ເຄື່ອງໝາຍ ຫວຽດ

TCI - ຈຸດສະຫວ່າງໃນຂະແໜງ ອຸດສາຫະກຳສຳຮອງ

ພາຍຫຼັງການເຄື່ອນໄຫວມາເປັນເວລາ 11 ປີ ພ້ອມກັບພະນັກງານ 300 ຄົນ, ປະຈຸບັນ ບໍລິສັດອຸດສາຫະກິດ ຈີເກື່ອງ ຈຳກັດ (TCI) ຢືນຢັນໄດ້ເຄື່ອງໝາຍຂອງຕົນ ຜ່ານບັນດາຜະລິດຕະພັນໃນຂົງເຂດກົນຈັກ, ຜະລິດເຄື່ອງຈັກ,  ອຸດສາຫະກຳສຳຮອງເພື່ອຮັບໃຊ້ໃຫ້ແກ່ບັນດາວິສາຫະກິດ FDI ທີ່ພວມລົງທຶນຢູ່ ຫວຽດນາມ ແລະ ສົ່ງອອກ ໄປສູ່ຕ່າງປະເທດ.
“ເສັ້ນທາງເລີ່ມສ້າງຕົວຂອງ TCI ເຕັມໄປດ້ວຍເຫື່ອແຮງ ແລະ ສະຕິປັນຍາ”.
ທ່ານ ເລແທງຖຸຍ, ຜູ້ອຳນວຍການໃຫຍ່ TCI. 
ທ່ານ ເລແທງຖຸຍ, ຜູ້ອຳນວຍການໃຫຍ່ TCI ໃຫ້ຮູ້ວ່າ ລາວຮຽນຈົບມະຫາວິທະຍາໄລ ສັບພະວິຊາ, ຂະແໜງວິຊາຫັນເປັນອັດຕະໂນມັດ, ພາຍຫຼັງການເຮັດວຽກ ແລະ ຊອກຮູ້ການຕະຫຼາດ ຍີ່ປຸ່ນ ມາເປັນ ເວລາຫຼາຍປີ, ລາວຕັດສິນໃຈລົງທຶນຜະລິດບັນດາຜະລິດຕະພັນ ຮັບໃຊ້ໃຫ້ຂະແໜງການອຸດສາຫະກຳສຳຮອງ. ປີ 2006, TCI ໄດ້ ສ້າງຕັ້ງຂຶ້ນມາດ້ວຍໂຮງງານຜະລິດຫຼັງໜຶ່ງກວ້າງ 300 ຕາຕະລາງ ແມັດ.

ໄລຍະນັ້ນ, ນັກທຸລະກິດ ຍີ່ປຸ່ນ ຫຼາຍຄົນໄດ້ມາຢ້ຽມຢາມໂຮງງານ ຜະລິດຂອງ TCI ແຕ່ບໍ່ຕົກລົງຮ່ວມມື. TCI ຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງບໍ່ນ້ອຍ, ຢາກພິສິດລູກຄ້າ ຍີ່ປຸ່ນ ໄດ້ ຕ້ອງມີເງິນເພື່ອ ລົງທຶນກໍ່ສ້າງໂຮງງານຜະລິດ, CEO ຕ້ອງມີຄວາມສາມາດເພື່ອຄຸ້ມຄອງວິສາຫະກິດ ແລະ ພະນັກງານຄຸນນະພາບສູງ. ທ່ານ ຖຸຍ ພ້ອມກັບເພື່ອນຮ່ວມງານໝົດທຸກຄົນ ຕ້ອງພະຍາຍາມສຸດຄວາມສາມາດຂອງຕົນ, ໄປຮຽນວິທີການຄຸ້ມຄອງວິສາຫະກິດ, ຊອກຫາລູກຄ້າ, ລະດົມທຶນເພື່ອເປີດກວ້າງຂະໜາດໂຮງງານຜະລິດ.
 
ຈາກຄວາມພະຍາຍາມດັ່ງກ່າວ, ພາຍຫຼັງທີ່ໄດ້ມາຢ້ຽມຢາມພື້ນພານ ການຜະລິດຂອງ TCI, ກຸ່ມບໍລິສັດ Tsubaki (ຍີ່ປຸ່ນ) ຈຶ່ງຕັດສິນໃຈ ເຊັນສັນຍາສັ່ງຊື້ສິນຄ້າດ້ວຍມູນຄ່າ 20.000 ໂດລາສະຫະລັດ ຍ້ອນເຂົາເຈົ້າຮັບຮູ້ໄດ້ທ່າແຮງບົ່ມຊ້ອນຂອງ TCI.
 
ນີ້ແມ່ນໃບສັ່ງຊື້ສິນຄ້າທີ່ເຄັ່ງຄັດ, ຫຍຸ້ງຍາກ ແຕ່ເປັນການທົດສອບ ທຳອິດຂອງ TCI ກັບວິສາຫະກິດ ຍີ່ປຸ່ນ. ສັນຍາສັ່ງຊື້ສິນຄ້າສະບັບທຳອິດໄດ້ສຳເລັດຢ່າງຈົບງາມ. ພາຍຫຼັງການສັ່ງຊື້ສິນຄ້າມາເປັນ ເວລາຫຼາຍປີ, ປະຈຸບັນ Tsubaki ໄດ້ກາຍເປັນຄູ່ຮ່ວມມືທີ່ສະໜິດ
ຂອງ TCI. 



ຖັນແຖວພະນັກງານໜຸ່ມນ້ອຍຂອງ TCI.


ຕໍ່ການປະຕິວັດອຸດສາຫະກຳ 4.0, ບໍລິສັດຕ່າງປະເທດຫຼາຍແຫ່ງ ມາ ຫວຽດນາມ
ເພື່ອຈ່າວຂາຍເຄື່ອງຈັກອຸດສາຫະກຳທີ່ເຄື່ອນໄຫວແບບ
ອັດຕະໂນມັດ.
ແຕ່ໜ້ອຍຄົນຮູ້ວ່າ ປະຈຸບັນ, ເຄື່ອງຈັກອຸດສາຫະກຳ

ທີ່ທັນສະໄໝດ່ັງກ່າວ ເປັນໜຶ່ງໃນບັນດາຜະລິດຕະພັນສົ່ງອອກຕົ້ນຕໍ່ ຂອງ TCI.



ນາຍຊ່າງກົນຈັກ 2 ເຊັ່ນຄົນຂອງ TCI ໃນໂຮງງານຜະລິດ ນຳໃຊ້ລະບົບການຄຸ້ມຄອງຄຸນນະພາບ ISO 9001:2008.


ພື້ນຖານກົນຈັກຊັດເຈນ ເປັນບ່ອນອີງທີ່ໝັ້ນແກ່ນ ເພື່ອໃຫ້ TCI ຜະລິດອອກມາບັນດາຜະລິດຕະພັນ
ລັດໜ້າການປະຕິວັດ ອຸດສາຫະກຳ 4.0.



ນອກຈາກປັດໄຈກ່ຽວກັບຊັບພະຍາກອນມະນຸດ, TCI ໄດ້ລົງທຶນ ກໍ່ສ້າງພາຫະນະອຸປະກອນຜະລິດ
ທີ່ທັນສະໄໝເພື່ອຜະລິດ
ອອກມາບັນດາຜະລິດຕະພັນຊັດເຈນເດັດຂາດ
ກັບຄວາມຕ້ອງການ
ຢ່າງເຄັ່ງຄັດດ້ານຄຸນນະພາບ.



ບັນດາພາຫະນະອຸປະກອນຜະລິດທີ່ທັນສະໄໝໂດຍ TCI ປະດິດສ້າງຂຶ້ນ ແມ່ນຜົນສຳເລັດ
ຂອງການປະສານສົມທົບລະຫວ່າງ ການຜະລິດກົນຈັກຊັດເຈນຄຸນນະພາບສູງ
ແລະ ຄວາມຮູ້ຄວາມ ສາມາດດ້ານເຕັກໂນໂລຊີໃໝ່ ຂອງຖັນແຖວພະນັກງານໜຸ່ມນ້ອຍ.



ໂຮງງານຜະລິດໄດ້ນຳໃຊ້ລະບົບການຄຸມຄອງຄຸນນະພາບ
ISO 9001:2008. ຂອງ TCI ທີ່ເມືອງ ດົງແອງ, ຮ່າໂນ້ຍ.

ປະຈຸບັນ, 80% ວິສາຫະກິດ ຍີປຸ່ນ ມີທຶນ FDI ລົງທຶນຢູ່ ຫວຽດນາມ ໄດ້ເຊັນສັນຍາສັ່ງຊື້ສິນຄ້າຂອງ TCI. ຕົວເລກຂະຫຍາຍຕົວຂອງ TCI ເພີ່ມ 30%/ປີ.
ປີ 2015, TCI ໄດ້ລົງທຶນກໍ່ສ້າງໂຮງງານຜະລິດທີ່ທັນສະໄມ ດ້ວຍເນື້ອທີ່ 6.500 ຕາຕະລາງແມັດ ທີ່ເຂດອຸດສາຫະກຳ ຫງວຽນເຄ, ເມືອງ ດົງແອງ, ຮ່າໂນ້ຍ. ທາງບໍລິສັດຍັງລົງທຶນຊື້ເຄື່ອງຈັກ, ເປີດກວ້າງປະເພດຜະລິດຕະພັນ, ຍູ້ແຮງການຜະລິດ. ດ້ວຍຫຼັກນຳ “ຮ່ວມມືເພີ່ມເຕີມຄຸນຄ້າ”, ບັນດາຜະລິດຕະພັນຂອງ TCI ພິສິດໄດ້ລູກຄ້າທີ່ໃຈຍາກຂອງ ຍີ່ປຸ່ນ ຍ້ອນຄຸນນະພາບສູງ, ລາຄາເໝາະສົມ, ສົ່ງສິນຄ້າຖືກກັບເວລາກຳນົດ ແລະ ການບໍລິການທີ່ດີ.
 
ແຕ່ກ່ອນ, TCI ສົ່ງອອກກັບທີ່ຮັບໃຊ້ໃຫ້ແກ່ວິສາຫະກິດ FDI ທີ່ພວມເຄື່ອນໄຫວຢູ່ ຫວຽດນາມ ກວມ 95%, ສ່ວນທີ່ຍັງເຫຼືອ 5% ແມ່ນສົ່ງອອກໄປສູ່ ຍີ່ປຸ່ນ. ປີ 2013-2015 ໄດ້ເປີດກວ້າງການສົ່ງອອກໄປສູ່ບັນດາປະເທດ ເອີຣົບ. ເຖິງປີ 2017, TCI ໄດ້ເຊັນສັນຍາສະໜອງຜະລິດຕະພັນໃຫ້ແກ່ 7 ວິສາຫະກິດລາຍໃຫຍ່ຂອງ ຍີ່ປຸ່ນ ດ້ວຍມຸນຄ່າ 6 ລ້ານໂດລາສະຫະລັດ/ປີ ແລະ ມີລູກຄ້າຈຳນວນໜຶ່ງມາສັ່ງຊື້ສິນຄ້າຈາກ ເຢຍລະມັນ ແລະ ແຟງລັງ. TCI ດຶງດູດລູກຄ້າຫຼາຍພໍສົມຄົນໃນຂົງເຂດລົດ ໂອໂຕ໋, ລົດຈັກຄື: Yahmaha, Toyota, Piaggio, Kehin, Hamaden, Standley, Bridgestone, Enkei, Inoue.., ຂົງເຂດເອເລັກໂຕນິກຄື: Samsung, Meiko, Sumitomo, Panasonic, Kyocera, Elentec, Tabuchi.., ຂົງເຂດສາທາລະນະສຸກ, ອາຫານການກິນຄື: Nipro Pharma, Bbraun, Terumo, Coca-cola.... ແລະ ອື່ນໆ. 


ບົດ: ເຈີ່ນເວີນ - ພາບ: ຫວຽດເກື່ອງ


top