29/03/2021 08:51 GMT+7 print

ອະນຸລັກຮັກສາອາຊີບຜະລິດເຄື່ອງປັ້ນດິນເຜົາ

      ອາຊີບຜະລິດເຄື່ອງປັ້ນດິນເຜົາແຂວງ ບີງເຢືອງ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ໄດ້ສ້າງຂຶ້ນມາເກືອບ 200 ປີແລ້ວ. ກໍ່ຄືກັນກັບບັນດາອາຊີບພື້ນເມືອງອື່ນໆ, ອາຊີບຜະລິດເຄື່ອງປັ້ນດິນເຜົານີ້ ໄດ້ ແລະ ພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນສະພາບເຊື່ອມໂຍງເຂົ້າກັບສາກົນ. 
            ເພື່ອອະນຸລັກຮັກສາອາຊີບດັ່ງກ່າວ, ບັນດາຜູ້ຮັກມັກອາຊີບ ໄດ້ຊອກຫາທຸກວິທີແທດເໝາະ ແລະ ຕ້ອງມີບັນດານະໂຍບາຍແທດຈິງ ເພື່ອໜູນຊ່ວຍໃຫ້ເຂົາເຈົ້ານຳອາຊີບຜະລິດເຄື່ອງປັ້ນດິນເຜົາມີຄວາມ “ພັດທະນາ”. ບົດຂຽນຂອງ ທຽນລີ, ນັກຂ່າວ VOV ປະຈຳນະຄອນໂຮ່ຈີມິນ.
ອາຊີບຜະລິດເຄື່ອງປັ້ນດິນເຜົາແຂວງ ບີງເຢືອງ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ
            ຫ່າງຈາກນະຄອນ ຖູເຢົາໝົດ, ແຂວງ ບີງເຢືອງ ບໍ່ໄກ ມີຖະໜົນຊື່ວ່າ ລໍ່ລູ, ຕັ້ງຢູ່ຕາແສງ ເຕືອງບີງຮຽບ. ນີ້ແມ່ນບ່ອນເກັບຮັກສາ, ອະນຸລັກອາຊີບຜະລິດເຄື່ອງປັ້ນດິນເຜົາ ບີງເຢືອງ ເຊິ່ງມີຫລາຍສິບຄອບຄົວພວມເມົາມົວຜະລິດໂອ່ງ, ໄຫທີ່ເຮັດດ້ວຍມືແບບພື້ນເມືອງ.
            ທ່ານ ບູຍວັນຢາງ, ເຈົ້າຂອງເຕົາເຜົາຜະລິດໂອ່ງ, ໄຫ ດ້າຍຮຶງ ເຊິ່ງແມ່ນເຕົາເຜົາເກົ່າແກ່ທີ່ສຸດຢູ່ແຂວງ ບີງເຢືອງ ໃຫ້ຮູ້ວ່າ ກ່ອນນີ້ ໂອ່ງ, ໄຫໄດ້ຮັບຄວາມນິຍົມ ສະນັ້ນຂາຍໄດ້ດີ, ພໍ່ຄ້າຊາວຂາຍມາຊີື້ຜະລິດຕະພັນຢູ່ກັບບ່ອນຜະລິດເລີຍ. ໃນຊຸມປີມານີ້, ເຈົ້າຂອງເຕົາເຜົາຜະລິດເຄື່ອງປັ້ນດິນເຜົາ ຕ້ອງຊອກຫາສົ້ນອອກຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ສົ່ງອອກໄປຍັງ ກຳປູເຈຍ. ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ, ບັນດາຜູ້ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາ ຕ້ອງປ່ຽນແປງແຕ່ຮູບແບບຈົນເຖິງນ້ຳເຄືອບຂອງຜະລິດຕະພັນ. ມີຄວາມຫຍຸ້ງຍາກແລ້ວ ແຕ່ລາຍຮັບກໍ່ບໍ່ໄດ້ສູງ, ແຕ່ບັນດາຜູ້ເຮັດອາຊີບດັ່ງກ່າວ ຍັງສະໜິດຕິດພັນກັບອາຊີບຜະລິດເຄື່ອງປັ້ນດິນເຜົາ;
            “ເມື່ອທຽບໃສ່ກັບບັນດາອາຊີບອື່ນໆ ອາຊີບຜະລິດເຄື່ອງປັ້ນດິນເຜົາມີລາຍຮັບໜ້ອຍກ່ວາ ແຕ່ມີຄວາມຮັກຕໍ່ອາຊີບນີ້ ທຸກຄົນໃນຄອບຄົວລ້ວນແຕ່ອະນຸລັກຮັກສາ, ສະໜິດຕິດພັນກັບອາຊີບ. ມີກຳມະກອນ, ມີພໍ່ແມ່ເຮັດອາຊີບນີ້ໃນຕະຫລອດ 50-60 ປີແລ້ວ, ຫລັງຈາກນັ້ນ ລຸ້ນລູກມາຢູ່ນີ້ ກໍ່ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາກ່ວາ 30 ປີ, ຮອດລຸ້ນຫຼານກໍ່ເຮັດອາຊີບນີ້. ”
            ເຄື່ອງປັ້ນດິນເຜົາ ບີງເຢືອງ ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາຜະລິດຕະພັນໂອ່ງ, ໄຫເທົ່ານັ້ນ ຫາກຍັງມີຫລາຍຜະລິດຕະພັນຄື ໝໍ້ດິນ, ຖ້ວຍໃຫຍ່, ຖ້ວຍນ້ອຍ, ຊຸດນ້ຳຊາ... ທີ່ມີຈຸດເອກະລັກສະເພາະກ່ຽວກັບນ້ຳເຄືອບ ແລະ ວິທີປະດັບຕົກແຕ່ງລວດລາຍອີກດ້ວຍ. ໃນຊຸມປີມານີ້, ຍ້ອນມີຈິນຕະນາການປ່ຽນແປງເພື່ອຮັບມືໃຫ້ແທດເໝາະ, ເຄື່ອງປັ້ນດິນເຜົາຂອງແຂວງ ບີງເຢືອງ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນບໍ່ໜ້ອຍ. ປະຈຸບັນ, ແຂວງ ບີງເຢືອງ ມີເກືອບ 300 ຮາກຖານຜະລິດເຄື່ອງປັ້ນດິນເຜົາ, ທຸກໆສົ່ງໄປຂາຍຢູ່ຕະຫລາດແຕ່ 130 – 150 ລ້ານຜະລິດຕະພັນ. ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ເຄື່ອງປັ້ນດິນເຜົາຂອງແຂວງ ບີງເຢືອງ ໄດ້ ແລະ ພວມຂະຫຍາຍພັດທະນາແຕ່ລະມື້, ຄ່ອຍໆຊຶມເຂົ້າບັນດາຕະຫລາດຄື ເອີຣົບ ແລະ ທະວີບອາເມລິກາ. ບໍລິສັດບາງແຫ່ງຄື ມິງລອງ, ເຟືອກຢູລອງ, ເກື່ອງຟ໊າດ, ມິງຟ໊າດ… ກໍບັນລຸວົງເງິນການຄ້າສົ່ງອອກຫລາຍລ້ານ USD ໃນແຕ່ລະປີ.
            ເຖິງວ່າປະຈຸບັນ ມີບັນດາການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ເພື່ອ “ອະນຸລັກຮັກສາອາຊີບຜະລິດເຄື່ອງປັ້ນດິນເຜົາ” ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ ແຕ່ປະຊາຊົນຊາວແຂວງ ບີງເຢືອງ ກໍ່ປະສົບກັບຄວາມຫຍຸ້ງຍາກ ເພື່ອຮັກສາ ແລະ ພັດທະນາອາຊີບຜະລິດເຄື່ອງປັ້ນດິນເຜົາ ບີງເຢືອງ. ໂດຍແມ່ນ 3 ສູນຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງຂອງແຂວງ ແຕ່ມາຮອດປະຈຸບັນ ຢູ່ຕາແສງ ແຈ໊ງເຫງຍ (ນະຄອນ ຖູເຢົາໝົດ), ຕາແສງ ຫລ໊າຍທຽວ (ນະຄອນ ທ້ວນອານ) ແລະ ຕາແສງ ເຕີນເຟື໊ອກແຄ໊ງ (ເທດສະບານເມືອງ ເຕີນອຽນ) ມີຈຳນວນເຕົາໄຟເຄື່ອງປັ້ນດິນເຜົາຫລຸດລົງພໍສົມຄວນ ຍ້ອນຂໍ້ກຳນົດກ່ຽວກັບສິ່ງແວດລ້ອມ. ທ່ານ ຫຼີງອັກແບກ, ປະທານສະຫະສະມາຄົມເຄື່ອງປັ້ນດິນເຜົາ ບີງເຢືອງ ໃຫ້ຮູ້ວ່າ ປະຈຸບັນ ແຜນນະໂຍບາຍລວມຂອງແຂວງ ແມ່ນຍົກຍ້າຍບັນດາຮາກຖານຜະລິດເຄື່ອງປັ້ນດິນເຜົາໃນເຂດຊຸມຊົນໄປບ່ອນອື່ນ ແລະ ຮຽກຮ້ອງປ່ຽນແປງເຕົາເຜົາແບບພື້ນເມືອງດ້ວຍຖ່ານໄປໃຊ້ແກັດ, ໄຟຟ້າ. ການຍົກຍ້າຍ, ປ່ຽນແປງເຕັກໂນໂລຊີນີ້ ຮຽກຮ້ອງຕ້ອງມີເງິນທຶນກ້ອນໃຫຍ່ ສະນັ້ນ ຈຳນວນເຕົາເຜົາເຄືື່ອງປັ້ນດິນເຜົາຢູ່ ບີງເຢືອງ ໄດ້ຫລຸດລົງພໍສົມຄວນ.
 
      “ພວກຂ້າພະເຈົ້າພວມສະເໜີເອົາບ່ອນດິນຫວ່າງ ເພື່ອສ້າງແຜນຜັງພັດທະນາໃຫ້ແກ່ອາຊີບຜະລິດເຄື່ອງປັ້ນດິນເຜົາ, ເຈົ້າຂອງວິສາຫະກິດໃຫ້ກູ້ຢືມທຶນ ແລະ ມີບຸລິມະສິດຈ່າຍເປັນໄລຍະຍາວ ເພື່ອກໍ່ສ້າງຕາມຄວາມຄິດຂອງຕົນ. ຈາກນັ້ນ ການຜະລິດຈະສະດວກກ່ວາ, ລາຄາຖືກກ່ວາ ເພື່ອສາມາດແກ່ງແຍ້ງໄດ້. ”
ອາຊີບຜະລິດເຄື່ອງປັ້ນດິນເຜົາແຂວງ ບີງເຢືອງ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ
      ຄວາມຫຍຸ້ງຍາກໜຶ່ງອີກຂອງອາຊີບຜະລິດເຄື່ອງປັ້ນດິນເຜົາຢູ່ ບີງເຢືອງ ນັ້ນແມ່ນຂາດແຮງງານ. ຍ້ອນ, ອາຊີບນີ້ ບໍ່ພຽງແຕ່ຮຽກຮ້ອງໃຫ້ແຮງງານມີຄວາມຄ່ອງແຄ້ວເທົ່ານັ້ນ ຫາກຍັງຕ້ອງມີຫົວຄິດປະດິດສ້າງ ເພື່ອຜະລິດອອກບັນດາຜະລິດຕະພັນທີ່ງາມຕາ, ມີກຳລັງແກ່ງແຍ້ງຢ່າງພຽງພໍອີກດ້ວຍ. ກໍ່ຍ້ອນບັນດາຄວາມຮຽກຮ້ອງສູງ ເຊິ່ງມີແຮງງານໜຸ່ມສ່ວນໜ້ອຍເລືອກເອົາອາຊີບນີ້ ເພື່ອຫາເງິນລ້ຽງຊີບ. ເພື່ອແກ້ໄຂບັນຫາຂາດແຮງງານຂອງອາຊີບຜະລິດເຄື່ອງປັ້ນດິນເຜົາ, ໂຮງຮຽນວິຈິດສິນ - ວັດທະນະທຳ ຊັ້ນກາງ ບີງເຢືອງ ໄດ້ຟື້ນຟູການຮຽນການສອນອາຊີບນີ້ຢູ່ໂຮງຮຽນ. ທ່ານ ເລຈູງຫາຍ, ເຈົ້າຂອງຮາກຖານຜະລິດເຄື່ອງປັ້ນດິນເຜົາ ຈູງແທ່ງ (ຕາແສງ ບີງຮ່ວາ, ນະຄອນ ທ້ວນອານ) ໃຫ້ຮູ້ວ່າ:
            “ທັງບຳລຸງສ້າງ ທັງສົ່ງໄປປະຕິບັດຕົວຈິງ, ຮຽນປັ້ນໄດ້ ແຕ່ຜະລິດອອກຜະລິດຕະພັນຍັງບໍ່ໄດ້. ຖ້າສອນໃຫ້ນັກຮຽນ ຕ້ອງສອນທິດສະດີ ແລະ ສົມທົບກັບການໄປປະຕິບັດຕົວຈິງຢູ່ເຕົາເຜົາ ເພື່ອຖອດຖອນບົດຮຽນ. ນັກຮຽນປັ້ນດ້ວຍມືງາມ ແຕ່ຂັ້ນຕອນຂອບຍັງເຮັດບໍ່ໄດ້.
            ອາຊີບຜະລິດເຄື່ອງປັ້ນດິນເຜົາຢູ່ແຂວງ ບີງເຢືອງ ໄດ້ນຳມາເຊິ່ງບັນດາຄຸນຄ່າວັດທະນະທຳ ພ້ອມດ້ວຍຄຸນຄ່າເສດຖະກິດສູງໃຫ້ແກ່ແຂວງ ບີງເຢືອງ, ປະກອບສ່ວນສ້າງຄວາມງາມດ້ານວັດທະນະທຳໃຫ້ປະຊາຊົນ ບີງເຢືອງ. ເພື່ອໃຫ້ອາຊີບຜະລິດເຄື່ອງປັ້ນດິນເຜົາພັດທະນາກ່ວາອີກ, ບັນດາຜູ້ຮັກອາຊີບນີ້ ມີຄວາມປາດຖະໜາຢາກໃຫ້ແຂວງ ບີງເຢືອງ ມີບັນດານະໂຍບາຍຕື່ມອີກ ແລະ ຜັນຂະຫຍາຍບັນດາແຜນການອະນຸລັກຮັກສາອາຊີບຜະລິດເຄື່ອງປັ້ນດິນເຜົາພື້ນເມືອງນີ້ຕື່ມອີກ./.
 (ແຫຼ່ງຄັດຈາກ VOV)