ຂ່າວສານ

SEA Games 32 ​ລວມມີ​ ການ​ແຂ່ງ​ຂັນ​ກິ​ລາຈຳ​ນວນ 37 ປະ​ເພດ

ຢູ່ SEA Games 32 ມີກິລາ 3 ປະເພດທີ່ມີລັກສະນະສີສັນວັດທະນະທຳຊາດຂອງ ກຳປູເຈຍລວມມີ: ມວຍ bokator, Kun Khmer (ມວຍ ກຳປູເຈຍ) ແລະ Ok Chaktrong.
ພາບປະກອບ: TTXVN
ປະເທດເຈົ້າພາບ ກຳປູເຈຍໄດ້ຕົກລົງບັນຊີລາຍຊື່ກິລາ 37 ປະເພດຢູ່ງານມະຫາກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 32 (SEA Games 32), ຫຼາຍກ່ວາ 1 ປະເພດເມື່ອທຽບໃສ່ກັບການຄາດຄະເນໃນເບື້ອງຕົ້ນ. ໃນບັນຊີລາຍຊື່ອາດຈະເວົ້າເຖິງປະເພດກິລາຄື: ແລ່ນ ແລະ ລານ, ລອຍນ້ຳ, ບານເຕະ, ເປຕັງ, ຟັນດາມ, ເທຄວັດໂດ, ຢູໂດ, karate, pencak silat… ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນການແຂ່ງຂັນກິລາ 37 ປະເພດດັ່ງກ່າວ, ມີກິລາບັນດາປະເພດໃນການແຂ່ງຂັນ Olympic ຄື: ຍິງທະນູ, ຍິງປຶນ, canoeing, rowing... ບໍ່ປະກົດຂຶ້ນຢູ່ SEA Games 32. ຢູ່ SEA Games 32 ມີກິລາ 3 ປະເພດທີ່ມີລັກສະນະສີສັນວັດທະນະທຳຊາດຂອງ ກຳປູເຈຍລວມມີ: ມວຍ bokator, Kun Khmer (ມວຍ ກຳປູເຈຍ) ແລະ Ok Chaktrong.

top