ຂ່າວສານ

RCEP ເປີດກາລະໂອກາດໃຫ້ແກ່ວິສາຫະກິດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ຍູ້ແຮງການສົ່ງອອກນຳເຂົ້າ

ຕ່ຳແຜ່ນຕັດຫຍິບແມ່ນຂະແໜງອຸດສາຫະກຳນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດແຮງງານ, ນຳໜ້າກ່ຽວກັບວົງເງິນສົ່ງອອກ, ໃນປີ 2021, ບັນລຸກ່ວາ 40 ຕື້ USD.

ຕ່ຳແຜ່ນຕັດຫຍິບແມ່ນຂະແໜງອຸດສາຫະກຳນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດແຮງງານ, ນຳໜ້າກ່ຽວກັບວົງເງິນສົ່ງອອກ, ໃນປີ 2021, ບັນລຸກ່ວາ 40 ຕື້ USD.

    

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ຕັ້ັ້ງຄວາມຫວັງວ່າຈະເປີດກ້ວາງຕະຫຼາດສົ່ງອອກໃຫ້ແກ່ບັນດາຂະແໜງສິນຄ້າພາຍໃນປະເທດ, ໃນນັ້ນມີຂະແໜງຕ່ຳແຜ່ນຕັດຫຍິບ. ຕ່ຳແຜ່ນຕັດຫຍິບແມ່ນຂະແໜງອຸດສາຫະກຳນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດແຮງງານ, ນຳໜ້າກ່ຽວກັບວົງເງິນສົ່ງອອກ, ໃນປີ 2021, ບັນລຸກ່ວາ 40 ຕື້ USD. ສັນຍາ RCEP ໄດ້ຕັ້ງຄວາມຫວັງວ່າຈະນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບ, ຊ່ວຍຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ ໄປຄຽງຄູ່ກັບບັນດາສັນຍາການຄ້າເສລີ (FTA) ສະບັບຕ່າງໆ. ທ່ານ ຫວູດຶກຢາງ, ປະທານສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ຖືວ່າ:

        “ປີ 2021, ສັນຍາ RCEP ໄດ້ຊຸກຍູ້ຫຼາຍໂຄງການລົງທຶນພາຍໃນກຸ່ມເຂົ້າຕະຫຼາດ ຫວຽດນາມ ໃນຂົງເຂດຜະລິດແຜ່ນແພ. ພິເສດແມ່ນຕ່ຳແຜ່ນດ້ວຍເຄື່ອງຈັກ, ພວກເຮົາຍັງ ຈຳກັດຂົງເຂດຕ່ຳແຜ່ນຫັດຖະກຳ, ຂະແໜງຕ່ຳແຜ່ນຕັດຫຍິບ ພວມສືບຕໍ່ຊຸກຍູ້ການຮ່ວມສຳພັນເປັນລະບົບ ແລະ ສ້າງການສະໜອງທີ່ຍັງຂາດເຂີນ, ບໍ່ພຽງແຕ່ຮັບໃຊ້ໃຫ້ຕະຫຼາດ RCEP ເທົ່ານັ້ນ, ແຕ່ຍັງຮັບໃຊ້ໃຫ້ສັນຍາການຄ້າສະບັບອື່ນໆອີກດ້ວຍ.”

(ແຫຼ່ງຄັດຈາກ VOV)


top