ຂ່າວສານ

SEA Games 31: ໂຄສະນາພາບພົດ ມູນເຊື້ອວັດທະນະທຳ, ປະຊາຊົນ ຮ່າໂນ້ຍ - ຫວຽດນາມ

ເນື່ອງໃນໂອກາດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 - SEA Games 31, ນະຄອນ ຮ່າໂນ້ຍ ໄດ້ປະກາດແຜນການໂຄສະນາພາບພົດກ່ຽວກັບປະເທດຊາດ, ມູນເຊື້ອວັດທະນະທຳ, ປະຊາຊົນ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ກັບເພື່ອນມິດສາກົນ.
  (ພາບ: baotintuc.vn)  

 ວຽກງານໂຄສະນາເຜີຍແຜ່ກ່ຽວກັບຄວາມໝາຍຂອງເຫດການ SEA Games 31  ທີ່ຖືກຈັດຂຶ້ນຢູ່ ຫວຽດນາມ ແລະ ຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຜ່ານວຽກງານໂຄສະນາເຜີຍແຜ່ຈະໂຄສະນາຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນນະຄອນຫຼວງ, ແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນທຸກຊັ້ນວັນນະ ກ່ຽວກັບເຫດການ SEA Games 31; ນຳພາບນະຄອນຫຼວງ ຮ່າໂນ້ຍ ດ້ວຍມູນເຊື້ອປະຫວັດສາດ, ອະລິຍະທຳ, ສີວິໄລ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ຫຍັບມໍ່ເຂົ້າກັບປະຊາຊົນພາຍໃນປະເທດ ແລະ ເພື່ອມິດສາກົນ. ພ້ອມດຽວກັນນັ້ນ, ຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວທີ່ “ປອດໄພ - ເປັນມິດສະໜິດສະໜົມ - ຄຸນນະພາບ - ຈັບອົກຈັບໃຈ” ບໍ່ພຽງແຕ່ຂອງແຂກທ່ອງທ່ຽວທີ່ມາຈາກທຸກສາລະທິດເທົ່ານັ້ນ ຫາກຍັງຂອງທັງນັກລົງທຶນພາຍໃນປະເທດ ແລະ ຕ່າງປະເທດ.

 


top