18/07/2021 23:01 GMT+7 print

ລູກບຸນທໍາ ທະຫານປ້ອງກັນຊາຍແດນ ຢູ່ເຂດພຸູພຽງຫີນ

ຕອບສະໜອງຕໍ່ໂຄງການ “ລູກບຸນທໍາ ທະຫານ ປ້ອງກັນຊາຍ ແດນ” ໂດຍກອງບັນຊາການ ທະຫານປ້ອງກັນຊາຍແດນ ປຸກ ລະ ດົມ, ບັນດານັກຮົບ ຢູ່ເຂດພູພຽງຫີນ ດົ່ງວັນ ແຂວງ ຮ່າຢາງ ໄດ້ ຮັບລ້ຽງດູ ເບິ່ງແຍງເດັກດ້ອຍໂອກາດ ມີສະພາບ ການເປັນຢູ່ ທຸກ ຍາກພິເສດ ນັບສິບຄົນ.

ເດືອນມີນາ 2016 ແມ່ນຊ່ວງເວລາທີ່ບໍ່ສາມາດຫຼົງລືມໄດ້ ຂອງ ສາມເອື້ອຍນ້ອງ ວ່າງທິຈ໋າ, ວ່າງທິເສົ໋າ, ວ່າງທິເຈີ໊ ຢູ່ບ້ານ ຊ່າຟີ່ນ ອາ, ຕາແສງ ຊ່າຟີ່ນ, ເມືອງ ດົ່ງວັນ, ແຂວງ ຮ່າຢາງ. ຍ້ອນວ່າ ຈາກນີ້ໄປ, ຊີວິດຂອງພວກຫຼານ ຫັນໄປສູ່ໂສມໜ້າໃໝ່ ເມື່ອ ບັນ ດາພະນັກງານ, ນັກຮົບ ຄ້າຍທະຫານ ປ້ອງກັນຊາຍແດນ ຟໍ໋ບ໊າງ ມາຮອດເຮືອນ ຂໍອະນຸຍາດ ຄອບຄົວ ຮັບພວກຫຼານ ມາຍັງ ຄ້າຍ ເພື່ອການລ້ຽງດູ.

ໃນເວລານັ້ນ, ສາມເອື້ອຍນ້ອງ ເຖິງວ່າ ອາຍຸຍັງນ້ອຍ ແຕ່ກໍ່ຕ້ອງ ຜ່ານເຫດການໃຫຍ່ໆ ໃນຊີວິດ. ພໍ່ເສຍຊີວິດ ຍ້ອນເຈັບເປັນ, ແມ່ ອອກໄປ ແລະ ບໍ່ກັບມາ, ຊີວິດ ຂອງ ສາມເອື້ອຍນ້ອງ ແມ່ນອາ ໄສຢູ່ກັບຄອບຄົວ ຂອງ ລຸງ ແລະ ແມ່ຕູ້. ເຖິງຢ່າງນັ້ນກໍ່ຕາມ, ເສດ ຖະກິດຄອບຄົວ ຂອງ ລຸງແມ່ນ ຫຍຸ້ງຍາກຫຼາຍ, ທັງຄອບຄົວຕ້ອງ ໄດ້ຊອກຫາກິນ ທຸກໆ ຄາບ, ປົກປ້ອງ ເຊິ່ງກັນ ແລະ ກັນເພື່ອມີ ຊີວິດຢູ່ລອດ. ການສຶກສາ ຂອງ ພວຫຼານ ເໝືອນວ່າ ຈະຖືກ ຂັດຈັງ ຫວະ ແລະ ບໍ່ສຳເລັດໄດ້.

ທ່າມກາງ "ພາຍຸລົມແດງ", ຄວາມໂຊກດີ ໄດ້ມາໃຫ້ພວກຫຼານ ເມື່ອບັນດານັກຮົບຄ້າຍທະຫານປ້ອງກັນຊາຍແດນ ມອບໂອກາດ ເພື່ອໃຫ້ມີຊີວິດໃໝ່. ໂດຍເປັນຜູ້ຮັບຜິດຊອບ ການຄຸ້ມຄອງ ບໍລິ ເວນ ພື້ນທີ່ຊາຍແດນ, ໃນນັ້ນມີທັງຕາແສງ ຊ່າຟີ່ນ, ຮູ້ສະພາບ ການເປັນຢູ່ ຂອງສາມເອື້ອຍນ້ອງ ຢ່າງດີ, ຄະນະກອງບັນຊາການ ຄ້າຍທະຫານປ້ອງກັນຊາຍແດນ  ຟໍ໋ບ໊າງ ໄດ້ຕັດສິນໃຈຮັບເອົາ ສາມເອື້ອຍນ້ອງ ມາເປັນລູກບຸນທໍາ ຈົນຮອດ ອາຍຸ 18 ປີ.



ນາງ ວ່າງທິເຈີ໊ ແລະ ພັນຕີ ເລແມ້ງເຮີບ, ຮອງຫົວໜ້າ ການເມືອງ ຄ້າຍທະຫານປ້ອງກັນຊາຍແດນ ຟໍ໋ບ໊າງ, ເຊິ່ງເປັນຜູ້ໄດ້ຮັບການ ມອບໝາຍ ໂດຍກົງ ໃນການເບິ່ງແຍງ ແລະ ລ້ຽງດູເອື້ອຍ ນ້ອງ ທັງສາມ.


ຢູ່ຄ້າຍທະຫານປ້ອງກັນຊາຍແດນ ຫຼຸ໊ງກູ໋, ຫຼານ ຖໍ່ທິຢິ໋ງ ເອີ້ນ ພັນຕີ ໂດ໊ດັງຍ້ຽມ, ຫົວໜ້າຄ້າຍວ່າ ພໍ່.


ພະນັກງານ, ນັກຮົບຄ້າຍທະຫານປ້ອງກັນຊາຍແດນ ຟໍ໋ບ໊າງ ສອນ ໜັງສື ໃຫ້ພວກລູກ.


ພວກຫຼານໄດ້ຮັບການແນະນຳ ກ່ຽວກັບທັກສະຊີວິດ ຈາກ ບັນດາ ທະຫານຄ້າຍປ້ອງກັນຊາຍແດນຢ່າງສຸດອົກສຸດໃຈ.


ພາຍຫຼັງ 5 ປີ ເປັນລູກບຸນທໍາ, ປັດຈຸບັນ ພວກເຂົາບໍ່ພຽງແຕ່ ດຳ ລົງຊີວິດຢ່າງມີຄວາມສຸກ, ແຂງແຮງ ແລະ ປະສົມກົມກຽວ ເທົ່າ ນັ້ນ, ແຕ່ຍັງມີຄວາມກ້າວໜ້າ ຢ່າງກ້າວກະໂດດ ໃນທຸກດ້ານ.


ບໍ່ພຽງແຕ່ເປັນເອກະລາດເທົ່ານັ້ນ, ແຕ່ຍັງໄດ້ຊ່ວຍເຫຼືອ ທະຫານ ວຽກງານ ໃນຊີວິດ ປະຈຳວັນ ຂອງ ໜ່ວຍອີກດ້ວຍ.


ພັນຕີ ຫງວຽນດຶກແທ່ງ ແພດປະຈໍາຄ້າຍ ທະຫານປ້ອງກັນ ຊາຍ ແດນ ຟໍ໋ບ໊າງ ໄດ້ເອົາໃຈໃສ່ ເບິ່ງແຍງດູແລ ດ້ານສຸຂະພາບ ຂອງ ລູກບຸນທໍາທັງສາມ ຢູ່ສະເໝີ.


ຖ້ານໃສ່ເກີບ ຂອງ ສອງເອື້ອຍນ້ອງ ວ່າງທິເຈີ໊ ໃນຫ້ອງສ່ວນຕົວ. ສິ່ງເຫຼົ່ານີ້ສ່ວນຫຼາຍແມ່ນຂອງຕ້ອນ ໂດຍບັນດາ ພໍ່ທະຫານ ປ້ອງ ກັນຊາຍແດນ ຊື້ໃຫ້. 


ສອງເອື້ອຍນ້ອງ ວ່າງທິເສົ໋າ ແລະ ວ່າງທິເຈີ໊  ບົວລະບັດສວນຜັກ ຢູ່ ຄ້າຍທະຫານປ້ອງກັນຊາຍແດນ ຟໍ໋ບ໊າງ.


ບັນດາພໍ່ທະຫານປ້ອງກັນຊາຍແດນ ມັກຈະຂໍໃຫ້ເອື້ອຍຄູ ຫຼື ເມຍ ຂອງ ທະຫານ ທີ່ອາໄສຢູ່ໃກ້ຄ້າຍ ມາແບ່ງປັນ ກັບບັນດາ ລູກບຸນ ທໍາ ກ່ຽວກັບເລື່ອງລະອຽດອ່ອນ ແລະ ຍາກທີ່ຈະເວົ້າ. 


ຊີວິດທ່ີປ່ຽນໄປ ຂອງ ລູກບຸນທໍາ ຢູ່ຄ້າຍທະຫານ ປ້ອງກັນຊາຍ ແດນ. 

ໃນສະພາບການອັດຕະຂັດ, ນາງ ຖໍ່ທິຢິ໋ງ (ເກີດປີ 2005) ແລະ ນ້ອງສອງຄົນ ຂອງ ນາງ ຄື ນາງ ຖໍ່ມີ໋ວ່າ (ເກີດປີ 2008) ແລະ ນາງ ຖໍ່ທິຊົ໋ວ (ເກີດປີ 2012) ຢູ່ຕາແສງ ມາແລ໋ ໄດ້ພະນັກງານ, ນັກຮົບ ຄ້າຍທະຫານ ປ້ອງກັນຊາຍແດນ ຫຼຸ໊ງກູ໋ ຮັບມາລ້ຽງເປັນ ລູກບຸນທໍາ.  ຄ້າຍທະຫານປ້ອງກັນຊາຍແດນ ຟໍ໋ບ໊າງ ແລະ ຄ້າຍ ທະຫານປ້ອງກັນຊາຍແດນ ຫຼຸ໊ງກູ໋ ແມ່ນສອງໜ່ວຍງານທຳອິດ ທີ່ ປະຕິບັດຕົວແບບ “ລູກບຸນທໍາ ຄ້າຍທະຫານປ້ອງກັນ ຊາຍແດນ” ຢູ່ເຂດຊາຍແດນ ແຂວງ ຮ່າຢາງ ກ່ອນໝູ່.

ນ້ອງ ວ່າງທິເສົ໋າ ໄດ້້ກ່າວກ່ຽວກັບຊຸມມື້ທຳອິດ ມາຢູ່ເປັນລູກບຸນ ທໍາ ຄ້າຍທະຫານປ້ອງກັນຊາຍແດນ ຟໍ໋ບ໊າງ ວ່າ:“ ເມື່ອມາຢູ່ທີ່ນີ້, ຫຼານປຽບເໝືອນລູກ.  ສາມເອື້ອຍນ້ອງ ມີຫ້ອງນອນ ຂອງຕົນ ເອງ, ກິນເຂົ້າ ກັບທຸກໆ ຄົນ, ໄດ້ຊື້ຜ້າຫົ່ມ, ເຄື່ອງນຸ່ງ, ປຶ້ມ, ໄດ້ໄປ ໂຮງຮຽນ…”.

 
ເປັນທີ່ຮູ້ກັນວ່າ ມາຮອດປັດຈຸບັນ, ນອກຈາກລາຍຈ່າຍປະຈຳ ເດືອນແລ້ວ, ຈຳນວນເງິນປະຢັດ ຂອງ “ບັນດາພໍ່” ຢູ່ຄ້າຍທະ ຫານປ້ອງກັນຊາຍແດນ ຫຼຸ໊ງກູ໋ ມີຫຼາຍກ່ວາ 200 ລ້ານດົ່ງ.
ທີ່ຄ້າຍທະຫານປ້ອງກັຊາຍແດນ ຫຼຸງກູ໋, ຫົວໜ້າຄ້າຍ, ພັນຕີ ຟານ ດັງຍ້ຽມ ກ່າວວ່າ: “ທະຫານປ້ອງກັນຊາຍແດນ ສ່ວນຫຼາຍ ແມ່ນ ຢູ່ຫ່າງໄກ ຈາກຄອບຄົວ, ບໍ່ມີປະສົບການ ຫຍັງເລີຍ. ຍິ່ງກວ່ານັ້ນ ພວກຫຼານແມ່ນຊາວເຜົ່າ ທີ່ມີຮີດຄອງປະເພນີ ແລະ ວິຖີຊີວິດ ທີ່ ແຕກຕ່າງກັນ ແລະ ເປັນຜູ້ຍິງ... ບໍ່ແມ່ນວ່າ ຍາກແລ້ວຈະບໍ່ເຮັດ, ຄ້າຍ ຫຼຸ໊ງກູ໋ ຖືວ່າ ນີ້ແມ່ນໜ້າທີ່ພິເສດ. ກອງບັນຊາການທະຫານ ຄ້າຍກຳນົດວ່າ ພວກຫຼານປຽບເໝືອນ "ລູກ". ບັນດາພະນັກງານ, ນັກຮົບເປັນ ພໍ່ທີ່ແທ້ຈິງ. ເພື່ອການລ້ຽງດູພວກຫຼານ, ນອກຈາກ ການປະກອບສ່ວນ ຂອງ ຜູ້ອຸປະຖໍາແລ້ວ, ບັນດາພະນັກງານ, ນັກ
ຮົບ ຍັງສະໝັກໃຈ ບໍລິຈາກ ເງິນເດືອນ ປະຈໍາເດືອນ ເພື່ອສ້າງຕັ້ງ ກອງທຶນ”.

ການເຂົ້າເຖິງຄວາມຄິດ ແລະ ຄວາມມຸ້ງມາດປາດຖະໜາ ຂອງ ພວກຫຼານໃນໄວອາຍຸຂຶ້ນສາວ ກໍ່ແມ່ນວຽກທີ່ຍາກ ສຳລັບທະ ຫານ. ຄ້າຍແບ່ງວຽກ ມອບໝາຍ ໃຫ້ບັນດາພະນັກງານ ດູແລ, ເບິ່ງແຍງພວກຫຼານເປັນປະຈຳ. ສຳລັບ ບັນດາເລື່ອງລາວ ທີ່ລະ ອຽດອ່ອນ ແລະ ຍາກທີ່ຈະເວົ້າ, ບັນດາພໍ່ ຢູ່ຄ້າຍທະຫານ ປ້ອງ ກັນຊາຍແດນ ອາໄສບັນດາເອື້ອຍຄູ ຫຼື ເມຍ ຂອງທະຫານ ທີ່ອາ ໄສຢູ່ໃກ້ ຄ້າຍມາອະທິບາຍ ແລະ ແບ່ງປັນກັບພວກຫຼານ.

ພາຍຫຼັງ 5 ປີ ເປັນລູກບຸນທໍາ, ປັດຈຸບັນ ພວກເດັກນ້ອຍ ບໍ່ພຽງແຕ່ ດຳລົງຊີວິດຢ່າງມີຄວາມສຸກ, ແຂງແຮງ ແລະ ປະສົມກົມກຽວເທົ່າ ນັ້ນ, ແຕ່ຍັງມີຄວາມກ້າວໜ້າ ຢ່າງກ້າວກະໂດດ ໃນທຸກໆ ດ້ານ. ໂດຍອາໄສ ຄວາມເອົາໃຈໃສ່ ເບິ່ງແຍງ ແລະ ສິດສອນຢ່າງໃກ້ຊິດ ຂອງບັນດາພໍ່, ພວກຫຼານ ທຸກຄົນທີ່ໄດ້ຮັບເປັນ ລູກບຸນທໍາ ຢູ່ ທີ່ນີ້ ຕ່າງກໍມີວິຖີຊີວິດ ມີລະບຽບ ວິໄນ ແລະ ໄດ້ຮັບຜົນການຮຽນ ດີ. ບໍ່ພຽງ ແຕ່ມີອັດຖະຍາໄສ ກໍ່ຮ່າງສ້າງຕົວດ້ວຍຕົນເອງ ແລະ ດຸ ໝັ່ນ ໃນການຮໍ່າຮຽນເທົ່ານັ້ນ, ພວກຫຼານ ຍັງຊ່ວຍທະຫານ ອະນາ ໄມເຮືອນ, ກະກຽມອາຫານແລງ ແລະ ເຂົ້າຮ່ວມການເຄື່ອນໄຫວ ລວມ ຂອງ ໜ່ວຍງານ.

ໂຄງການ “ລູກບຸນທໍາ ຄ້າຍທະຫານປ້ອງກັນຊາຍແດນ” ມີຄວາມ ໝາຍດ້ານມະນຸດສະທຳ ຢ່າງເລິກເຊິ່ງ, ບໍ່ພຽງແຕ່ ຊ່ວຍເຫຼືອ ເບິ່ງ ແຍງເດັກນ້ອຍ ທີ່ມີສະພາບການພິເສດເທົ່ານັ້ນ, ແຕ່ຍັງປະກອບ ສ່ວນ ເພີ່ມທະວີຄວາມສາມັກຄີ, ຄວາມຜູກພັນ ລະຫວ່າງ ທະ ຫານປ້ອງກັນຊາຍແດນ ແລະ ພໍ່ແມ່ຊາວເຜົ່າ ຢູ່ເຂດຊາຍແດນ ອີກດ້ວຍ.
ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ