ຂ່າວສານ

SEA Games 32: ຄະນະນັກກິລາ ຫວຽດນາມ ສືບຕໍ່ນຳໜ້າໃນຕາຕະລາງຈັດຫຼຽນ

ຈຸດພົ້ນເດັ່ນຂອງການແຂ່ງຂັນໃນວັນທີ 15 ພຶດສະພາ ແມ່ນໄຊຊະນະ 2 – 0 ຂອງທິມຊາດບານເຕະຍິງ ຫວຽດນາມ ກັບທິມຊາດບານເຕະຍິງ ມຽນມາ.
  ທິມຊາດບານເຕະຍິງ ຫວຽດນາມ  

ໃນວັນແຂ່ງຂັນທາງການທີ 10 (15 ພຶດສະພາ) ຂອງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (SEA Games 32), ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ຫຼຽນຄຳຕື່ມອີກ 17 ຫຼຽນ, ສືບຕໍ່ຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບດ້ວຍ 322 ຫຼຽນ, ໃນນັ້ນມີຫຼຽນຄຳ 124 ຫຼຽນ, ຫຼາຍກ່ວາ 30 ຫຼຽນເມື່ອທຽບໃສ່ຄະນະນັກກິລາ ໄທ ຢຶນອັນດັບທີ 2.

        ຈຸດພົ້ນເດັ່ນຂອງການແຂ່ງຂັນໃນວັນທີ 15 ພຶດສະພາ ແມ່ນໄຊຊະນະ 2 – 0 ຂອງທິມຊາດບານເຕະຍິງ ຫວຽດນາມ ກັບທິມຊາດບານເຕະຍິງ ມຽນມາ ໃນນັດຊິງຊະນະເລີດບານເຕະຍິງ Sea Games. ດ້ວຍໄຊຊະນະນີ້, ທິມບານເຕະ ຍິງ ຫວຽດນາມ ໄດ້ປ້ອງກັນແຊ້ມ Sea Games ສຳເລັດ ແລະ ບັນລຸສະຖິຕິແມ່ນທິມບານເຕະ ຊະນະເລີດ Sea Games ຫຼາຍທີ່ສຸດ (8 ຄັ້ງ) ໃນນັ້ນມີ 4 ຄັ້ງລຽນຕິດ.

 


top