ຂ່າວສານ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.
(ພາບປະກອບ: nhandan.vn)

ວັນທີ 16 ທັນວາ, ບັນດານັກກິລາ ຫວຽດນາມ ຈະສືບຕໍ່ແຂ່ງຂັນກິລາຫຼາຍປະເພດຢູ່ SEA Games 33 ດ້ວຍຄວາມຫວັງຄ້ວາໄດ້ຫຼາຍຫຼຽນຄຳຕື່ມອີກ. ພົ້ນເດັ່ນຂຶ້ນແມ່ນປະເພດແລ່ນ ແລະ ລານດ້ວຍ 9 ຊຸດຫຼຽນທີ່ໄດ້ຮັບໃນວັນທີ 16 ທັນວານີ້. ນອກຈາກນັ້ນ, ຄາດວ່າຄະນະນັກກິລາ ຫວຽດນາມ ຈະສາມາດຄ້ວາໄດ້ຫຼຽນຄຳໃນກິລາປະເພດ: rowing, Esport, kickboxing, ເຕະກະຕໍ້, ຍົກນ້ຳໜັກ ຕີດາບ….

 ກ່ອນໜ້ານັ້ນ, Wushu ແລະ ແລ່ນ ແລະ ລານ ແມ່ນ 2 ປະເພດກິລາທີ່ໄດ້ນຳມາ 5 ຫຼຽນຄຳໃຫ້ແກ່ຄະນະນັກກິລາ ຫວຽດນາມ ໃນການແຂ່ງຂັນວັນທີ 15 ທັນວາ.

  ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.


top