ຂ່າວສານ

The ASEAN Post ຕີ​ລາ​ຄາ​ສູງ​ບົດ​ບາດ​ນຳ​ໜ້າ​ຂອງ​ຫວຽດ​ນາມ​ໃນ ​ອາ​ຊຽນ

ຫວ່າງແລ້ວນີ້, ໜັງສືພິມ The ASEAN Post ໄດ້ລົງບົດຂຽນຕີລາຄາບົດບາດຂອງຫວຽດນາມໃນຕຳແໜ່ງເປັນປະທານອາຊຽນ 2020.

ພາບປະກອບ: TTXVN 

ຕາມບົດຂຽນແລ້ວ, ຫວຽດນາມ ບັນລຸໄດ້ບັນດາບາດກ້າວໃນການສະແດງໃຫ້ເຫັນບົດບາດຂອງຜູ້ນຳທີ່ມີປະສິດທິຜົນ, ພິເສດແມ່ນການເປັນເຈົ້າການຮັບມືກັບໂລກລະບາດ Covid – 19, ນະໂຍບາຍຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສະຖຽນລະພາບດ້ານການເມືອງ. ມີນັກຊ່ຽວຊາຍຫຼາຍທ່ານ ໄດ້ຕີລາຄາສູງຕໍ່ການນຳພາຂອງຫວຽດນາມໃນສະພາບການຕົວຈິງຢູ່ອາຊຽນ.

ບົດຂຽນກໍ່ໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີພື້ນຖານການເມືອງໝັ້ນຄົງຢູ່ອາຊີຕາເວັນອອກສ່ຽງໃຕ້, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ. ຕາມບົດຂຽນແລ້ວ, ໂດຍແມ່ນປະເທດທີ່ພວມພົ້ນເດັ່ນຂຶ້ນ ຂອງອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ສາມາດປະກອບສ່ວນເຮັດໃຫ້ ສະພາບແວດລ້ອມແຫ່ງຄວາມໝັ້ນຄົງຂອງ ອາຊຽນ ມີການປ່ຽນແປງແລະ ພ້ອມກັບອິນໂດເນເຊຍ ນຳພາປະຊາຄົມ ກ້າວເດີນຖືກທິດ ຕາມບັນດາເປົ້າໝາຍສະເພາະ, ກໍ່ຄືບັນດາເປົ້າໝາຍລວມຂອງ ທຸກໆປະເທດສະມາຊິກອາຊຽນ, ຜ່ານຜ່າບັນດາບັນຫາທີ່ພວມເກີດຂຶ້ນໃນໂລກ ໃນໄລຍະຫຼັງ ໂລກລະບາດ Covid – 19.

(ແຫຼ່ງຄັດຈາກ VOV)


top