ຂ່າວສານ

Sea Games 29: ໄຂງານມະຫາກຳກິລາໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

      ເວລາ 19 ໂມງ ວັນທີ 19 ສິງຫາ (ຕາມເວລາ ຫວຽດນາມ), ພິທີໄຂງານມະຫາກຳກິລາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 29 (SEA Games 29) ໄດ້ຈັດຕັ້ງຢ່າງເປັນທາງການຢູ່ສະໜາມກິລາແຫ່ງຊາດ Bukit Jalil, ຢູ່ໃຈກາງນະຄອນຫຼວງ Kuala Lumpur ປະເທດ ມາເລເຊຍ. 

ຄະນະນັກກິລາ ຫວຽດນາມ ທີ່ພິທີໄຂ 
    ນີ້ເປັນຄັ້ງທີ 6, ມາເລເຊຍ ເປັນເຈົ້າພາບຈັດຕັ້ງເຫດການນີ້. ພິທີໄຂ SEA Games ປີນີ້ມີຂອບຂະໜາດໃຫຍ່. ມາເລເຊຍ ໄດ້ໃຊ້ຈ່າຍຈຳນວນເງິນ 105 ລ້ານ USD ເພື່ອຈັດຕັ້ງ SEA Games 29 ເພີ່ມຂຶ້ນ ທົບ 6 ເທົ່າເມື່ອທຽບໃສ່ຈຳນວນເງິນທີ່ປະເທດນີ້ຄາດຄະເນໃນປີ 2013.
        ປີ້ເຂົ້າຊົມພິທີໄຂໄດ້ຂາຍໝົດ. ຄາດວ່າ, ມີຜູ້ຊົມ 84.000 ຄົນໄດ້ມາສະໜາມກິລາ Bukit Jalil ເພື່ອຕິດຕາມໂດຍກົງພິທີໄຂ SEA Games 29. ພາລະກອນປ້ອງກັນຄວາມສະຫງົບປະມານ 14.000 ຄົນໄດ້ຜັນຂະຫຍາຍເພື່ອຮັບປະກັນຄວາມໝັ້ນຄົງໃຫ້ພິທີ.
        SEA Games 2017 ຈະໄດ້ອັດລົງໃນວັນທີ 31 ສິງຫາ, ກົງກັບໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນຊາດ ມາເລເຊຍ.
 (ແຫຼ່ງຄັດຈາກ VOV)
  

top