ຂ່າວສານ

"Danang Storytellers" - ສ້າງ​ປະ​ຊາ​ຄົມ ຜູ້​ເລົ່າ​ເລື່ອງ ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ບົນແພຼດ​ຟອມ​ດີ​ຈີ​ຕອນ

ດ້ວຍ​ສານ​ທີ່​ວ່າ “Your Danang - Your Stories”, ລາຍ​ການ​ຫວັງ​ວ່າ​ຈະ​ດຶງ​ດູດ​ບັນ​ດາ KOL, KOC ແລະ content creator ເຄື່ອນ​ໄຫວ​ໃນຫຼາຍ​ຂົງ​ເຂດ​ຄື: ການ​ທ່ອ​ງ​ທ່ຽວ, ອາ​ຫານ​ການ​ກິນ, ແຟ​ຊັນ, ສ​ິ​ລະ​ປະ, ກິ​ລາ.
ດ່າ​ນັ້ງ ໄດ້​ຜັນ​ຂະ​ຫຍາຍ​ໂຄງ​ການ “Danang Storytellers” (ພາບ: danangfantasticity.com)

ເພື່ອ​ແນ​ໃສ່​ດຶງ​ດູດ, ເຊື່ອມ​ຕໍ່​ບັນ​ດາ KOL, KOC (ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ທາງ​ສື່​ສັງ​ຄົມ​ອອນ​ໄລ ແລະ ນັກ​ສ້າງ​ສັນ​ເນື້ອ​ຫາ - content creator) ພາຍ​ໃນ​ປະ​ເທດ, ສາ​ກົນ​ເຂົ້າ​ຮ່ວມ​ການ​ໂຄ​ສະ​ນາ​ພາບ​ພົດ​ສະ​ຖານ​ທີ່​ນັດ​ພົບ​ໃນ​ບັນ​ດາ​ປ​ຼາດ​ຟອມ​ດີ​ຈີ​ຕອນ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ນະ​ຄອນ ດ່າ​ນັ້ງ ໄດ້​ຜັນ​ຂະ​ຫຍາຍ​ໂຄງ​ການ “Danang Storytellers”.

ດ້ວຍ​ສານ​ທີ່​ວ່າ “Your Danang - Your Stories”, ລາຍ​ການ​ຫວັງ​ວ່າ​ຈະ​ດຶງ​ດູດ​ບັນ​ດາ KOL, KOC (ແລະ content creator ເຄື່ອນ​ໄຫວ​ໃນຫຼາຍ​ຂົງ​ເຂດ​ຄື: ການ​ທ່ອ​ງ​ທ່ຽວ, ອາ​ຫານ​ການ​ກິນ, ແຟ​ຊັນ, ສ​ິ​ລະ​ປະ, ກິ​ລາ, ວັດ​ທະ​ນະ​ທຳ​ປະ​ດິດ​ຄິດ​ສ້າງ ແລະ ການລະຫຼິ້ນ​ບັນ​ເທິງ ໃນ​ຫຼາຍ​ແພຼດ​ຟອນ ດີ​ຈີ​ຕອນ ທົ່ວ​ໄປ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ຜ່ານ​ນັ້ນ​, ສ້າງ​ເຄືອ​ຂ່າຍ​ບັນ​ດາ​ຜູ້​ເລົ່າ​ເລື່ອງ ກ່ຽວ​ກັບ​ດ່າ​ນັ້ງ ເພື່ອ​ໂຄ​ສະ​ນາ​ພາບ​ພົດ, ສະ​ຖານ​ທີ່​ນັດ​ພົບ​ຕາມ​ທິດທີ່​ໃກ້​ຊິດ, ແທ້​ຈິງ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ.


top