ອາເມລິກາມີຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວຂອງ ຈີນຢູ່ທະເລຕາເວັນອອກ
ວັນທີ 18 ເມສາ ອາເມລິກາ ໄດ້ກ່າວສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳເກາະຜິດຂອງຈີນຢູ່ທະເລຕາເວັນອອກ.

ທຳນຽບຫ້າແຈ (ພາບ: THX/TTXVN)
ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ ອາເມລິກາ ສະແດງຄວາມວິຕົກກັງວົນ ເມື່ອໄດ້ຍິນຂ່າວກ່ຽວກັບບັນດາການກະທຳເກາະຜິດຢ່າງລຽນຕິດຂອງຈີນແນໃສ່ການເຄື່ອນໄຫວພັດທະນາທາງດ້ານນ້ຳມັນ ແລະ ອາຍແກັດ ຢູ່ກາງທະເລຂອງບັນດາປະເທດທີ່ໄດ້ຖະແຫຼງປະກາດອະທິປະໄຕ. ຈີນຄວນຢຸດຕິການກະທຳຂົ່ມເຫັງ ແລະ ຈຳກັດບັນດາການກະທຳເກາະຜິດເຊັນດຽວກັນຊຶ່ງໄດ້ເຮັດໃຫ້ພາກພື້ນຂາດສະຖຽນລະພາບ.
(ແຫຼ່ງຄັດຈາກ VOV)