Choi Ju Young-ຜູ້ຊ່ຽວຊານດ້ານການຟື້ນຟູສຸຂະພາບ ໃຫ້ແກ່ບັນດານັກເຕະ ທີມຊາດ ຫວຽດນາມ
ກ່ອນມາເຮັດວຽກຢູ່ ຫວຽດນາມ, ທ່ານ Choi Ju Young ເຄີຍໄດ້ເຮັດວຽກກັບທີມຊາດບານສົ່ງ ກາຕາ ເປັນເວລາ 10 ປີ ແລະ ກັບທີມຊາດບານເຕະ ສ ເກົາຫຼີ ເປັນເວລາເກືອບ 20 ປີ. ທ່ານ Choi Ju Young ໄດ້ໄຂຄວາມໃນໃຈອອກ ວ່າ: “ສຳລັບຂ້າພະເຈົ້າ, ນີ້ບໍ່ແມ່ນ ທາງເລືອກທີ່ງ່າຍດາຍ ເພາະວ່າ ຂ້າພະເຈົ້າບໍ່ໄດ້ເຮັດວຽກນຳ ນັກເຕະບານ ເປັນ ເວ ລາ ເກືອບ 10 ປີແລ້ວ. ເຖິງວ່າ ໄດ້ຮັບຄຳເຊື້ອເຊີນ ມາເຮັດ ວຽກ ນຳຄູຝຶກທີມຊາດ ຫວຽດນາມ Park Hang Seo, ແຕ່ ຂ້າພະເຈົ້າເຫັນໄດ້ວ່າ ຢູ່ ຫວຽດນາມ ກໍ່ມີຫຼາຍຄົນສົນໃຈ ດ້ານການປິ່ນປົວ ແລະ ຟື້ນຟູສຸຂະພາບ ໃຫ້ແກ່ນັກກິລາ”.
ເມື່ອມາເຮັດວຽກຢູ່ ຫວຽດນາມ, ທ່ານ Choi Ju Young ເຫັນວ່າ ພື້ນຖານວັດຖຸ ຮັບໃຊ້ໃຫ້ແກ່ວຽກງານປິ່ນປົວ ໃຫ້ ແກ່ນັກກິລາ ຍັງມີຄວາມຈຳກັດ, ເພາະສະນັ້ນ ເພິ່ນຈຶ່ງເອົາ ມານຳອຸປະກອນ ທີ່ ຈຳເປັນຫຼາຍຢ່າງ ເພື່ອຊ່ວຍເຫຼືອໃຫ້ ແກ່ວຽກງານຂອງຕົນ. ເຖິງວ່າ ຍັງປະສົບຄວາມຫຍຸ້ງຍາກ ໃນຫຼາຍດ້ານ, ແຕ່ສຳລັບຈຳນວນ ອຸປະກອນ ທີ່ມີພ້ອມ, ເພິ່ນຍັງຮັບຜິດຊອບ ວຽກງານ ປິ່ນປົວ ແລະ ຟື້ນຟູບາດເຈັບ ໃຫ້ແກ່ ນັກກິລາ ຂອງຕົນ ໄດ້ເປັນຢ່າງດີ.
ພ້ອມກັບບັນດາວິທີການປ່ິນປົວ ແລະ ຟື້ນຟູສຸຂະພາບ ຕົວ ຈິງ ທີ່ມີປະສິດທິພາບ ແລ້ວ, ທ່ານ Choi Ju Young ຍັງ ສືບຕໍ່ຊອກຫາວິທີການປ່ິນປົວ ແລະ ຟື້ນຟູສຸຂະພາບ ໃໝ່ ອີກດ້ວຍ. ເຖິງປັດຈຸບັນ, ນັກເຕະທີມຊາດ ຫວຽດນາມ ຈຳ ນວນໜຶ່ງ ໄດ້ຜູ້ຊ່ຽວຊານ Choi Ju Young ປິ່ນປົວອາການ ບາດເຈັບໃຫ້ ຢ່າງມີປະສິດທິຜົນຄື: ວັດເຮົ້າ, ດິ່ງຈ້ອງ, ວັນ ແທງ, ຮ່າດຶກຈິງ, ຈ້ອງຮວ່າງ ແລະ ວັນກວ໋ຽດ. ປັດຈຸບັນ, ເພິ່ນກໍາລັງປິ່ນປົວອາການບາດເຈັບໃຫ້ແກ່ນັກເຕະ ດິ່ງຈ້ອງ ແລະ ວັນດຶກ.
ບົດ: ເງິນຮ່າ, ມິນທູ - ພາບ: ເຕິດເຊີນ, ແທງຢາງ