ຂ່າວສານ

The Travel: ຫວຽດ​ນາມ ນອນ​ໃນ Top 10 ສະ​ຖານ​ທີ່​ນັດ​ພົບ​ມີ​ຄວາມ​ດຶງ​ດູດ​ໃຈ​ທີ່​ສຸດ​ຢູ່ ​ອາ​ຊີ

ບໍ່ພຽງແຕ່ມີຄວາມງາມທາງດ້ານທຳມະຊາດເທົ່ານັ້ນ, ຫວຽດນາມ ຍັງດຶງດູດແຂກທ່ອງທ່ຽວດ້ວຍສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດ - ວັດທະນະທຳນັບຮ້ອຍປີອີກດ້ວຍ.
  ອ່າວຮະລອງ (ພາບ: TTXVN)  

ຫວ່າງມໍ່ໆມານີ້, ວາລະສານ The Travel (ການາດາ) ໄດ້ປະກາດ 10 ສະຖານທີ່ນັດພົບທີ່ດີທີ່ສຸດຢູ່ ອາຊີ ໃຫ້ແກ່ແຂກທ່ອງທ່ຽວໃນທົ່ວໂລກ ທີ່ອາດຈະເລືອກໄປຢ້ຽມຢາມ ແລະ ລົງພຶດຕິກຳຕົວຈິງ. ໃນນັ້ນ, ຫວຽດນາມ ໄດ້ຢືນຢູ່ອັນດັບທີ 5 ແລະ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສະຫງົບສຸກທີ່ສຸດໃນໂລກ. ຕາມ The Travel ແລ້ວ, ຫວຽດນາມ ໄດ້ພັດທະນາ ດ້ວຍກຳລັງຊີວິດໜຸ່ມ ແລະ ມີຄວາມຂະຫຍັນຂັນເຄື່ອນ. ຫວຽດນາມ ມີສະຖານທີ່ມະຫັດສະຈັນທາງທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ສວຍງາມຫຼາຍແຫ່ງ. ວາລະສານທ່ອງທ່ຽວຂອງ ການາດາ ຖືວ່າ ບັນດາທົ່ງນາທີ່ກວ້າງໃຫຍ່ ແລະ ຕະຫຼາດບົນແມ່ນ້ຳທີ່ເປັນເອກະລັກສະເພາະຍິ່ງສ້າງກຳລັງດຶງດູດໃຈຂອງບັນດາສະຖານທີ່ທ່ອງທ່ຽວແຖວໜ້າຢູ່ພາກພື້ນນີ້. ບໍ່ພຽງແຕ່ມີຄວາມງາມທາງດ້ານທຳມະຊາດເທົ່ານັ້ນ, ຫວຽດນາມ ຍັງດຶງດູດແຂກທ່ອງທ່ຽວດ້ວຍສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະຫວັດສາດ - ວັດທະນະທຳນັບຮ້ອຍປີອີກດ້ວຍ.

 


top