ຂ່າວສານ

SEA Games 32: ການນຳບາງປະເທດ ຂອງອາຊຽນ ຈະເຂົ້າຮ່ວມພິທີເປີດ ຊີເກມ ຄັ້ງທີ 32 ຢູ່ກຳປູເຈຍ

ກ່າວຄຳເຫັນຢູ່ສູນວາງສະແດງ ແລະ ກອງປະຊຸມສາກົນ Chroy Changvar, ທ່ານ Hun Sen ໃຫ້ຮູ້ວ່າ ປະທານປະເທດ ລາວ ຈະໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ໃນເດືອນພຶດສະພາ ແລະ ເຂົ້າຮ່ວມພິທີເປີດ ຊີເກມ ຄັ້ງທີ 32.
  ງານມະຫາກຳ ກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32  

ວັນທີ 20 ກຸມພາ, ທ່ານນາຍົກລັດທະມົນຕີ ລາດຊະອານາຈັກ ກໍາປູເຈຍ Samdech Techo Hun Sen, ມີແຈ້ງການວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຈະເຂົ້າຮ່ວມພິທີເປີດ ງານມະຫາກຳ ກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (ຊີເກມ ຄັ້ງທີ 32) ເຊິ່ງຈະໄຂຂຶ້ນຢູ່ ນະຄອນຫຼວງພະນົມເປັນ ວັນທີ 5 ພຶດສະພາ. ກ່າວຄຳເຫັນຢູ່ສູນວາງສະແດງ ແລະ ກອງປະຊຸມສາກົນ Chroy Changvar, ທ່ານ Hun Sen ໃຫ້ຮູ້ວ່າ ປະທານປະເທດ ລາວ ຈະໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ໃນເດືອນພຶດສະພາ ແລະ ເຂົ້າຮ່ວມພິທີເປີດ ຊີເກມ ຄັ້ງທີ 32. ຕາມ ທ່ານ Hun Sen, ບັນດາການນຳຂັ້ນສູງຂອງ ຫວຽດນາມ ກໍ່ໄດ້ຮັບການເຊື້ອເຊີນ ເຂົ້າຮ່ວມພິທີເປີດງານມະຫາກຳກິລາທີ່ຍິ່ງໃຫຍ່ທີ່ສຸດໃນພາກພື້ນນີ້.

 ກຳປູເຈຍ ຈະເປັນເຈົ້າພາບຈັດ ຊີເກມ ຄັ້ງທີ 32 ແລະ ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 12 (ອາຊຽນ Para games) ຕາມລຳດັບເຊິ່ງຈະດຳເນີນ ນັບແຕ່ວັນທີ 5 ເຖິງ ວັນທີ 17 ພຶດສະພາ ແລະ ແຕ່ວັນທີ 29 ພຶດສະພາ ເຖິງ ວັນທີ 9 ມິຖຸນາ ທີ່ຈະມາເຖິງ. ສອງກິດຈະກຳກິລາຖືກເອີ້ນລວມກັນວ່າເຫດການ “ກຳປູເຈຍ 2023”.ຄຳຂວັນຂອງ “ກຳປູເຈຍ 2023” ແມ່ນ “ກິລາ: ດຳລົງຊີວິດໃນສັນຕິພາບ”.

 


top