ຂ່າວສານ

Travel+Leisure ເລືອກເຟັ້ນ ຝູກວກ ແມ່ນໜຶ່ງໃນ 23 ສະຖານທີ່ດີທີ່ສຸດເພື່ອ ໄປທ່ຽວໃນປີ 2023

ປີ 2006, ອົງການ UNESCO ໄດ້ຮັບຮອງສວນແຫ່ງຊາດ ຝູກວກ ແມ່ນເຂດສະສົມສັດສາວະສິ່ງໂລກ ກຽນຢາງ...
  ແຂກທ່ອງທ່ຽວຢູ່ ຝູກວກ ໃນໂອກາດບຸນປີໃໝ່ປີແມວ 2023 (ພາບ:OCSEN Beach Bar & Club)  

ຫວ່າງແລ້ວນີ້, ວາລະສານ ທ່ອງທ່ຽວມີຊື່ສຽງ Travel+Leisure ໄດ້ເລືອກເຟັ້ນ ຝູກວກ (ແຂວງ ກຽນຢາງ, ຫວຽດນາມ) ຢືນທີ 3 ໃນບັນຊີລາຍຊື່ 23 ສະຖານທີ່ດີທີ່ສຸດເພື່ອໄປທ່ຽວໃນປີ 2023. ວາລະສານນີ້ໄດ້ໃຫ້ຂໍ້ສັງເກດວ່າ: ຝູກວກ ແມ່ນສະຖານທີ່ຈັບໃຈດ້ວຍຫາດຊາຍທະເລຂາວ, ເຂດປ່າຂຽວອຸ່ມທຸ່ມ ພ້ອມກັບ ນ້ຳຕົກຕາດ, ລະບົບຖ້ຳ… ປີ 2006, ອົງການ UNESCO ໄດ້ຮັບຮອງສວນແຫ່ງຊາດ ຝູກວກ ແມ່ນເຂດສະສົມສັດສາວະສິ່ງໂລກ ກຽນຢາງ. ບໍ່ພຽງແຕ່ມີທຳມະຊາດທີ່ສວຍສົດງົດງາມເທົ່ານັ້ນ, ບັນດາການບໍລິການ, ເຂດພັກຜ່ອນບຳລຸງສຸຂະພາບທີ່ຫຼູຫຼາ, ຢູ່ທີ່ນີ້ຍັງມຸ່ງໄປເຖິງຄວາມຍືນຍົງ, ເຮັດໃຫ້ແຫ່ງນີ້ກາຍເປັນແດນສະຫວັນໃຫ້ແຂກທ່ອງທ່ຽວ.

ນອກຈາກ ຝູກວກ ແລ້ວ, ໃນບັນຊີລາຍຊື່ສະຖານທີ່ດີທີ່ສຸດເພື່ອໄປທ່ຽວໃນປີ 2023 ຂອງ ວາລະສານ Travel+Leisure ຍັງມີຫຼາຍສະຖານທີ່ໂດ່ງດັງອື່ນໆດ້ວຍລະບົບຊີວະພາບທີ່ປະຖົມປະຖານ, ອາຫານການກິນອຸດົມສົມບູນ, ຄື:  Alberta (ການາດາ), Alula (ອາຣັບບີ ຊາອຸດິ), Fukuoka (ປະເທດ ຍີ່ປຸ່ນ).


top