ເຄື່ອງໝາຍ ຫວຽດ

Saigontourist Group: ຂຸດຄົ້ນຄຸນຄ່າທາງດ້ານເສດຖະກິດ ຈາກຊັບພະຍາກອນ ວັດທະນະທຳ

ໃນສະພາບການທ່ອງທ່ຽວທົ່ວໂລກ ມີການຫັນປ່ຽນ ໄປຕາມທິດ ໃຫ້ຄວາມສຳຄັນ ຕໍ່ກັບການສຳຜັດຕົວຈິງ ແລະ ສີສັນເປັນເອກະລັກ, Saigontourist Group ກຳລັງເລືອກເສັ້ນທາງການພັດທະນາ ທີ່ແຕກຕ່າງ: ນຳໃຊ້ວັດທະນະທຳ ເປັນພື້ນຖານ ເພື່ອສ້າງສັນ ຜະລິດຕະພັນ, ເພີ່ມຄຸນຄ່າ ແລະ ແຜ່ຂະຫຍາຍ ພາບພົດ ຫວຽດ ນາມ ອອກສູ່ໂລກ. ຈາກຊັບພະຍາກອນ ວັດທະນະທຳ, ວິສາຫະກິດ ແຫ່ງນີ້ ໄດ້ຄ່ອຍໆ ສ້າງເປັນຕ່ອງໂສ້ ມູນຄ່າ ເສດຖະກິດ -ການທ່ອງທ່ຽວ ທີ່ຍືນຍົງ.

ໃນສະພາບການທ່ອງທ່ຽວທົ່ວໂລກ ມີການຫັນປ່ຽນ ໄປຕາມທິດ ໃຫ້ຄວາມສຳຄັນ ຕໍ່ກັບການສຳຜັດຕົວຈິງ ແລະ ສີສັນເປັນເອກະລັກ, Saigontourist Group ກຳລັງເລືອກເສັ້ນທາງການພັດທະນາ ທີ່ແຕກຕ່າງ: ນຳໃຊ້ວັດທະນະທຳ ເປັນພື້ນຖານ ເພື່ອສ້າງສັນ ຜະລິດຕະພັນ, ເພີ່ມຄຸນຄ່າ ແລະ ແຜ່ຂະຫຍາຍ ພາບພົດ ຫວຽດ ນາມ ອອກສູ່ໂລກ. ຈາກຊັບພະຍາກອນ ວັດທະນະທຳ, ວິສາຫະກິດ ແຫ່ງນີ້ ໄດ້ຄ່ອຍໆ ສ້າງເປັນຕ່ອງໂສ້ ມູນຄ່າ ເສດຖະກິດ -ການທ່ອງທ່ຽວ ທີ່ຍືນຍົງ.

ວັດທະນະທຳ - ພື້ນຖານແກນກາງ ເພື່ອສ້າງສັນ ຜະລິດຕະພັນ ທ່ອງທ່ຽວ ທີ່ແຕກຕ່າງ

ໄດ້ຮັບການສ້າງຕັ້ງຂຶ້ນ ແຕ່ປີ 1975, ບໍລິສັດທ່ອງທ່ຽວ ໄຊງ່ອນ - MTV ຈຳກັດ (Saigontourist Group) ປັດຈຸບັນ ກຳລັງຄຸ້ມຄອງ ກວ່າ 100 ຫົວໜ່ວຍ ໃນຂົງເຂດບ່ອນພັກເຊົາ, ການທ່ອງທ່ຽວ, ອາຫານ, ການບັນເທີງ, ການຝຶກອົບຮົມ ແລະ ກອງປະຊຸມ. ບົນພື້ນຖານ ດັ່ງກ່າວ, ວິສາຫະກິດ ໄດ້ກຳນົດວ່າ ວັດທະນະທຳ ບໍ່ພຽງແຕ່ແມ່ນ ຊັບພະຍາກອນ ເທົ່ານັ້ນ, ແຕ່ຍັງແມ່ນ “ວັດຖຸດິບແກນກາງ” ເພື່ອ ພັດທະນາຜະລິດຕະພັນ ແລະ ກຳນົດຕຳແໜ່ງຍີ່ຫໍ້.

ເສັ້ນທາງດອກໄມ້ ຫງວຽນເຫວ້ ໄດ້ຮັບການມອບໝາຍຈາກ ຄະນະ ກຳມະການປະຊາຊົນນະຄອນ ໃຫ້ Saigontourist Group ເປັນຜູ້ ຈັດຕັ້ງປະຕິບັດ ແຕ່ປີ 2004, ໄດ້ກາຍເປັນ ໜຶ່ງໃນບັນດາເຫດການ ທີ່ໂດດເດັ່ນ ຂອງນະຄອນ. ນັບແຕ່ປີ 2026, ເສັ້ນທາງດອກໄມ້ ຫງວຽນເຫວ້ ໄດ້ຖືກເອີ້ນວ່າ ເສັ້ນທາງດອກໄມ້ ນະຄອນ.
ບັນດາຜູ້ແທນ ເຂົ້າຮ່ວມພິທີຕັດແຖບຜ້າ ສະເຫຼີມສະຫຼອງເປີດ ເສັ້ນທາງດອກໄມ້ ນະຄອນ ໂຮ່ຈີມິນ ບຸນເຕັດ ປີມະເມຍ 2026.

ດ້ວຍປັດຊະຍາ ຕິດພັນບັນດາຄຸນຄ່າວັດທະນະທຳ ທ້ອງຖິ່ນ ເຂົ້າໃນ ການເຄື່ອນໄຫວທຸລະກິດ, Saigontourist Group ໄດ້ຜັນຂະຫຍາຍ ຍຸດທະສາດ ຢ່າງເປັນລະບົບ ໃນທົ່ວລະບົບນິເວດ ຂອງຕົນ. ພາຍໃຕ້ ຄຳຂວັນ “ດື່ມດ່ຳກັບສີສັນ ຫວຽດນາມ” (Savour Vietnam), ບັນດາ ປັດໄຈ ຕັ້ງແຕ່ອາຫານ, ງານບຸນ, ຮີດຄອງປະເພນີ ຈົນເຖິງມໍລະດົກ ໄດ້ຖືກຫັນປ່ຽນໃຫ້ກາຍເປັນປະສົບການທີ່ມີຊີວິດຊີວາ ແລະ ມີລັກສະນະໂຕ້ຕອບສູງ.

ເສັ້ນທາງດອກໄມ້ ຫງວຽນເຫວ້ ບຸນເຕັດ ປີມະໂລງ 2024 ໄດ້ຮັບການ ຕີລາຄາວ່າ ແມ່ນງາມທີ່ສຸດ ໃນຮອບ 21 ປີ ແຫ່ງການຈັດຕັ້ງ (2004-2024).
 

ບັນດາຜະລິດຕະພັນທ່ອງທ່ຽວ ໄດ້ຖືກອອກແບບສະເພາະ ຕາມ ຄວາມຕ້ອງການ ຂອງ ແຕ່ລະກຸ່ມລູກຄ້າ, ໂດຍສົມທົບ ລະຫວ່າງ ການພັກຜ່ອນລະດັບສູງ ກັບການຄົ້ນຫາວັດທະນະທຳ ຢູ່ຫຼາຍ ເຂດພາກ ເຊັ່ນ: ເຂດພູດອຍພາກເໜືອ, ພາກກາງ ຫຼື ເຂດທົ່ງພຽງ ແມ່ນ້ຳຂອງ. ພ້ອມກັນນັ້ນ, ປັດໄຈດ້ານວັດທະນະທຳ ກໍ່ໄດ້ຖືກ ລວບລວມເອົາຢ່າງສະເໝີຕົ້ນສະເໝີປາຍ ໃນການອອກແບບ ສະ ຖານທີ່, ອາຫານ ແລະ ການເຄື່ອນໄຫວສິລະປະ, ປະກອບສ່ວນ ສ້າງເອກະລັກສະເພາະ ໃຫ້ແກ່ລະບົບບໍລິການຂອງຕົນ.

 

ວິທີການເຂົ້າຫາແບບນີ້ ບໍ່ພຽງແຕ່ສ້າງຄວາມແຕກຕ່າງ ໃນດ້ານ ປະສົບການເທົ່ານັ້ນ, ແຕ່ຍັງເປັນການວາງຮາກຖານ ໃຫ້ແກ່ ການຫັນປ່ຽນຄຸນຄ່າວັດທະນະທຳ ໃຫ້ກາຍເປັນຄຸນຄ່າ ທາງດ້ານເສດ ຖະກິດ ໃນທົ່ວຕ່ອງໂສ້ການເຄື່ອນໄຫວທ່ອງທ່ຽວ.

ສ້າງຕ່ອງໂສ້ມູນຄ່າ ເສດຖະກິດ - ການທ່ອງທ່ຽວ ຈາກພື້ນຖານ ວັດທະນະທຳ 

ທ່ານ ຫງວຽນຈຸງແຄ໋ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ພ້ອມກັບ ທ່ານນາງ ຫງວຽນທິແອ໋ງຮວາ, ປະທານ ສະພາສະມາຊິກ Saigontourist Group ແລະ ບັນດາຜູ້ແທນ ເຂົ້າຮ່ວມພິທີເປີດ ງານ ເທສະການ (26/3/2026).

ປະສິດທິຜົນ ຂອງ ຍຸດທະສາດ ການຂຸດຄົ້ນວັດທະນະທຳ ໄດ້ຖືກ ສະແດງອອກຢ່າງຈະແຈ້ງ ຜ່ານບັນດາເຫດການ ທີ່ມີຂະໜາດໃຫຍ່. ເທດສະການ ອາຫານ, ອາຫານແຊບ Saigontourist Group ປີ 2026 ໄດ້ເຕົ້າໂຮມ 50 ຫົວໜ່ວຍ ແນະນຳອາຫານ ຫຼາຍກວ່າ 500 ເຍື່ອງ, ດຶງດູດນັກທ່ອງທ່ຽວ ເກືອບ 80.000 ເທື່ອຄົນ ພາຍໃນ 4 ວັນ ແລະ ສ້າງກະແສການສື່ສານ ດ້ວຍການ ເຂົ້າເຖິງ ຫຼາຍກວ່າ 1 ລ້ານ ເທື່ອຄົນ.

ຊຸບອ່ຽນ ເງ້ອານ ແລະ ເຂົ້າປຸ້ນປາເຂັງນາ ໄດ້ຮັບການບໍລິການ ຢູ່ ໂຮງແຮມ ດົ່ງເຂີຍ (Hotel Grand Saigon), ຂຶ້ນກັບ Saigontourist Group.
ອາຫານ ທີ່ໂດດເດັ່ນ ຫຼາຍກວ່າ 500 ເຍື່ອງ ຂອງສາມພາກ ໄດ້ຖືກ ປຸງແຕ່ງໂດຍກົງ ຈາກບັນດາຫົວໜ່ວຍ ໃນລະບົບ Saigontourist Group ຢູ່ ໃນງານເທສະການ.

ໃນລະດັບສາກົນ, ຮູບແບບນີ້ສືບຕໍ່ໄດ້ຮັບການເປີດກວ້າງດ້ວຍ ເທດສະການອາຫານ ຢູ່ ໂອຊາກາ (ຍີ່ປຸ່ນ) ປີ 2025 ເຊິ່ງດຶງດູດ ນັກທ່ອງທ່ຽວ ຫຼາຍກວ່າ 100.000 ເທື່ອຄົນ, ພ້ອມກັບຕ່ອງໂສ້ ງານມະໂຫລານ Vietnam Phở Festival ຢູ່ຫຼາຍປະເທດ, ປະ ກອບສ່ວນ ກຳນົດຕຳແໜ່ງອາຫານ ຫວຽດນາມ ໃຫ້ກາຍເປັນ “ທູດວັດທະນະທຳ”.

ງານເທສະການວັດທະນະທຳອາຫານ ແລະ ອາຫານແຊບ Saigontourist Group 2026, ໄດ້ອັດລົງ ໃນວັນທີ 29/3/2026, ດຶງດູດນັກທ່ອງທ່ຽວ ເກືອບ 80.000 ເທື່ອຄົນ.

ອີກຈຸດເດັ່ນໜຶ່ງ ແມ່ນເສັ້ນທາງດອກໄມ້ ນະຄອນໂຮ່ຈີມິນ - ເຊິ່ງແມ່ນຜະລິດຕະພັນ ວັດທະນະທຳ, ການທ່ອງທ່ຽວ ທີ່ມີລັກສະນະທີ່ເປັນສັນຍະລັກ, ດຶງດູດນັກທ່ອງທ່ຽວ ຫຼາຍລ້ານເທື່ອຄົນ ໃນທຸກໆ ໂອກາດບຸນເຕັດ ແລະ ລະດູບານໃໝ່ ຂອງ Saigontourist Group. ການສົມທົບ ລະຫວ່າງ ສິລະປະພື້ນເມືອງ ແລະ ເຕັກໂນໂລຊີ ການເປີດສາຍຮູບພາບ ໃສ່ພື້ນທີ່ຕົວຈິງ ໄດ້ຍົກລະດັບການສຳຜັດປະສົບການ ແລະ ພະລັງແຫ່ງການແຜ່ຂະຫຍາຍໃຫ້ສູງຂຶ້ນ.

ປີ 2025, Saigontourist Group ໄດ້ນຳເອົາ ງານເທສະການ ວັດທະນະທຳອາຫານ ແລະ ອາຫານແຊບ ໃນຮູບແບບຫຍໍ້ສ່ວນ ໄປຕ່າງປະເທດ ໂດຍມີຈຸດໝາຍປາຍທາງທຳອິດແມ່ນ ນະຄອນ ໂອຊາກາ, ຍີ່ປຸ່ນ.
Saigontourist Group ສົມທົບກັບ ໜັງສືພິມ ຕ້ວຍແຈ (Tuổi Trẻ) ຈັດຕັ້ງງານມະໂຫລານ Vietnam Phở Festival ຢູ່ ສິງກະໂປ ປີ 2025.

ນັບແຕ່ບັນດາຜະລິດຕະພັນທ່ອງທ່ຽວ ທີ່ຖືກອອກແບບສະເພາະ ຈົນເຖິງບັນດາເຫດການຂະໜາດໃຫຍ່, Saigontourist Group ກຳລັງຄ່ອຍໆ ປັບປຸງຕ່ອງໂສ້ມູນຄ່າໃຫ້ສົມບູນຄື: ດຶງດູດນັກທ່ອງທ່ຽວ - ເພີ່ມການໃຊ້ຈ່າຍ - ຂະຫຍາຍການສື່ສານ - ຍົກລະດັບຍີ່ຫໍ້ ຈຸດໝາຍປາຍທາງ.

 
ລາຍການສະແດງສິລະປະພື້ນເມືອງກວ່າ 50 ລາຍການ ໄດ້ຖືກ ແນະນຳໃນ ງານເທສະການ.
 

ໃນແງ່ມຸມຍຸດທະສາດ, ທ່ານນາງ ຫງວຽນທິແອ໋ງຮວາ - ປະທານ ສະພາສະມາຊິກ Saigontourist Group ໃຫ້ຮູ້ວ່າ: ໃນຕໍ່ໜ້າ, ວິສາຫະກິດ ຈະສຸມໃສ່ການຫັນເປັນ ດີຈີຕອນ, ການທ່ອງທ່ຽວ ສີ ຂຽວ ທີ່ຍືນຍົງ, ຍົກລະດັບຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດ, ພ້ອມທັງຊຸກຍູ້ການເຊື່ອມໂຍງ ພາກພື້ນ ແລະ ສ້າງຍີ່ຫໍ້ ຈຸດໝາຍປາຍທາງ.

ຜູ້ຕາງໜ້າ Saigontourist Group ຮັບລາງວັນ ງານເທສະການ ອາຫານ ທີ່ໂດດເດັ່ນທີ່ສຸດໃນໂລກ ແລະ ງານເທສະການອາຫານ ທີ່ໂດດເດັ່ນທີ່ສຸດໃນ ອາຊີ. ພາບ: Saigontourist Group  

ດ້ວຍການເອົາວັດທະນະທຳ ເປັນສູນກາງ ແຫ່ງການພັດທະນາ, Saigontourist Group ໄດ້ປັບປຸງຂີດຄວາມສາມາດໃນການ ແຂ່ງ ຂັນຢ່າງບໍ່ຢຸດຢັ້ງ, ພ້ອມທັງກຳນົດທິດທາງ ການພັດທະນາ ທີ່ຍືນຍົງ: ຫັນປ່ຽນຊັບພະຍາກອນ ວັດທະນະທຳ ໃຫ້ກາຍເປັນກຳລັງດັນ ແຫ່ງການເຕີບໂຕ, ແຜ່ຂະຫຍາຍຄຸນຄ່າຂອງ ຫວຽດນາມ ເຂົ້າໃນ ກະແສການທ່ອງທ່ຽວທົ່ວໂລກ.

ບົດ: ຈຸງແຄ໋ັງ/VNP - ພາບ: Saigontourist Group - ແປໂດຍ: ບິກລຽນ


top