ຂ່າວສານ

SEA Games 29: ແຕ່ລະສະມາຊິກເປັນທູດສັນຕິພາບ, ໃກ້ຊິດຂອງປະເທດ ຫວຽດນາມ

      ຕອນບ່າຍວັນທີ 07 ສິງຫາ, ຢູ່ສູນຝຶກແອບກິລາແຫ່ງຊາດຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກຖ້ຽນ ໄດ້ມາຢ້ຽມຢາມຖາມຂ່າວ, ປຸກລະດົມຈິດໃຈບັນດານັກກິລາ, ຄູຝຶກ

ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກຖ້ຽນ ໄດ້ມາຢ້ຽມຢາມຖາມຂ່າວ,
ປຸກລະດົມຈິດໃຈບັນດານັກກິລາ
(ພາບ: Toquoc.vn)
      ຄູຝຶກທີ່ພວມກະກຽມໃຫ້ແກ່ກອງປະຊຸມໃຫຍ່ກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 29 ປະຈຳປີ 2017 (SEA Games 29) ທີ່ໃກ້ຈະດຳເນີນຢູ່ ກວາລາລຳເປີ, ມາເລເຊຍ. ທີ່ການພົບປະ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນຫງອກຖ້ຽນ, ສະເໜີໃຫ້ບັນດາສະມາຊິກໃນຄະນະກິລາ ຫວຽດນາມ ມານະພະຍາຍາມແຂ່ງຂັນດ້ວຍຄວາມຕັດສິນໃຈສູງ, ຊື່ສັດກັບນໍ້າໃຈກິລາທີ່ສູງສົ່ງ ເພື່ອບັນລຸຜົນງານດີທີ່ສຸດ, ນຳກຽດສະຫງ່າມາໃຫ້ປະເທດຊາດ. ແຕ່ລະສະມາຊິກຂອງຄະນະກິລາ ຫວຽດນາມ ຕ້ອງເປັນທູດເຈດຕະນາດີ ເພື່ອໂຄສະນາເຜີຍແຜ່ກ່ຽວກັບມູນເຊື້ອວັດທະນະທຳອັນດີງາມ, ຮູບພາບສັນຕິພາບ, ຄວາມສະໜິດສະໜົມຂອງປະເທດຫວຽດນາມ. ພິເສດຜົນງານຈາກ SEA Games ຈະເປັນພື້ນຖານເພື່ອໃຫ້ກິລາຫວຽດນາມ ພັດທະນາຂຶ້ນສູ່ລະດັບທະວີບ ແລະ ໄກກວ່າ, ແມ່ນລະດັບກິລາໂລກ Olympic.
 (ແຫຼ່ງຄັດຈາກ VOV)

top