ຂ່າວສານ

Standard Chartered ຄາດຄະເນລະດັບເຕີບໂຕ GDP ຂອງ ຫວຽດນາມ ບັນລຸ 7,2% ໃນປີ 2023

ໄພເງິນເຟີ້ໄດ້ຮັບການຄາດຄະເນຢູ່ໃນລະດັບ 6% ໃນຊຸມເດືອນທ້າຍປີ ແລະ ສະເລ່ຍ 5,5% ໃນທັງປີ 2023, 2024 (ເມື່ອທຽບໃສ່ລະດັບ 3,2% ຂອງປີ 2022).
  (ພາບປະກອບ: Vietnam+)  

ພື້ນຖານເສດຖະກິດ ຫວຽດນາມ ຈະບຸກທະລຸຢ່າງແຮງ ດ້ວຍລະດັບເຕີບໂຕ GDP ບັນລຸ 7,2% ໃນປີ 2023 ແລະ 6,7% ໃນປີ 2024, ສືບຕໍ່ທ່າຟື້ນຟູການເຕີບໂຕ 8,02% ຂອງປີ 2022. ນີ້ແມ່ນການຄາດຄະເນໄດ້ຍົກອອກໃນບົດລາຍງານຄົ້ນຄວ້າທົ່ວໂລກດ້ວຍຫົວຂໍ້ “ຫວຽດນາມ - ສືບຕໍ່ລະດັບເຕີບໂຕສູງ” ເຊິ່ງທະນາຄານ Standard Chartered ຫວຽດນາມ ຫາກໍ່ປະກາດ.

ຕາມທ່ານ Tim Leelahaphan, ນັກຊ່ຽວຊານເສດຖະກິດ ຮັບຜິດຊອບ ໄທ ແລະ  ຫວຽດນາມ ຂອງທະນາຄານ Standard Chartered ແລ້ວ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຮງໃນໄລຍະກາງ. ລາຍຮັບຂາຍຍ່ອຍບັນລຸການເຕີບໂຕດີໃນ 6 ເດືອນທ້າຍປີ 2022 ໄດ້ສະແດງໃຫ້ເຫັນການປົວແປງຂອງການເຄື່ອນໄຫວຢູ່ພາຍໃນປະເທດ. ພ້ອມກັນນັ້ນ, ການປ່ອຍເງິນລົງທຶນຈາກຕ່າງປະເທດ (FDI)  ສືບຕໍ່ເພີ່ມຂຶ້ນ ແຕ່ແງ່ວັງຈະອີງໃສ່ພື້ນຖານເສດຖະກິດທົ່ວໂລກ. ໄພເງິນເຟີ້ອາດຈະແມ່ນໄພນາບຂູ່ຕໍ່ການຟື້ນຟູຢ່າງຕໍ່ເນື່ອງຂອງ ຫວຽດນາມ. ໄພເງິນເຟີ້ໄດ້ຮັບການຄາດຄະເນຢູ່ໃນລະດັບ 6% ໃນຊຸມເດືອນທ້າຍປີ ແລະ ສະເລ່ຍ 5,5% ໃນທັງປີ 2023, 2024 (ເມື່ອທຽບໃສ່ລະດັບ 3,2% ຂອງປີ 2022).


top