02/07/2020 16:00 GMT+7 print

ຜູ້ຊ່ຽວຊານ ຫວູຫງອກແທ່ງ: ກວ່າ 25 ປີ ຕິດຕາມ ຄ່າງຫ້າສີ “ລາຊີນີ” ຂອງ ບັນດາປະເພດ ລີງ

ເປັນເວລາກວ່າ 25 ປີ ຄົ້ນຄວ້າ ກ່ຽວກັບ ປະເພດ ລີງ, ໂດຍສະ ເພາະ ແມ່ນ ຄ່າງຫ້າສີ ຢູ່ ແຫຼມ ເຊີນຈ່າ, ຜູ້ຊ່ຽວຊານ ຫວູຫງອກ ແທ່ງ, ອຳນວຍການ ກອງທຶນ ອະນຸລັກຮັກສາ ຄ່າງ ຫ້າສີ (Douc Langur Foundation) ຂອງ ສ ອາເມລິກາ  ປະຈຳ ຫວຽດ ນາມ ເຊິ່ງໄດ້ປະກອບສ່ວນ ສຳຄັນ ຢ່າງຫຼວງຫຼາຍ ໃນວຽກງານ ຄົ້ນຄວ້າ ແລະ ອະນຸລັກຮັກສາ ຄ່າງຫ້າສີ ທີ່ມີຄ່າຫາຍາກ ຊຶ່ງຖື ວ່າ ເປັນ “ລາຊີນີ” ຂອງ ບັນດາປະເພດ ລີງ, ເປັນສັນຍາລັກ ຂອງ ນະຄອນ ແຄມທະເລ ທີ່ມີຊ່ືສຽງແຫ່ງນີ້. 

ເວລາ 5 ໂມງເຊົ້າ, ທ້ອງຟ້າຍັງມືດ, ຫ່າຝົນ ກາງເດືອນ ຕຸລາ ກະ ໜ່ຳລົງມາຢ່າງກະທັນຫັນ ເຮັດໃຫ້ນໍ້າຝົນ ຜະໃສ່ໜ້າ ຜູ້ເດີນທາງ ເຖິງຂັ້ນຮູ້ສຶກແສບໜ້າ. ຂ້າພະເຈົ້າ ຄິດໃນໃຈວ່າ ຝົນຕົກ ແຮງຄື ຈັ່ງຊີ້ ອາດເຮັດໃຫ້ທ່ານ ຫວູຫງອກແທ່ງ ແລະ ຊ່າງພາບ ສັດປ່າ Ryan Deboodt ຊາວ ອາເມລິກາ ບໍ່ສາມາດໄປເຖິງ ເຊີນຈ່າ ຕົງ ຕາມເວລາ ທີ່ຄາດໄວ້.

ທີ່ແທ້ ຂ້າພະເຈົ້າຄິດຜິດ, ເມື່ອຂຶ້ນເຖິງຈອມພູ ໄດ້ເຫັນທ່ານທັງ ສອງ ຢູ່ທີ່ນັ້ນແລ້ວ. ບໍ່ເອົາຫົວຊາຕໍ່ຝົນຕົກ ລົມແຮງ ແລະ ຄືຈັ່ງ ວ່າບໍ່ໃສ່ໃຈ ຕໍ່ການມີໜ້າ ຂອງ ຂ້າພະເຈົ້າ, ທ່ານ ແທ່ງ ແລະ Ryan Deboodt ຍັງໝົກມຸ່ນ ກັບເລນກ້ອງຖ່າຍຮູບ ແບບພິເສດ ເລັງສູ່ເປີ້ນພູ ຢູ່ໄກໆ, ບ່ອນມີ ສອງ ແມ່ລູກຄ່າງຫ້າສີ ກຳລັງ ອູ້ມ ກັນຫຼົບຝົນຢ່າງສັ່ນສາຍ ໃນພຸ່ມໄມ້ ທີ່ຕຶບໜາ. ແຫຼມ ເຊີນຈ່າ ຂອງ ດ່າໜັງ ເປັນບ່ອນມີຝູງ ຄ່າງຫ້າສີ ໃຫຍ່ທີສຸດ ແລະ ມີສີສັນ ງາມທີສຸດ ເມື່ອທຽບກັບ ບ່ອນອື່ນ. ນີ້ກໍແມ່ນບ່ອນໜຶ່ງດຽວ ຢູ່ໃນ ໂລກ ທີ່ສາມາດ ສັງເກດໄດ້ ຄ່າງຫ້າສີ ໃນທຳມະຊາດ. 


ທ່ານ ຫວູຫງອກແທ່ງ, ຜູ້ອຳນວຍການ ກອງທຶນອະນຸລັກຮັກສາ ຄ່າງຫ້າສີ ຂອງ ສ ອາເມລິກາ ປະຈຳ ຫວຽດນາມ, ຜູ້ຊ່ຽວຊານ ແຖວໜ້າ
ຂອງ ຫວຽດນາມ ກ່ຽວກັບ ບັນດາປະເພດລີງ. ພາບ: ແທງຮ່ວາ



ຜູ້ຊ່ຽວຊານ ຫວູຫງອກແທ່ງ ແລະ ນັກຖ່າຍທຳ ກ່ຽວກັບສັດປ່າ ທີ່ ມີຊື່ສຽງ ຊາວ ອາເມລິກາ Ryan Deboodt ໃນຄັ້ງໄປສໍາຫຼວດ ຢູ່ ພູມສາດຕົວຈິງ
ທີ່ແຫຼມ ເຊີນຈ່າ, ນະຄອນ ດ່າໜັງ, ເດືອນ ກໍລະກົດ 2018. ພາບ: ແທງຮ່ວາ



ຜູ້ຊ່ຽວຊານ ຫວູຫງອກແທ່ງ ໃຊ້ກ້ອງສ່ອງ ທາງໄກ ສັງເກດ ເບິ່ງ ການເຄື່ອນໄຫວ ຂອງຝູງຄ່າງຫ້າສີ ທີ່ກຳລັງຫາກິນ ຢູ່ຕາມ ເປີ້ນ ພູ ຂອງ ແຫຼມ ເຊີນຈ່າ. ພາບ: ແທງຮ່ວາ


ຜູ້ຊ່ຽວຊານ ຫວູຫງອກແທ່ງ ແລະ ເພື່ອນຮ່ວມງານ ຢູ່ກອງທຶນ ອະນຸລັກຮັກສາ ຄ່າງຫ້າສີ ສ ອາເມລິກາ ປະຈຳ ຫວຽດນາມທົບ ທວນຜົນ
ຈາກການໄປສຳຫຼວດ ຄ່າງຫ້າສີ ຢູ່ ແຫຼມ ເຊີນຈ່າ, ນະ ຄອນ ດ່າໜັງ. ພາບ: ແທງຮ່ວາ



ຜູ້ຊ່ຽວຊານ ຫວູຫງອກແທ່ງ ປຶກສາຫາລື ແຜນການເຮັດວຽກ ກັບ ບັນດາເພື່ອນຮ່ວມງານ
ຢູ່ເທິງ ຈອມພູ ເຊີນຈ່າ ໃນຍາມຄ້າຍ ແລງ. ພາບ: ແທງຮ່ວາ



ການເດີນທາງໄປສຳຫຼວດຢູ່ ພູມສາດຕົວຈິງ ໃນຄັ້ງຕ່າງໆ ໄດ້ ກາຍເປັນຄວາມຫຼົງໄຫຼ ຂອງ ນັກຄົ້ນຄວ້າ ກ່ຽວກັບບັນດາປະ ເພດລີງ ຫວູຫງອກແທ່ງ. ພາບ: ແທງຮ່ວາ


ຄ່າງຫ້າສີ, ປະເພດລີງ ທີ່ຫາຍາກ ແລະ ໄດ້ຖືວ່າ ເປັນສັນຍາລັກ ຂອງ ນະຄອນ ດ່າໜັງ. ພາບ: ແທງຮ່ວາ

ຄ່າງຫ້າສີ ແມ່ນປະເພດລີງ ທີ່ຫາຍາກ ຂອງ ຫວຽດນາມ ແລະ ລາວ, ຖື ເປັນສັນຍາລັກ ຂອງ ນະຄອນ ດ່າໜັງ. ນີ້ແມ່ນປະເພດ ສັດ ທີ່ມີຄ່າຫາຍາກ ມີໄພອັນຕະລາຍ ໃກ້ຈະຖືກ ສູນພັນ, ໄດ້ ບັນທຶກຊື່ ໃນປຶ້ມແດງ ກ່ຽວກັບ ປະເພດສັດ ໃກ້ຈະຖືກສູນ ພັນ ຂອງ ສະມາຄົມ ອະນຸລັັກຮັກສາ ທຳມະຊາດສາກົນ (IUCN) ແລະ ໃນບັນຊີລາຍຊື່ ຫ້າມຄ້າຂາຍ ໃນທົ່ວໂລກ ຂອງ CITES.
ທ່ານ ຫວູຫງອກແທ່ງ ເປັນຜູ້ຊ່ຽວຊານ ທີ່ມີຊື່ສຽງ ໃນວົງການ ຄົ້ນ ຄວ້າ ກ່ຽວກັບປະເພດລີງ. ມາຍັງ ດ່າໜັງ ເທື່ອທຳອິດໃນປີ 1994, ຂະນະນັ້ນ ທ່ານ ເປັນພະນັກງານຄົ້ນຄວ້າ ແລະ ສິດສອນ ພາກວິຊາ ຊີວະສາດ, ມະຫາວິທະຍາໄລ ສັງລວມ ຮ່າໂນ້ຍ. ໃນການເດີນທາງດັ່ງກ່າວ, ທ່ານ ໄປກັບຜູ້ ຊ່ຽວຊານຊາວ ອາເມລິກາ ຄົນໜຶ່ງ, ຜູ້ກ່ອນນັ້ນ ເຄີຍທຳການ ຄົ້ນຄວ້າ ກ່ຽວ ກັບຄ່າງຫ້າສີ ຢູ່ ເຊີນຈ່າ ໃນປີ 1973. ຄັ້ງນັ້ນທັງ ສອງ ໄດ້ເຂົ້າມາ ດ່າໜັງ ເພື່ອ ຊອກຮູ້ ຄວາມຈິງ ກ່ຽວກັບ ບົດລາຍງານໜຶ່ງທີ່ວ່າ ຄ່າງຫ້າສີ ຢູ່ ເຊີນຈ່າ ບໍ່ມີອີກແລ້ວ. ນັ້ນກໍຖືວ່າ ເປັນຄັ້ງທຳອິດ ທ່ານ ແທ່ງ ເຂົ້າສູ່ການຄົ້ນຄວ້າ ກ່ຽວກັບ ຈຳພວກ ຄ່າງ ຢ່າງເປັນທາງການ ເຖິງວ່າໃນຊ່ວງເລລາ ທີ່ຍາວພໍສົມຄວນ ໃນກ່ອນນັ້ນ ທ່ານ ເຄີຍ ທຳການຄົ້ນຄວ້າ ລົງເລິກ ກ່ຽວກັບຈຳພວກ ລີງ.

ນັບແຕ່ມາເຮັດວຽກ ໃຫ້ກອງທຶນ ອະນຸລັກ ຮັກສາຄ່າງຫ້າສີ, ທ່ານ ມີເວລາ ແລະ ເງື່ອນໄຂຫຼາຍກວ່າ ໃນການຄົ້ນຄວ້າ ກ່ຽວກັບປະ ເພດ ຄ່າງຫ້າສີ ຢູ່ແຫຼມ ເຊີນຈ່າ. ນັບແຕ່ນັ້ນ ມາຮອດປັດຈຸບັນ, ເກືອບວ່າ ປີໃດ ທ່ານກໍ ຈາກ ຮ່າໂນ້ຍ ໄປຍັງດ່າໜັງ. ມີບາງປີ ໄປມາເຖິງ 2-3 ເທື່ອ, ໃຊ້ເວລາປະມານ 1 ອາທິດ ຫຼື ປະມານ ໜຶ່ງເດືອນ ເພື່ອປະຕິບັດ ການສຳຫຼວດ ພູມພາບ ຕົວຈິງ ແລະ ເກັບ ກຳຂໍ້ມູນ ກ່ຽວກັບປະເພດສັດ ທີ່ມີຄ່າຫາຍາກນີ້.



ຜູ້ຊ່ຽວຊານ ຫວູຫງອກແທ່ງ ກັບຄ່າງຫ້າສີ ທີ່ໄດ້ຮັບການຊ່ວຍ ເຫຼືອ ຢູ່ປ່າສະຫງວນແຫ່ງຊາດ ຈືມອມໄຣ, ແຂວງ ກອນຕຸມ, ຫວຽດນາມ. ພາບ: ເອກະສານ


ຜູ້ຊ່ຽວຊານ ຫວູຫງອກແທ່ງ ຊ່ວຍເຫຼືອລີງໂຕໜຶ່ງ ທີ່ຖືກແຮ້ວ ໃນ ຍາມຄໍ່າຄືນ ຢູ່ ປ່າເຊີນຈ່າ, ດ່າໜັງ. ພາບ: ເອກະສານ


ທ່ານ ຫວູ ຫງອກແທ່ງ ກັບຜູ້ຊ່ຽວຊານຍິງ ຊາວ ຕ່າງປະເທດ ໄປ ສຳຫຼວດ ປ່າ ເຊີນຈ່າ, ດ່າໜັງ ໃນປີ 2009. ພາບ: ເອກະສານ


ຜູ້ຊ່ຽວຊານ ຫວູຫງອກແທ່ງ (ນັ່ງ) ທຳການຝຶກອົບຮົບ ກ່ຽວກັບ ວິ ທີ ຈຳແນກສັດປ່າ ໃຫ້ແກ່ ພະນັກງານເຂດອະນຸລັກຮັກສາ  ເຊົາ ລາ (Pseudoryx nghetinhensis) ຂອງ ແຂວງ ເທື່ອທຽນ ເຫວ້. ພາບ: ເອກະສານ


ຜູ້ຊ່ຽວຊານ ຫວູຫງອກແທ່ງ ໃນຊົ່ວໂມງສອນ ກ່ຽວກັບ ວຽກງານ ອະນຸລັກ ຄ່າງຫ້າສີ ໃຫ້ນັກຮຽນຊັ້ນປະຖົມ ຢູ່ດ່າໜັງ. ພາບ: ເອກະສານ


ຜູ້ຊ່ຽວຊານ ຫວູຫງອກແທ່ງ ແລະ ບັນດານັກວິທະຍາສາດ ໄດ້ ຮັບລາງວັນ ອະນຸລັກ ປີ 2016
ຂອງ ສະມາຄົມ ອະນຸລັກຮັກສາ ບັນດາປະເພດລີງ ສາກົນ. ພາບ: ເອກະສານ

ພາຍຫຼັງການສຳຫຼວດຢ່າງລະອຽດຫຼາຍຄັ້ງ, ທ່ານ ແລະ ບັນດາ ເພື່ອນຮ່ວມງານ ໄດ້ປະສົບຜົນສຳເລັດ ຫຼາຍກິດຈະການຄົ້ນ ຄວ້າ ທີ່ມີຄຸນຄ່າ ເຜີຍແຜ່ຮູບພາບ, ຈຳນວນ, ສະຖານະພາບ, ຕ່ອງໂສ້ອາຫານ... ແມ່ນແຕ່ໄພຂົ່ມຂູ່ ຕໍ່ ປະເພດ ຄ່າງຫ້າສີ ຢູ່ ແຫຼມ ເຊີນຈ່າ ໃນບັນດາ ວາລະສານ ວິທະຍາສາດ ສາກົນ ທີ່ຊົງ ອິດທິພົນ ອີກດ້ວຍ. 

ທ່ານ ຫວູຫງອກແທ່ງ ເປັນນັກຄົ້ນຄວ້າ ຂອງ ພາກວິຊາ ຊີວະ ສາດ, ມະຫາວິທະຍາໄລສັງລວມ ຮ່າໂນ້ຍ, (ປັດຈຸບັນ ແມ່ນ ມະ ຫາວິທະຍາໄລ ວິທະຍາສາດ ທຳມະຊາດ, ມະຫາວິທະຍາ ໄລ ແຫ່ງຊາດ ຮ່າໂນ້ຍ). ປີ 2014, ທ່ານ ໄດ້ອອກກິນເບ້ຍບຳນານ ແລະ ເຮັດວຽກໃຫ້ ກອງທຶນອະນຸລັກ ຮັກສາ ຄ່າງຫ້າສີ (Douc Langur Foundation) ຂອງ ສ ອາເມລິກາ ປະຈໍາ ຫວຽດນາມ, ແລະ ປັດຈຸບັນ ທ່ານເປັນຜູ້ ອຳນວຍການ ຂອງ ອົງການຈັດຕັ້ງ ດັ່ງກ່າວ. 
ທ່ານ ແທ່ງ ໃຫ້ຮູ້ວ່າ ການພົບເຫັນ ປະເພດຄ່າງຫ້າສີ ຢູ່ ເຊີນຈ່າ ແມ່ນງ່າຍ, ແຕ່ສຳລັບການຄົ້ນຄວ້າ ເພື່ອອະນຸລັກຮັກສາ ແລະ ແຜ່ພັນຄ່າງຫ້າສີ ແມ່ນຂະບວນການທີ່ຍາວນານ, ລຳບາກ ແລະ ສຸດທີ່ພິຖີພິຖັນ ຂອງບັນດາຜູ້ຊ່ຽວຊານ ເພື່ອຕອບ ບັນດາຄຳຖາມ ທ່ີວ່າ: ຄ່າງຫ້າສີຢູ່ ເຊີນຈ່າ ມີຈຳນວນເທົ່າໃດ? ພື້ນທີ່ ບໍລິເວນ ໃຊ້ຊີວິດ ຂອງ ພວກມັນຄືແນວໃດ? ຄ່າງຫ້າສີ ມັກກິນຫຍັງ? ພວກມັນໃຊ້ຊີວິດແບບໃດ? ການຂະຫຍາຍພັນ ຂອງ ພວກມັນ ຄືແນວໃດ?...

ຕົວຢ່າງ ສະເພາະເລື່ອງຄົ້ນຄວ້າ ກ່ຽວກັບ ຄວາມຊີນເຄີຍ ໃນ ການກິນອາຫານຂອງ ປະເພດຄ່າງນີ້ ທ່ານ ແລະ ເພື່ອນຮ່ວມ ງານຕ້ອງໃຊ້ເວລາກວ່າ 15 ປີ ເພື່ອການຄົ້ນຄວ້າ ຈົນເຖິງປັດຈຸ ບັນ ຍັງບໍ່ທັນສໍາເລັດ. ທ່ານ ແທ່ງ ກ່າວວ່າ: ຍ້ອນພຶດຕິກໍາ “ປີນີ້ ເຫັນພວກຄ່າງ ກິນໃບໄມ້, ປີຕໍ່ມາ ເຫັນພວກມັນ ກິນໝາກໄມ້, ປີ ຕໍ່ໄປຊຳ້ເຫັນ ພວກມັນກິນດອກໄມ້...”.

ເປັນເວລາກວ່າ 25 ປີ ທຳການຄົ້ນຄວ້າລົງເລິກກ່ຽວກັບ ເຊີນຈ່າ, ກັບການດຳລົງຊີວິດ ຂອງ ຄ່າງຫ້າສີ ແຕ່ລະໂຕ ກໍພໍເຮັດ ໃຫ້ທ່ານ ແທ່ງ ມີຄວາມຮູ້ສຶກສະໜິດຕິດພັນ ກໍຄື ມີຄວາມຊົງຈໍາຫຼາຍຢ່າງ ຊຶ່ງທ່ານ ຍາກຈະຫຼົງລືມໄດ້. ອາດເປັນຍ້ອນ ເຫດຜົນດັ່ງກ່າວ ຍາມໃດທ່ານ ແທ່ງ ກໍມີຄວາມຄິດກັງວົນ ເຖິງເລື່ອງ ເຮັດແນວ ໃດເພື່ອອະນຸລັກຮັກສາຝູງຄ່າງ ແລະ ສະພາບແວດລ້ອມແຫ່ງ ການດຳລົງຊີວິດຂອງພວກມັນ ຢູ່ແຫຼມ ເຊີນຈ່າ ໄດ້ດີ. ຍ້ອນນີ້ ແມ່ນບ່ອນມີສະພາບແວດລ້ອມແຫ່ງການ ດຳລົງຊີວິດດີທີສຸດ ແລະ ທັງເປັນບ່ອນມີຝູງຄ່າງ ຈຳນວນຫຼາຍທີ່ສຸດ ແລະ ງາມທີ່ ສຸດຂອງໂລກ. ໃນຄວາມຄິດຂອງ ຜູ້ຊ່ຽວຊານ ຫວູຫງອກແທ່ງ ເຫັນວ່າ: “ຖ້າຫາກເກີດ ມີກໍລະນີ ຝູງຄ່າງຢູ່ ບ່ອນອື່ນຖືກສູນພັນ, ເຊີນຈ່າ ຈະເປັນບ່ອນໃຫ້ພວກເຮົາຄົ້ນຄວ້າ ແລະ ໃຫ້ພວກມັນ ແຜ່ຂະຫຍາຍຄືນໃໝ່”.


ບົດ: ແທງຮ່ວາ - ພາບ: ແທງຮ່ວາ ແລະ ເອກະສານ