ເພື່ອນມິດ ກັບ ຫວຽດນາມ

Sharon Kane - ຜູ້ທ່ີມຸ່ງໝັ້ນເພື່ອຄົນໜຸ່ມສາວ ຫວຽດນາມ

ທ່ານນາງ Sharon Kane - ຜູ້ອໍານວຍການ ອົງການ Plan International ປະຈໍາ ຫວຽດນາມ ແມ່ນບຸກຄົນ ທ່ີເຕັມ ໄປດ້ວຍຄວາມເມດຕາກະລຸນາ ແລະ ພະຍາຍາມ ເພື່ອໃຫ້ມີ ຫຼາຍໂຄງການ ທ່ີເປັນປະໂຫຍດ ໃຫ້ແກ່ເດັກນ້ອຍ ຫວຽດນາມ ເພື່ອໃຫ້ເຂົາເຈົ້າ ເປັນເຈົ້າໃນຊີວິດຂອງຕົນເອງ, ໝັ້ນໃຈ ກາຍ ເປັນເຈົ້າຂອງອະນາຄົດ ຂອງ ປະເທດຊາດ.
ປີ 2016, ທ່ານນາງ Sharon Kane ເລີ່ມເຮັດວຽກຢູ່ອົງການ Plan International ປະຈໍາ ຫວຽດນາມ, ໃນບົດບາດເປັນ ຜູ້ ອຳນວຍການແຫ່ງຊາດ. ໜຶ່ງໃນບັນດາ ໜ້າທີ່ທຳອິດຂອງເພິ່ນ ແມ່ນສ້າງຍຸດທະສາດ ແຫ່ງຊາດ ໃຫ້ກັບ Plan International ຫວຽດນາມ ໄລຍະ 2016 – 2021 ຫັນ ຈຸດສຸມ ໃສ່ຄົນໜຸ່ມ ສາວ, ພິເສດ ແມ່ນສ້າງເງື່ອນໄຂ ອຳນວຍຄວາມສະດວກ ເພື່ອໃຫ້ໄວໜຸ່ມ ໄດ້ເຂົ້າຮ່ວມ ຢ່າງເລິກເຊິ່ງ ແລະ ນຳພາບັນ ດາການເຄື່ອນໄຫວໃນຊີວິດ ຂອງຕົນ.

ຜ່ານຜ່າອຸປະສັກດ້ານພາສາ, ທ່ານນາງ Sharon Kane ເຂົ້າໃກ້ ກັບເດັກນ້ອຍ ຫວຽດນາມ ຜ່ານການພົບປະຫຼາຍຄັ້ງ ເພື່ອໂອ້ ລົມກັນກັບພວກນ້ອງກ່ຽວ ກັບຄາດໝາຍ, ການກຳນົດ ທິດໃນ ອະນາຄົດ. ນີ້ເປັນ ວິທີໜຶ່ງ ເພື່ອໃຫ້ເພິ່ນ ສາມາດເຂົ້າໃຈໄດ້ ບັນຫາທີ່ພວກເດັກນ້ອຍພວມປະສົບ ໃນປັດຈຸບັນ, ຈາກນັ້ນ ຈຶ່ງຊ່ວຍເຮັດໃຫ້ບັນດາໂຄງການ ຂອງ Plan International ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ. 
 

ຈາກບັນດາການປະກອບສ່ວນຂອງຕົນ, ທ່ານນາງ Sharon Kane ໄດ້ສູນກາງຊາວໜຸ່ມ ໂຮ່ຈີມິນ ມອບໃຫ້ຫຼຽນກາ “ເພື່ອຄົນໜຸ່ມສາວ ຫວຽດນາມ”. ພາບ: ຫວຽດເກ່ືອງ/VNP


ພິທີເປີດໂຄງການ ໝັ້ນໃຈໃນຕົວເຮົາເອງ ໃຫ້ຊາວ ໜຸ່ມ ເຍົາວະຊົນ 27.880 ຄົນ ທີ່ກໍາລັງສຶກສາ ຢູ່ໂຮງຮຽນ ມັດທະ ຍົມຕອນປາຍ, ມັດທະຍົມຕອນຕົ້ນ ແລະ ປະຖົມ 40 ແຫ່ງຢູ່ ຮ່າໂນ້ຍ ແລະ ກວາງບິ່ງ”. ພາບ: ຫວຽດເກ່ືອງ/VNP


ທ່ານນາງ Sharon Kane ມາຢ້ຽມຢາມ ແລະ ໜູນຊ່ວຍນັກຮຽນຈຳນວນໜຶ່ງຢູ່ພາກກາງທີ່ໄດ້ຮັບຜົນສະທ້ອນຈາກພາຍຸ. ພາບ: ໂດຍອົງການ Plan ສະໜອງ


ຄວາມເປັນມິດຂອງທ່ານນາງ Sharon Kane ເມື່ອມາຊ່ວຍເຫຼືອພໍ່ແມ່ປະຊາຊົນ ແລະ ເດັກນ້ອຍເຂດພູສູງ. ພາບ: ໂດຍອົງການ Plan ສະໜອງ


ຄວາມຮູ້ສຶກສະເທືອນໃຈຂອງປະຊາຊົນເຂດນຳ້ຖ້ວມ ເມື່ອໄດ້ຮັບຂອງຂວັນຈາກທ່ານນາງ Sharon Kane. ສູງ. ພາບ: ໂດຍອົງການ Plan ສະໜອງ



ທ່ານນາງ Sharon Kane ພ້ອມກັບຊາວທ້ອງຖິ່ນ ເກັບ ມ້ຽນສິ່ງເສດເຫຼືອຂອງພາຍຸລູກໜຶ່ງ ຫາກໍ່ຜ່ານໄປ. ພາບ: ໂດຍອົງການ Plan ສະໜອງ


ສະໜັບສະໜູນເງິນ ແລະ ມອບຂອງຂວັນໃຫ້ປະຊາຊົນ ຕາແສງ ບາເຕິ່ງ, ເມືອງ ເຮືອງຮວ໋າ, ແຂວງ ກວາງຈີ້ ແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກພາຍຸ. ພາບ: ໂດຍອົງການ Plan ສະ ໜອງ


ຄວາມດີໃຈຂອງທ່ານນາງ Sharon Kane ເມືອໄດ້ ໂອ້ ລົມກັນ ກັບບັນດານັກຮຽນເຂດພູສູງ. ພາບ: ໂດຍອົງການ Plan ສະໜອງ


ທ່ານນາງ Sharon Kane ມີຄວາມເປັນມິດກັບບັນດາ ເດັກຍິງ ຫວຽດນາມ ໃນຫຼາຍໂຄງການ ກ່ຽວກັບສິດຂອງເດັກ ນ້ອຍ. ພາບ: ໂດຍອົງການ Plan ສະໜອງ

ໂອ້ລົມກັບທ່ານນາງ Sharon Kane ໃນພິທີເປີດໂຄງການ “ໝັ້ນໃຈໃນຕົວເຮົາເອງ”, ຂ້າພະເຈົ້າໄດ້ຮັບຝັງ ເລື່ອງລາວ ຕ່າງໆ ກ່ຽວກັບເດັກນ້ອຍ ຫວຽດນາມ. “ໝັ້ນໃຈ ໃນຕົວເຮົາ ເອງ” ໂດຍ Plan ສົມທົບກັບສະຫະພັນແມ່ຍິງ ຫວຽດນາມ ຮ່ວມກັນຈັດ. ໂຄງການດັ່ງກ່າວໄດ້ສ້າງເງື່ອນໄຂ ຫຼາຍສຸດ ເພື່ອ ໃຫ້ ເດັກຍິງ ຫຼາຍຄົນ ພວມອາໄສ ຢູ່ເຂດ ຕົວເມືອງ ແລະ ຊົນ ນະບົດ ສາມາດ ແກ້ໄຂບັນຫາ ປະຈຳເດືອນ ຂອງຕົນຢ່າງປອດ ໄພ ແລະ ສາມາດຕັດສິນ ບັນຫາການເກີດລູກ ດ້ວຍຕົນເອງ. ທ່ານນາງ Sharon Kane ໃຫ້ຮູ້ວ່າ: “ໝັ້ນໃຈ ໃນຕົວເຮົາເອງ ຫວັງຈະໄດ້ຊ່ວຍເຫຼືອໂດຍກົງ ໃຫ້ແກ່ຊາວໜຸ່ມ ເຍົາວະຊົນ 27.880 ຄົນ ທີ່ພວມ ຮຳ່ຮຽນ ຢູ່ໂຮງຮຽນ ມັດທະຍົມຕອນ ປາຍ, ມັດທະຍົມຕອນຕົ້ນ ແລະ ປະຖົມສຶກສາ 40 ແຫ່ງຢູ່ ຮ່າໂນ້ຍ ແລະ ກວາງບິ່ງ”.  

ປີ 2017, Plan International ປະຈໍາ ຫວຽດນາມ ໄດ້ປັບປຸງ ຊີວິດການເປັນຢູ່ ໃຫ້ແກ່ເດັກນ້ອຍ ກວ່າ 350.000 ຄົນ, ໃນ ນັ້ນ ມີເດັກນ້ອຍ ທ່ີໄດ້ຮັບການອຸປະຖໍາ 32.185 ຄົນ ຢູ່131 ຕາແສງ ໃນ 10 ແຂວງ. ເຖິງປີ 2021, Plan ໄດ້ວາງເປົ້າໝາຍ ປັບປຸງຊີວິດການເປັນຢູ່ ໃຫ້ແກ່ເດັກຍິງ 2 ລ້ານຄົນ ເພື່ອ ໃຫ້ ພວກເຂົາສາມາດຮຽນຮູ້, ນຳພາ, ຕັດສິນ ແລະ ພັດທະນາ. 
ໃນ 5 ປີທີ່ເຮັດວຽກຢູ່ ຫວຽດນາມ, ທ່ານນາງ Sharon Kane ໄດ້ເຂົ້າຮ່ວມໃນການສ້າງຕົວແບບ ສະພາເດັກ, ການຈັດຕັ້ງ ປະຕິບັດ ບັນດາໂຄງການກ່ຽວກັບສຸຂະພາບ ໃຫ້ແກ່ ໄວໜຸ່ມ ແລະ ສ້າງອາຊີບ, ການປົກປ້ອງຄວາມປອດໄພໃຫ້ແກ່ເດັກຍິງ ... ບັນດາການເຄື່ອນໄຫວດັ່ງກ່າວ ຂອງ ເພິ່ນ ແລະ Plan ນໍາ ມາຊຶ່ງການປ່ຽນແປງ ຢ່າງຕັ້ງໜ້າ ໃຫ້ແກ່ຊາວໜຸ່ມເຍົາວະຊົນ ຫຼາຍລ້ານຄົນ, ພິເສດ ແມ່ນ ຊາວໜຸ່ມເຍົາວະຊົນຜູ້ມີສະພາບ ການເປັນຢູ່ ຫຍຸ້ງຍາກຢູ່ ຫວຽດນາມ. 

ທ່ານນາງ Sharon Kane - ຜູ້ອໍານວຍການແຫ່ງຊາດຂອງ ອົງ ການ Plan International ປະຈໍາ ຫວຽດນາມ ມາຈາກນະ ຄອນ Melbourne, ປະເທດ ອົດສະຕຣາລີ, ຈົບປະລິນຍາໂທ ຂະແໜງ ສຸຂະພາບ ປະຊາຄົມ... ເພິ່ນເຮັດວຽກຢູ່ ອັຟກາ ນິສະຖານ ແລະ ປາກິສະຖານ ເປັນເວລາ 8 ປີ  ໃນບັນດາ ແຜນການ ກ່ຽວກັບການດູແລສຸຂະພາບ, ທາດບຳລຸງລ້ຽງ ຊີວິດ ໃຫ້ແກ່ ແມ່ ແລະ ເດັກ... ເພິ່ນເປັນສະມາຊິກ ຂອງ ໜ່ວຍກູ້ຊີບ-ກູ້ໄພດ່ວນ ສັງກັດສະພາກາແດງ ດ້ວຍການ ເຄື່ອນໄຫວ ກູ້ຊີບ-ກູ້ໄພດ້ານມະນຸດສະທຳ ຢ່າງຮີບດ່ວນຢູ່ ໄຮຕີ, ລີບີ ແລະ ປາກິສະຖານ. 
 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ ໂດຍ ອົງການ Plan ສະໜອງໃຫ້

top