້ອງການມີການຟື້ນຟູຢ່າງແຮງຍ້ອນບັນດາບ້ວງກະຕຸກຊຸກຍູ້ການຄ້າ. ເຖິງຢ່າງໃດກໍ່ຕາມ, ທ່າອ່ຽງນີ້ ອາດຈະຫຼຸດລົງ ດັ່ງນັ້ນ ການຄ້າທົ່ວໂລກຄາດວ່າຈະຊ້າລົງ ແລະ ກັບຄືນສູ່ສະພາບທີ່ເປັນປົກກະຕິໃນປີ 2022.

(ແຫຼ່ງຄັດຈາກ VOV)


top