ເພື່ອນມິດ ກັບ ຫວຽດນາມ

Stellar Ciorra ຄວາມຮັກ ທີ່ມີຕໍ່ວັດທະນະທຳ ຫວຽດນາມ

ເປັນເວລາດົນ​ນານ​ມາ​ແລ້ວ, ທ່ານນາງ Stellar Ciorra 

ເກີດ ແລະ ໃຫຍ່ຂຶ້ນຢູ່ປະເທດ ອັງກິດ, ວິຊາທີ່ທ່ານນາງ Stellar Ciorra ມັກແມ່ນສິລະປະ. ປີ 1995, ເພິ່ນມາ ​ຫວຽດ​ນາມ ​ເປັນ​ຄັ້ງ​ທຳ​ອິດ ​ແລະ ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຄົ້ນ​ພົບ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ ອາ​ຊີ. ປະ​ເທດ​ ຫວຽດ​ນາມ ​ດ້ວຍ​ມໍ​ລະ​ດົກ ​ແລະ ​ທິວ​ທັດ​ທີ່​ສວຍ​ງາມ​ຫຼາຍ​ແຫ່ງ​ ໄດ້​ດຶງດູດ ແລະ ເອົາຊະນະໃຈເພິ່ນ. ເພິ່ນມີຄວາມ​ຊົງ​ຈຳ​ທີ່​ສວຍງາມ​​ກ່ຽວ​ກັບ​ປະ​ເທດ ຫວຽດນາມ ພວມ​ມຸ່ງ​ໄປ​ເຖິງ​ການ​ປ່ຽນ​ແປງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ດັ່ງ​ນັ້ນ ​ເມື່ອ​ກັບ​ຄືນ​ປະເທດ ອັງກິດ, ທ່ານນາງ Stellar ​ໄດ້​ຕັດ ສິນ​ໃຈ​ຮຽນ​ພາສາ​ ຫວຽດ. ​ອາ​ຈານ ​ຂອງ​ ເພິ່ນແມ່ນ​ພະນັກງານ ເຮັດ​ວຽກ​ຢູ່​ສະ​ຖານ​ທູດ ​ຫວຽດ​ນາມ ປະຈຳ ອັງກິດ.

ການ​ນຳ​ໃຊ້​ພາສາ​ ຫວຽດນາມ ​ຢ່າງ​ຄ່ອງ​ແຄ້ວ​ແມ່ນ​ໂອກາດ​ເພື່ອ​ໃຫ້​ເພິ່ນ​ເຂົ້າ​ໃຈ​ ຫວຽດນາມ ​ໄດ້​ດີ​ຂຶ້ນ. ປີ 2011, ເພິ່ນຕັດສິນ​ໃຈ​ຍ້າຍ​ມາ​ເຮັດ​ວຽກ ​ແລະ ຕັ້ງ​ຖິ່ນ​ຖານ​ຢູ່ ​ຮ່າ​ໂນ້ຍ. ເພິ່ນໄປ​ຊອກ​ຫາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ເປັນບ່ອນໃຫ້ເພິ່ນສາມາດ​ພົບ​ປະ​ກັບ​ເພື່ອນ​ມິດ​ຕ່າງ​ປະ​ເທດ​ຫຼາຍຄົນ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ ຫວຽດ​ນາມ ​ຕື່ມ​ອີກ ແລະ ດູດ​ດື່ມ​ໃນ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ ຫວຽດ​ນາມ.

ໂດຍບັງເອີນ, ເພິ່ນໄດ້ພົບກັບອົງການ ເພື່ອນມໍລະດົກ ຫວຽດ ນາມ (FVH). ນີ້​ແມ່ນ​ບ້ານ​ ຫຼັງໜຶ່ງ ທີ່ເຕັມໄປດ້ວຍ ບັນຍາກາດທີ່ອົບອຸ່ນ ຂອງ​ເພື່ອນ​ມິດສາ​ກົນ ທີ່​ມີຄວາມຮັກຕໍ່​ວັດ​ທະ​ນະ​ທຳ ​ຫວຽດ​ນາມ. ຈາກອົງການດັ່ງກ່າວ, ເພິ່ນໄດ້ເຂົ້າ ຮ່ວມເປັນອາສາສະໝັກ ແລະ ຫຼັງຈາກນັ້ນ ກາຍເປັນຮອງປະທານ FVH.

 

 ທ່ານນາງ Stella Ciorra ແມ່ນ​ແມ່​ຍິງ​ທີ່​ມີ​ສັນ​ຊາດ​ ອັງ​ກິດ ແຕ່​ໄດ້​ດຳ​ລົງ​ຊີ​ວິດ ແລະ ຕິດ​ພັນ​ກັບ ຮ່າ​ໂນ້ຍ ເກືອບ 30 ປີ. ພາບ: ກົງດາດ/VNP
  ເມື່ອ​ຢູ່​ ຮ່າ​ໂນ້ຍ, ເພິ່ນຮູ້ຈັກ​ກັບ​ຖະໜົນ​ຫົນທາງ​ທຸກ​ຊັ້ນ​ວັນນະ, ແຕ່​ຮ້ານ​ຂາຍ​ສິນຄ້າ​ທີ່​ເປັນ​ມູນ​ເຊື້ອ​ຄືຂາຍ​ຮູບ​ແຕ້ມ ​ເຖິງຂາຍ​ກ້ວຍ​ຢູ່​ ຮ່າ​ໂນ້ຍ. ພາບ: ກົງດາດ/VNP
  ເພິ່ນ​ອ່ານ​ບົດ​ເລື່ອງ​ວັດທະນະທຳ ​ແລະ ປະຫວັດສາດ ​ທີ່ໄດ້ຂຽນໃສ່ແຜ່ນສິລາຈາລຶກຫຼາຍແຜ່ນທີ່ຕັ້ງຢູ່ສາລາ ກິມເງິນ ເພື່ອສາມາດ​ເຂົ້າ​ໃຈ​ວັດທະນະທຳ ຫວຽດນາມ ​ໃຫ້​ດີ​ຂຶ້ນ ​ແລະ ​ຈາກນັ້ນ ແນະນຳ​ໃຫ້​ບັນດາ​ເພື່ອນ​ມິດສາ​ກົນ. ພາບ: ກົງດາດ/ VNP
ທ່ານນາງ Stella Ciorra ມັກເຍື່ອງ​ອາ​ຫານ​ພື້ນ​ເມືອງ​ ຫວຽດ​ນາມ ທີ່​ຂາຍ​ຢູ່​ຖະ​ໜົນ​ຫົນ​ທາງ​ ຮ່າ​ໂນ້ຍ. ພາບ: ກົງດາດ/VNP

  ທ່ານນາງ Stella Ciorra ໂອ້ລົມກັບທ່ານ ຟ້າມຈຸງຢຸງ, ຜູ້ອຳນວຍການໃຫຍ່ໂຮງແຮມ  Lasiesta, ເຊິ່ງເປັນໂຮງແຮມທີ່ສະເພາະຕ້ອນຮັບແຂກສາກົນຢູ່ຫວຽດນາມ. ພາບ: ກົງດາດ/VNP 
  ທ່ານນາງ Stellar Ciorra ລົມ​ກັບ​ທ່ານ ​ເກື່ອງ, ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ປະດັບ​ຢູ່​ຖະໜົນ ຮ່າງບາກ, ຮ່າ​ໂນ້ຍ. ພາບ: ກົງດາດ/ VNP
  ທ່ານນາງ Stellar Ciorra ໂອ້ລົມກັບເດັກນ້ອຍຢູ່ຖະໜົນ ຕ້າຮ່ຽນ, ຮ່າໂນ້ຍ. ພາບ: ກົງດາດ/ VNP 

FVH ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999 ດ້ວຍ​ສະມາຊິກປະ​ມານ 1.300 ຄົນ​ມາຈາກ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ, ໃນ​ນັ້ນ​ ສ່ວນ​ໃຫຍ່​ແມ່ນພວມ​ເຮັດ​ວຽກ ແລະ ອາ​ໄສ​ຢູ່ ​ຫວຽດ​ນາມ. ຍາມໃດ FVH ກໍມີສະມາຊິກ ປະມານ 500 ຄົນ. ໂດຍສະເລ່ຍ, ເດືອນໜຶ່ງຈະຈັດຕັ້ງ 8-10 ກິດຈະກໍາ. ບັນດາ​ເຫດການ ຂອງ FVH ລ້ວນ​ແຕ່​ສຸມໃສ່ໃນການ​ແນະນຳ ​ແລະ ຄົ້ນ​ພົບ​ປະຫວັດສາດ, ມໍລະດົກ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ ຂອງ ຫວຽດນາມ, ​ໃນ​ນັ້ນ​ມີ​ຄວາມແປກໃໝ່ ​ແລະ ອາຊີບ​ ທີ່​ສຸດ​ແມ່ນ​ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ​ຍ່າງ. ຢ່າງ​ໜ້ອຍ​ໃນ​ໜຶ່ງ​ປີ FVH ຈັດ​ຕັ້ງ​ການ​ທ່ອງ​ທ່ຽວ​ຢູ່ ​ຮ່າ​ໂນ້ຍ ​ປະ​ມານ 17 ທົວ ​ເປັນ​ພາ​ສາ ​ອັງ​ກິດ, 16 ທົວເປັນ​ພາ​ສາ​ ຍີ່​ປຸ່ນ ແລະ​ ບາງ​ທົວ​ເປັນ​ພາ​ສາ​ ແອ໋ດສະປາຍ.

ນອກຈາກນັ້ນ, FVH ຍັງມີການເຄື່ອນໄຫວອື່ນໆ ຄື: ກອງປະຊຸມ ສໍາມະນາ, ສະເໜີຕົວກັບບັນດາສາດສະດາຈານ, ນັກສິລະປິນ ວັດທະນະທໍາ ຫວຽດນາມ, ສາຍຮູບເງົາ ແລະ ແນະນໍາຮູບເງົາ ຫວຽດນາມ, ບັນດາບົດນິພົນວັນນະຄະດີ ຫວຽດນາມ; ການ​ທ່ອງ​ທ່ຽວ​ໝູ່ບ້ານ​ຫັດ​ຖະ​ກໍາ, ການ​ບໍ​ລິ​ຈາກ​ເພື່ອການ​ກຸ​ສົນ ໃຫ້ແກ່ບັນດາ​ທ້ອງ​ຖິ່ນ… ສຳລັບບັນດາກິດ​ຈະ​ກໍາ​ເຫຼົ່າ​ນີ້, ທ່ານນາງ Stellar ໄດ້ເຂົ້າຮ່ວມ​ທັງ​ໝົດ. ເພິ່ນ​ຍັງ​ເປັນ​ຜູ້​ນຳ​ທ່ຽວບໍລິການ​ຍ່າງ​ຢູ່​ ຮ່າ​ໂນ້ຍ ​ເພື່ອ​ແນະນຳ​ສະຖານ​ທີ່ ​ແລະ ວັດທະນະທຳ​ຂອງ​ແຕ່ລະ​ຖະໜົນ​ປະຫວັດສາດ. ດ້ວຍ​ຄວາມ​ຮູ້ ​ແລະ ຄວາມ​ຮັກ​ທີ່​ມີ​ຕໍ່​ຮ່າ​ໂນ້ຍ, ເພິ່ນ​ຈຶ່ງ​ເປັນ​ຜູ້​ຈັດ​ຕັ້ງ​ບັນດາ​ເຫດການໃຫ້ FVH ດ້ວຍ​ຄວາມເຜີຍແຜ່ຢ່າງກວ້າງຂວາງ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່​ພວມດຳ ລົງ​ຊີວິດ​ຢູ່ ຫວຽດນາມ.

ເປັນເວລາຫຼາຍປີທີ່ດຳລົງຊີວິດຢູ່ ຮ່າໂນ້ຍ, ທ່ານນາງ Stellar Ciorra ໄດ້ເຮັດວຽກໃນຂະແໜງສື່ມວນຊົນ ແລະ ເຫດການຕ່າງໆ ໃຫ້ແກ່ກຸ່ມໂຮງແຮມສາກົນ (Elegance Hospitality Group - EHG). ວຽກ​ງານ​ໄດ້​ຊ່ວຍ​ໃຫ້​ເພິ່ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການເຄື່ອນ ໄຫວ​ອາ​ສາ​ສະ​ໝັກ ດ້ານ​ວັດ​ທະ​ນະ​ທຳ​ຢູ່​ ຫວຽດ​ນາມ ຢ່າງ​ອັດ​ສະ​ຈັນ. ຜ່ານ​ການ​ເຮັດ​ວຽກ​ຢູ່​ກຸ່ມ​ໂຮງ​ແຮມ, ເພິ່ນ​ມີ​ໂອກາດ​ແນະນຳກັບ​ນັກ​ທ່ອງ​ທ່ຽວ​ສາກົນ​ ບັນດາຄວາມຮູ້ ດ້ານວັດທະນະທໍາ, ມໍລະ ດົກ​ຂອງ​ ຫວຽດນາມ, ພິ​ເສດ​ແມ່ນ ​ຮ່າ​ໂນ້ຍ, ພາກ​ເໜືອ ​ແລະ ​ແຂວງ ກວາງ​ນາມ.

ທ່ານນາງ Stella Ciorra ​ໄດ້​ແບ່ງປັນ​ກ່ຽວ​ກັບ​ວັດທະນະທຳ​ຊາ​ພື້ນ​ເມືອງ​ຂອງ​ ຫວຽດນາມ ກັບ​ຜູ້ຕາງໜ້າ​ບໍລິສັດ ຕຽນ​ທຽນ​ຈ່າ. ພາບ: ກົງດາດ/VNP
ທ່ານນາງ Stella Ciorra ແມ່ນ​ຜູ້​ຈັດ​ຕັ້ງ​ການ​ເດີນ​ທາງ​ຫຼາຍ​ຄັ້ງ​ເພື່ອ​ຄົ້ນ​ຫາ​ ຮ່າ​ໂນ້ຍ ໃຫ້ແກ່ສະມາຄົມ ເພື່ອນມໍລະດົກຂອງ ຫວຽດ​ນາມ (FVH). ພາບ: ກົງດາດ/ VNP  
FVH ໄດ້​ເຕົ້າ​ໂຮມ​ຊາວ​ຕ່າງ​ປະ​ເທດຫຼາຍຄົນ​ທີ່ມີຄວາມ​ຮັກ​ຕໍ່ວັດ​ທະ​ນະ​ທຳ ​ມໍ​ລະ​ດົກ​ຂອງ ​ຫວຽດ​ນາມ ແລະ ທ່ານນາງ Stellar Ciorra ເປັນຜູ້ຕາງໜ້າເພື່ອ​ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​ ຫວຽດ​ນາມ. ພາບ: ກົງດາດ/ VNP
  ທິມງານ FVH ມີ​ຄວາມ​ເອກອ້າງ​ທະນົງ​ໃຈ​ໃນ​ການ​ສຳ​ຜັດ​ກັບ​ມໍລະດົກ​ວັດທະນະທຳ​ ຫວຽດນາມ ຢູ່​ຫໍພິພິທະ​ພັນ​ປະຫວັດສາດ​ ຫວຽດນາມ. ພາບ: ກົງດາດ/VNP
ບັນດາ​ສະມາຊິກ​ຂອງ FVH ຄົ້ນ​ຄວ້າ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ວາງສະ​ແດງ​ຢູ່​ຫໍພິພິທະ​ພັນ​ປະຫວັດສາດ ຫວຽດນາມ. ພາບ: ກົງດາດ/VNP

ທ່ານນາງ Stella Ciorra ​ແລະ ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃນ​ການ​ເຮັດ​ຮູບ​ແຕ້ມ​ໃບ​ໄມ້. ພາບ: ເອກະສານ
ທ່ານນາງ Stellar Ciorra ພ້ອມກັບໄວ​ໜຸ່ມ​ ຫວຽດ​ນາມ ແລະ ​ຜະ​ລິດ​ຕະ​ພັນ​ແຕ້ມ​ຮູບ​ເຈ້ຍ​ດ້ວຍ​ມື. ພາບ: ເອກະສານ

ທ່ານນາງ Stella Ciorra ແລະ ທີມງານ FVH ແຕ້ມຮູບທີ່ໝູ່ບ້ານອາຊີບຜະລິດພາບສີຂັດມັນ ຫ້າຖາຍ, ເທື່ອງຕິນ, ຮ່າໂນ້ຍ. ຮູບພາບ: ເອກະສານ

ໜຶ່ງໃນບັນດາບົດບາດຂອງເພິ່ນຢູ່ໃນກຸ່ມໂຮງແຮມແມ່ນຂຽນ ບົດ ໃຫ້ແກ່ບັນດາສື່ສິ່ງພິມ ແລະ ວາລະສານຢູ່ພາຍໃນ (ພິມ ແລະ ລົງທາງອອນລາຍ), ລວມທັງບົດຂ່າວປະຈໍາເດືອນ ທີ່ກ່ຽວຂ້ອງກັບເຫດການຕ່າງໆ (ເຊັ່ນ: ວັນພັກ, ບຸນປີໃໝ່, ບຸນໄຫວ້ພະຈັນ... ) ຫຼື ບັນດາ​ຫົວ​ເລື່ອງ​ທີ່​ກ່ຽວກັບ​ອາຫານ​ຫວຽດນາມ, ປະຫວັດ ສາດ​ຂອງ​ສະຖານ​ທີ່​ ​ມີ​ຊື່​ສຽງ​ບາງ​ແຫ່ງ (ຕົວຢ່າງ​ຄື: ຂົວ ​ລອງ​ບຽນ ຢູ່ ​ຮ່າ​ໂນ້ຍ, ຕະຫຼາດ​ດອກ​ໄມ້ ກວາງ​ອານ ຢູ່ ​ໄຕ​ໂຮ່... ), ໝູ່​ບ້ານ​ຫັດຖະກຳ, ​ໄປ​ທ່ຽວ​ບັນດາ​ມໍລະດົກພາຍໃນມື້ ແລະ ອື່ນໆ.

ທ່ານນາງ Stellar Ciorra ແບ່ງປັນວ່າ: ນັບຕັ້ງແຕ່ການສ້າງຕັ້ງ, FVH ໄດ້ຈັດຕັ້ງປະມານ 1.600 ເຫດການ. ທ່ານນາງ Stellar Ciorra ​ເອງ ​ແລະ ບັນດາ​ເພື່ອນຮ່ວມງານ ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ເຊີດ​ຊູ​ບັນ ດາ​ຄຸນຄ່າ​ທີ່ FHV ​ໄດ້​ເຮັດ ເພື່ອຮັກສາຄວາມ​ສາມັກຄີ​ ໃນປະຊາຄົມ ​ແລະ ຍົກສູງຄວາມ​ເຂົ້າ​ໃຈ​ຂອງ​ຊາວ ຫວຽດນາມ ກ່ຽວ​ກັບ​ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ ​ໃນບ້ານ​ເກີດ​ເມືອງ​ນອນ ຂອງຕົນ.

ລົມ​ກັບທ່ານນາງ Stellar Ciorra, ບໍ່​ມີ​ໃຜ​ຄິດ​ວ່າ​ ເພິ່ນ​ເປັນ​ຄົນ​ຕ່າງ​ປະ​ເທດ​ຍ້ອນ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ ແລະ ຮີດ​ຄອງ​ປະ​ເພ​ນີ​ ຂອງ​​ຫວຽດ​ນາມ ຢ່າງ​ເລິກ​ເຊິ່ງ. ການ​ຊອກ​ຮູ້​ບັນດາ​ມໍລະດົກ​ວັດທະນະທຳ ​ຫວຽດນາມ ​ແມ່ນ​ຄວາມ​ຫຼົງໄຫຼ​ໃນ​ຊີວິດ​ຂອງເພິ່ນ ​ແລະ ​ແມ່ນ​ວິທີ​ເພື່ອ​ໃຫ້​ເພິ່ນ​ຮັກ​ ຫວຽດນາມ​ ຫຼາຍຍິ່ງຂຶ້ນ.


top