ທ່ານລັດຖະມົນຕີ ນາງ Amna bint Abdullah Al Dahak ຊີ້ແຈ້ງວ່າ UAE ມີຄວາມສົນໃຈ ແລະ ສະຫງວນບຸລິມະສິດຫຼາຍກ່ວາອີກໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີກະຊວງປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ສະຫະລັດ ອາຣັບເອມີເລດ (UAE) ນາງ Amna bint Abdullah Al Dahak (ພາບ: TTXVN)
ຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ສະຫະລັດ ອາຣັບເອມີເລດ (UAE) ນາງ Amna bint Abdullah Al Dahak ເນື່ອງໃນໂອກາດເຂົ້ານຮ່ວມກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນເປົ້າໝາຍ ແລະ ພາລະກຳຂອງປະຊາຊົນທົ່ວໂລກ, ຕ້ອງມີການຮ່ວມແຮງຮ່ວມໃຈຂອງທຸກປະເທດ, ໃນນັ້ນມີ ຫວຽດນາມ ແລະ UAE. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມໄດ້ເປັນເຈົ້າພາບຈັດຕັ້ງ P4G ດ້ວຍເປົ້າໝາຍຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຊຸກຍູ້ການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງຂອງທົ່ວໂລກ, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມປາດຖະໜາຢາກຮ່ຳຮຽນບົດຮຽນປະສົບການຂອງ UAE ກ່ຽວກັບການຫັນເປັນເສດຖະກິດ, ພັດທະນາປະເທດຢ່າງແຮງ ແລະ ໄວ.
ສ່ວນທ່ານລັດຖະມົນຕີ ນາງ Amna bint Abdullah Al Dahak ຊີ້ແຈ້ງວ່າ UAE ມີຄວາມສົນໃຈ ແລະ ສະຫງວນບຸລິມະສິດຫຼາຍກ່ວາອີກໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປາດຖະໜາຢາກຮ່ວມມືກັບ ຫວຽດນາມໃນຂົງເຂດນີ້ໃຫ້ຫຼາຍກ່ວາອີກ.