ຂ່າວສານ

Startup ຫວຽດ​ນາມ ສື​ບ​ຕໍ່​ບຸກ​ທະ​ລຸ​ບືນ​ຕົວ​ຂຶ້ນ, ປະ​ຕິ​ບັດ​ຄວາມ​ຄາດ​ຫ​ວັງ​ຂອງ​ຊາດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ໃນໄລຍະຜ່ານມາ, ໃນສະພາບການທີ່ຂົງເຂດເສດຖະກິດ-ສັງຄົມເກືອບທັງໝົດຂອງ ຫວຽດນາມ ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ປະຊາຄົມວິສາຫະກິດ Startup ຍັງມີການເຕີບໂຕ ແລະ ບືນຕົວຂຶ້ນເປັນຢ່າງດີ, ເຊິ່ງສະແດງໃຫ້ເຫັນຜ່ານດັດຊະນີຕ່າງໆ, ພິເສດແມ່ນກ່ຽວກັບແຫຼ່ງເງິນລົງທຶນທີ່ດຶງດູດມາໄດ້. ມີຜູ້ຊ່ຽວຊານ ແລະ ນັກຄຸ້ມຄອງໃນຂົງເຂດ Startup ຫຼາຍທ່ານໄດ້ຕີລາຄາວ່າ Startup ຫວຽດນາມ ພວມສະແດງໃຫ້ເຫັນຄວາມຄາດຫວັງ ແລະ ຄວາມຕັດສິນໃຈບືນຕົວຂຶ້ນຢ່າງແຮງ.

ໃນໄລຍະຜ່ານມາ, ໃນສະພາບການທີ່ຂົງເຂດເສດຖະກິດ-ສັງຄົມເກືອບທັງໝົດຂອງ ຫວຽດນາມ ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ປະຊາຄົມວິສາຫະກິດ Startup ຍັງມີການເຕີບໂຕ ແລະ ບືນຕົວຂຶ້ນເປັນຢ່າງດີ, ເຊິ່ງສະແດງໃຫ້ເຫັນຜ່ານດັດຊະນີຕ່າງໆ, ພິເສດແມ່ນກ່ຽວກັບແຫຼ່ງເງິນລົງທຶນທີ່ດຶງດູດມາໄດ້. ມີຜູ້ຊ່ຽວຊານ ແລະ ນັກຄຸ້ມຄອງໃນຂົງເຂດ Startup ຫຼາຍທ່ານໄດ້ຕີລາຄາວ່າ Startup ຫວຽດນາມ ພວມສະແດງໃຫ້ເຫັນຄວາມຄາດຫວັງ ແລະ ຄວາມຕັດສິນໃຈບືນຕົວຂຶ້ນຢ່າງແຮງ.

ຫຼັກຖານຈະແຈ້ງທີ່ສຸດສຳລັບການບຸກທະລຸບືນຕົວຂຶ້ນຂອງປະຊາຄົມວິສາຫະກິດ Startup ຢູ່ ຫວຽດນາມ ໃນໄລຍະຜ່ານມາແມ່ນ ມີເງິນລົງທຶນເຂົ້າໃນຂົງເຂດ Startup ໃນປີ 2021ດ້ວຍຈຳນວນ 1,3 ຕື້ USD. ຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນທົບ 6,5 ເທົ່າ ເມື່ອທຽບໃສ່ປີ 2021 ແລະ ແມ່ນຈຳນວນເງິນລົງທຶນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນໃນຂົງເຂດ Startup. ໂດຍເປັນຜົນການທີ່ຈຳເປັນ, ວິສາຫະກິດ Startup ຂອງ ຫວຽດນາມ ໄດ້ໝູນໃຊ້ເຕັກໂນໂລຢີຕ່າງໆເພື່ອແກ້ໄຂບັນຫາ, ຄວາມຕ້ອງການຂອງຕະຫຼາດ ກໍຄືການດຳລົງຊີວິດຢູ່ ຫວຽດນາມ.

    

ທ່ານ ຟ້າມຮົ່ງກວັດ, ຫົວໜ້າກົມພັດທະນາຕະຫຼາດ ແລະ ວິສາຫະກິດເຕັກໂນໂລຢີ (ພາບ: TTXVN)

ທ່ານຟ້າມຮົ່ງກວັດ, ຫົວໜ້າກົມພັດທະນາຕະຫຼາດ ແລະ ວິສາຫະກິດເຕັກໂນໂລຢີ (ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ), ທັງເປັນນັກຊ່ຽວຊານທີ່ມີຄວາມສຸດຈິດສຸດໃຈກັບຂົງເຂດວິສາຫະກິດ Startup ປະດິດຄິດສ້າງ ໃຫ້ຂໍ້ສັງເກດວ່າ: ຄວາມມານະພະຍາຍາມ ແລະ ຜົນງານຕັ້ງໜ້າທີ່ບັນລຸໄດ້ ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຜ່ານມານັ້ນ ໄດ້ຊີ້ໃຫ້ເຫັນຄຸນນະທາດ ກໍຄືຄວາມສາມາດຂອງປະຊາຄົມວິສາຫະກິດ Startup ຫວຽດນາມ. ວິສາຫະກິດ Startup ມີຄວາມລະອຽດອ່ອນ, ມີຫົວຄິດປະດິດສ້າງ ແລະ ມີໄຫວພິບໃນການປັບຕົວ, ຍາດແຍ່ງ ແລະ ເສີມຂະຫຍາຍທ່າໄດ້ປຽບ ພ້ອມດ້ວຍເງື່ອນໄຂຕົວຈິງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນ ແລະ ຢັ້ງຢືນຕົວເອງ. ຕານນັ້ນແລ້ວ, ວິສາຫະກິດ Startup ມີການດັດປັບມາດຕະການ ແລະ ທິດເດີນຢ່າງທັນການ ຕາມສະພາບການໂລກລະບາດຂອງແຕ່ລະໄລຍະ. ພິເສດ, ການກຳແໜ້ນຄວາມຕ້ອງການຂອງຕະຫຼາດ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ. ທ່ານ ຟ້າມຮົ່ງກວັດ ຊີ້ແຈ້ງວ່າ:

“ເພື່ອນໜຸ່ມ ຫວຽດນາມ ສືບຕໍ່ເສີມຂະຫຍາຍຄວາມຈູບຈ້າວຫ້າວຫັນ ແລະ ຮັບຟັງສະຖານະການການຕະຫຼາດ, ຮັບຟັງຄວາມຕ້ອງການຂອງຊີວິດ ແລະ ຄວາມສົນໃຈຂອງນັກລົງທຶນສາກົນ, ບືນຕົວຂຶ້ນດ້ວຍຕົນເອງ. ເຂົາເຈົ້າໄດ້ເບິ່ງ ແລະ ຄິດອອກມາດຕະການຕ່າງໆທີ່ມີລັກສະນະທົ່ວໂລກ ແລະ ເປັນທ່າອ່ຽງເພື່ອສູ້ຕໍ່ໄປ ແລະ ມີບາດກ້າວບຸກທະລຸໃນສະພາບການເກີດໂລກລະບາດ. ພວກເຮົາໄດ້ເສີມຂະຫຍາຍຄວາມສາມາດເຊື່ອມຕໍ່ທາງອອນລາຍໄດ້ສູງສຸດ. ເພາະສະນັ້ນ, ປີ 2021, ຈຳນວນເງິນລົງທຶນທີ່ສະຫງວນໃຫ້ແກ່ວິສາຫະກິດ Startup ປະດິດຄິດສ້າງຂອງ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ການປັບຕົວ ແລະ ການຫັນປ່ຽນຢ່າງວ່ອງໄວຂອງວິສາຫະກິດ Startup ຫວຽດນາມ, ບໍ່ພຽງແຕ່ຕໍ່ສູ້ເພື່ອຄົງຕົວເທົ່ານັ້ນ, ຫາກຍັງມີການບືນຕົວຂຶ້ນບຸກທະລຸໄດ້ເປັນຢ່າງດີອີກດ້ວຍ.

ອາດເຫັນໄດ້ວ່າ ບັນດາທ່າອ່ຽງໃນການປະຕິວັດອຸດສາຫະກຳ 4.0 ພວມສືບຕໍ່ສ້າງຕະຫຼາດທີ່ມີກຳລັງບົ່ມຊ້ອນໃຫ້ແກ່ປະຊາຄົມວິສາຫະກິດ Startup ປະດິດຄິດສ້າງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ຄວາມຕ້ອງການຢູ່ພາຍໃນປະເທດກໍໃຫຍ່ຫຼວງທີ່ສຸດ ແລະ ນັ້ນແມ່ນເງື່ອນໄຂທີ່ດີທີ່ສຸດ ເພື່ອໃຫ້ວິສາຫະກິດ Startup ຫວຽດນາມ ທົດລອງຜະລິດຕະພັນໃໝ່, ໃນນັ້ນມີການຫັນເປັນດີຈີຕອນ, ຈາກນັ້ນ ຈະບືນຕົວອອກສູ່ທົ່ວໂລກ.

ເຖິງຢ່າງໃດກໍຕາມ, ໃນສະພາບການທີ່ການແກ້ງແຍ້ງໃນທົ່ວໂລກພວມເກີດຂຶ້ນຢ່າງຮ້າຍແຮງ ພ້ອມກັບຄວາມຫຍຸ້ງຍາກຈາກໂລກລະບາດກໍ່ຂຶ້ນ, ເພື່ອສາມາດຍາດແຍ່ງກາລະໂອກາດໄດ້ເປັນຢ່າງດີ ແລະ ບັນລຸຜົນງານໄດ້ເພີ່ມເຕີມນັ້ນ, ປະຊາຄົມ Startup ຫວຽດນາມ ຍັງຕ້ອງມານະພະຍາຍາມສ້າງວິສາຫະກິດໃຫ້ສົມບູນແບບ, ພິເສດແມ່ນສະແດງຄວາມຄາດຫວັງຢາກບືນຕົວຂຶ້ນໄດ້. ທ່ານ ຟ້າມຮົ່ງກວັດ ເນັ້ນໜັກວ່າ:

“ປີ 2022, ຫວຽດນາມ ສືບຕໍ່ມີບາດກ້າວບຸກທະລຸຕາມທ່ວງທ່າຂອງປີ 2021. ເຖິງຢ່າງໃດກໍຕາມ, ຈະມີການບຸກທະລຸຮອດໃສ ໃນສະພາບການແກ້ງແຍ້ງໃນພາກພື້ນນັ້ນ, ພວກເຮົາຕ້ອງຄິດໄລ່ໄຕ່ຕອງ ແລະ ກະກຽມກຳລັງໃຫ້ເປັນຢ່າງດີທີ່ສຸດ. ເພາະວ່າ ບັນດາປະເທດໃນພາກພື້ນກໍພວມຊຸກຍູ້ນະໂຍບາຍໜູນຊ່ວຍ ແລະ ມີຫຼາຍພາຫະນະ, ເຄື່ອງມືເພື່ອຫັນວິສາຫະກິດ Startup  ໃນຂົງເຂດເຕັກໂນໂລຢີເປັນມືອາຊີບ, ລົງເລິກວິຊາສະເພາະ. ປັດຈຸບັນ, ພວກເຮົາພວມປະຕິບັດໄດ້ດີພໍສົມຄວນ ເມື່ອເດີນຕາມທ່າອ່ຽງນີ້. ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ເມື່ອມີການເຂົ້າຮ່ວມຂອງກຸ່ມບໍລິສັດ, ວິສາຫະກິດຂະຫຍາຍໃຫຍ່ ຈະຊ່ວຍໃຫ້ Startup ຫວຽດນາມ ລົງເລິກກວ່າ ແລະ ມີພາຫະນະເພື່ອແກ້ງແຍ້ງກັບປະເທດອື່ນໆໃນພາກພື້ນ. ພວກຂ້າພະເຈົ້າຫວັງວ່າ Startup ຫວຽດນາມ ຈະສືບຕໍ່ປະຕິບັດຄວາມຄາດຫວັງຂອງຊາດ, ບືນຕົວອອກສູ່ສາກົນ ແລະ ບັນລຸໄດ້ຜົນງານສູງກວ່າອີກໃນປີ 2022”.

ກໍຄືກັນກັບທ່ານ ຟ້າມຮົ່ງກວັດ, ນັກຊ່ຽວຊານຫຼາຍທ່ານໃນຂົງເຂດ Startup ກໍມີຄວາມເຊື່ອໝັ້ນວ່າ ປະຊາຄົມວິສາຫະກິດ Startup ຫວຽດນາມ, ພິເສດແມ່ນ Startup ປ່ຽນແປງໃໝ່, ປະດິດຄິດສ້າງ ຈະສືບຕໍ່ປະຕິບັດຄວາມຄາດຫວັງບືນຕົວຂຶ້ນ, ນັບມື້ນັບປະກອບສ່ວນເຂົ້າໃນການເຄື່ອນໄຫວ ແລະ ການພັດທະນາພື້ນຖານເສດຖະກິດຂອງປະເທດຢ່າງມີປະສິດທິຜົນກວ່າອີກ./.

(ແຫຼ່ງຄັດຈາກ VOV)

 


top