ຂ່າວສານ

PVN ສືບຕໍ່ຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ, ຢັ້ງຢືນອະທິປະໄຕແຫ່ງຊາດ

      ເຖິງວ່າໃນໄລຍະຜ່ານມາ, ສະພາບການພາຍໃນປະເທດ ແລະ ສາກົນມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງກໍ່ຕາມ ແຕ່ກຸ່ມບໍລິສັດນ້ຳມັນອາຍແກັສ ໄດ້ມານະພະຍາຍາມຜ່ານຜ່າ ເພື່ອບັນລຸໄດ້ໝາຍຜົນຕັ້ງໜ້າຫລາຍຢ່າງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ຕອນເຊົ້າວັນທີ 03 ມັງກອນ, ທີ່ສຳນັກງານກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ ຫວຽດນາມ (PVN), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປະກາດ ແລະ ມອບຂໍ້ຕົກລົງແຕ່ງຕັ້ງໃຫ້ທ່ານ ເຈີ່ນຊີແທງ ເປັນປະທານຄົນໃໝ່ຂອງສະພາສະມາຊິກກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດ ຫວຽດນາມ (PVN), ອະດີດເລຂາຄະນະພັກແຂວງ ລ້າງເຊີນ.
        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ເຖິງວ່າໃນໄລຍະຜ່ານມາ, ສະພາບການພາຍໃນປະເທດ ແລະ ສາກົນມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງກໍ່ຕາມ ແຕ່ກຸ່ມບໍລິສັດນ້ຳມັນອາຍແກັສ ໄດ້ມານະພະຍາຍາມຜ່ານຜ່າ ເພື່ອບັນລຸໄດ້ໝາຍຜົນຕັ້ງໜ້າຫລາຍຢ່າງ.
        ເມື່ອເຕື້ອງເຖິງທີ່ຕັ້ງ, ບົດບາດສຳຄັນທີ່ສຸດຂອງ PVN ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ: PVN ຕ້ອງປະຕິບັດທັງ 2 ໜ້າທີ່ໜັກໜ່ວງ ຊຶ່ງພັກ, ລັດ, ປະຊາຊົນມອບໝາຍໃຫ້ ນັ້ນແມ່ນ ຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາ ແລະ ຢັ້ງຢືນອະທິປະໄຕແຫ່ງຊາດ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງປະເທດຊາດ.

 PVN ສືບຕໍ່ຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ, ຢັ້ງຢືນອະທິປະໄຕແຫ່ງຊາດ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີ PVN ສຸມໃສ່ຊີ້ນຳບັນດາໂຄງການຈຸດສຸມລະດັບຊາດ, ໃນນັ້ນ ມີບາງໂຄງການຂຸດຄົ້ນນ້ຳມັນອາຍແກັສ; ບັນດາໂຄງການຍົກລະດັບ, ຂະຫຍາຍກຳລັງການຜະລິດຂອງໂຮງງານກັ່ນຕອງນ້ຳມັນ ຢຸງກວດ, ໂຄງການໄຟຟ້າຕ່າງໆ.
 (ແຫຼ່ງຄັດຈາກ VOV)

top