05/05/2019 12:07 GMT+7 print

ຊົນເຜົ່າ ເກີ່ລາວ

      ເກີ່ລາວ ແມ່ນໜຶ່ງໃນຈໍານວນຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນໜ້ອຍຢູ່ ຫວຽດນາມ. ຊາວເຜົ່າ ເກີ່ລາວ ຍັງມີຊື່ເອີ້ນອື່ນອີກຄື: ຕື໊ດື, ຮໍກີ, ວາວເດ່. ຊົນເຜົ່າ ເກີ່ລາວ ອົບພະຍົບມາຢູ່ ຫວຽດນາມ ໂດຍຫ່າງຈາກນີ້ປະມານ 150 –200 ປີ. ຊາວເຜົ່າ ເກີ່ລາວ ແບ່ງອອກເປັນກຸ່ມຢູ່ຕາມທ້ອງຖິ່ນຕ່າງໆ ເຊິ່ງລວມມີ ເກີ່ລາວຂຽວ, ເກີ່ລາວຂາວ, ເກີ່ລາວແດງ ດ້ວຍຈຳນວນພົນລະເມືອງທັງໝົດຍັງບໍ່ຮອດ 3.000 ຄົນ, ອາໄສຕົ້ນຕໍຢູ່ແຂວງ ຮ່າຢາງ. ກ່ອນໜ້ານີ້ ຊາວເຜົ່າ ເກີ່ລາວ ມີພາສາສະເພາະ, ແຕ່ມາໃນປັດຈຸບັນ ຄົນ ເກີ່ລາວ ສ່ວນຫຼາຍແມ່ນບໍ່ຮູ້ພາສາຂອງຊົນເຜົ່າຕົນ. ໃນການພົບປະແລກປ່ຽນວັດທະນະທຳກັບຊົນເຜົ່າອື່ນ, ເຂົາເຈົ້າອາດຈະໃຊ້ພາສາ ກວານຮ໋ວາ, ພາສາ ນຸ່ງ ຫຼື ພາສາ ປູແປ໊ວ, ເຮີມົງ.
            ຊາວເຜົ່າ ເກີ່ລາວ ມາອາໄສຕົ້ນຕໍຢູ່ເຂດພູດອຍທາງພາກເໜືອ ຫວຽດນາມ ຢູ່ເຂດພູຫີນສູງ ຕາຍແມ່ວ ແລະ ຕາມປົກກະຕິແລ້ວແມ່ນ ດຳລົງຊີວິດເປັນແຕ່ລະໝູ່ບ້ານ ປະມານ 15 – 20 ຫຼັງຄາເຮືອນ ຢູ່ເຂດພູເມືອງ ຮວ່າງຊູຟີ່ ຫຼື ເຂດພູຫີນສູງ ຕາຍແມ່ວ ຢູ່ເມືອງ ດົ່ງວັນ (ຮ່າຢາງ). ຊາວເຜົ່າ ເກີ່ລາວ ເຮັດໄຮ່ເຮັດສວນ, ປູກຝັງຕາມຫວ່າງຫີນເປັນຕົ້ນຕໍ. ສາລີແມ່ນສະບຽງອາຫານຕົ້ນຕໍ. ຢູ່ໄຮ່ ເຂົາເຈົ້າຍັງປູກໝາກຖົ່ວແຂ້ວມ້າ, ເຂົ້າບາເລ, ໝາກຖົ່ວແປບ, ໝາກຊູ…ຊາວເຜົ່າ ເກີ່ລາວ ທີ່ຢູ່ເຂດດິນແດນພູສູງແມ່ນດຳລົງຊີວິດດ້ວຍອາຊີບເຮັດນາຂັ້ນໄດ, ເຂົ້າແມ່ນສະບຽງອາຫານຕົ້ນຕໍ. ອາຊີບຫັດຖະກຳທີ່ເປັນມູນເຊື້ອແມ່ນຈັກສານ ແລະ ເຮັດເຟີນີເຈີໄມ້. ຫຼາຍໝູ່ບ້ານມີຊ່າງຫຼໍ່ຫຼອມສ້ອມແປງອຸປະກອນການກະເສດ. ຈຸດທີ່ຮັບຮູ້ໄດ້ງ່າຍວ່າແມ່ນຊາວເຜົ່າ ເກີ່ລາວ ນັ້ນກໍ່ແມ່ນກໍຄືຊຸດເຄື່ອງນຸ່ງຂອງແມ່ຍິງ. ແມ່ຍິງເກີ່ລາວ ນຸ່ງເສື້ອຍາວເຖິງຫົວເຂົ່າ, ເທິງໜ້າເອິກ ແລະ ແຂນເສື້ອມີແພສີຕ່າງໆຫຍິບຕື່ມໃສ່ອີກ. ປັດຈຸບັນ ເສື້ອດ້ານໃນທີ່ມີແຂນເສື້ອຍາວ ແລະ ເສື້ອດ້ານນອກທີ່ມີແຂນເສື້ອສັ້ນນັ້ນ ຍັງໄດ້ນຳໃຊ້ຢູ່່. ທ່ານ ຫງວຽນຮຶ໊ວເຊີນ ຮອງປະທານສະມາຄົມສິລະປະພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າ:
ຊີວິດການເປັນຢູ່ຂອງ ຊາວເຜົ່າ ເກີ່ລາວ ໃນຊຸມປີມໍ່ໆມານີ້ ມີການປ່ຽນແປງຫຼາຍຢ່າງ, ພິເສດ ເມື່ອເປີດປະຕູຊາຍແດນ, ພາສາດັ້ງເດີມ ແລະ ພາສາ ກວານຮ໋ວາ ກໍໄດ້ນຳໃຊ້ສະຫຼັບກັນ. ຊຸດເຄື່ອງນຸ່ງກໍມີການປ່ຽນແປງຫຼາຍຢ່າງ, ກ່ອນໜ້ານີ້ ຊາວເຜົ່າ ເກີ່ລາວ ໃຊ້ແພທີ່ຕ່ຳດ້ວຍມື ແລະ ຍ້ອມດ້ວຍສີທຳມະຊາດເພື່ອຕັດຫຍິບຊຸດເຄື່ອງນຸ່ງເສື້ອຜ້າອາພອນ, ແຕ່ປັດຈຸບັນ ເຂົາເຈົ້າໃຊ້ແພ ແລະ ຍ້ອມສີແບບສຳເລັດຮູບ. ແຕ່ເຖິງຢ່າງໃດກໍຕາມ, ບັນດາຊຸດເຄື່ອງນຸ່ງເຫຼ່ົານັ້ນ ກໍຍັງຮັກສາລັກສະນະສີສັນສະເພາະຂອງຊາວເຜົ່າ ເກີ່ລາວ, ພິເສດແມ່ນບັນດາລວດລາຍ ແລະ ຮູບແບບໃນການຕັດຫຍິບ ກໍຍັງຄົງຮັກສາຈຸດທີ່ເປັນມູນເຊື້ອໄວ້ໄດ້”.
ແຕ່ລະໝູ່ບ້ານຂອງຊາວເຜົ່າ ເກີ່ລາວ ມີປະມານ 15 – 20 ຫຼັງຄາເຮືອນ, ປົກກະຕິ ແມ່ນບັນດາຄອບຄົວຢູ່ໃນຕະກຸນດຽວກັນ ດຳລົງຊີວິດຢູ່ໃກ້ກັນ. ເຮືອນຂອງຊາວເຜົ່າ ເກີ່ລາວ ມີ 3 ຫ້ອງໃຫຍ່ ແລະ 2 ຫ້ອງນ້ອຍ, ຫຼັງຄາມຸງດ້ວຍຫຍ້າ ຫຼື ໄມ້ຊາງລໍ, ໄມ້ເຮ້ຍຜ່າເຄິ່ງແລ້ວທຸບໃຫ້ພຽງ. ຊາວເຜົ່າ ເກີ່ລາວແດງ ເຮັດເຮືອນຝາດິນຄືແບບເຮືອນຂອງຊາວເຜົ່າ ປູແປ໊ວ, ມີຝາທີ່ເຮັດດ້ວຍດິນດາກຕຳມຸ່ນດີ. ທຸກໆມື້ ຊາວເຜົ່າ ເກີ່ລາວ ຕ້ອງຫາບນ້ຳເມືອເຮືອນ; ຢູ່ເຂດດິນແດນພູສູງ, ເຂົາເຈົ້າໃຊ້ຮາງເພື່ອຕໍ່ເອົານໍ້າໄປຮອດເຮືອນເລີຍ.ຊາວເຜົ່າ ເກີ່ລາວ ບູຊາບັນພະບູລຸດ 3 – 4 ເຊັ່ນຄົນ, ສະເພາະຊາວເຜົ່າ ເກີ່ລາວ ຕາມປົກກະຕິແລ້ວ ແມ່ນຖະຫວາຍຂຶ້ນຮ້ານບູຊາມີກະດູກຄາງໝູ ດ້ວຍຄວາມໝາຍທີ່ວ່າ ປີໃດກໍມີໝູບູຊາ ເພື່ອໃຫ້ບັນພະບຸລຸດດົນບັນດານໃຫ້ປີຕໍ່ໄປທຳການລ້ຽງສັດໄດ້ຮັບຜົນດີ, ຄອບຄົວພົບແຕ່ສິ່ງທີ່ດີງາມ.

ຊຸດອາພອນຂອງຊາວເຜົ່າເກີ່ລາວ (ພາບ:VOV) 
      ໃນການດຳລົງຊີວິດດ້ານຈິດວິນຍານຂອງຊາວເຜົ່າ ເກີ່ລາວ ແມ່ນມີຫຼາຍພິທີກຳຄື: ພິທີຕັ້ງຊື່, ພິທີຄົບກະສຽນເຕີບໃຫຍ່, ພິທີແຕ່ງດອງ, ງານສົບ… ໃນນັ້ນພິທີຄົບກະສຽນເຕີບໃຫຍ່ສຳລັບໄວໝຸ່ມຂອງຊົນເຜົ່າເກີ່ລາວ ແມ່ນມີຄວາມໝາຍທີ່ສຸດ. ຊົນເຜົ່າ ເກີ່ລາວ ມີຄວາມສຳນຶກວ່າ ພິທີຕັ້ງຊື່ໃຫ້ຄົນທີ່ຄົບກະສຽນເຕີບໃຫຍ່ແມ່ນຂີດໝາຍທີ່ສຳຄັນ. ຄຽງຄູ່ກັບພິທີກຳຕ່າງໆນີ້, ບັນດາແຂກທີ່ຖືກເຊີນເຂົ້າຮ່ວມງານຍັງໄດ້ຮ້ອງລຳທຳເພງພື້ນເມືອງເພື່ອສະແດງດີໃຈ ແລະ ມ່ວນຊື່ນ. ໃນການດຳລົງຊີວິດ, ຊາວເຜົ່າ ເກີ່ລາວ ເຮັດການກະສິກອນເປັນຕົ້ນຕໍ. ວຽກງານຂອງຊາວກະເສດຢູ່ເທິງພູສູງ, ເຮັດນາຢູ່ດິນຄ້ອຍຊັນ, ສະນັ້ນ ມີຄວາມຫຍຸ້ງຍາກລຳບາກທີ່ສຸດ, ຍ້ອນແນວນັ້ນ ເລື່ອງຜູ້ຊາຍໃນຄອບຄົວໄດ້ຮັບການຮັບຮອງວ່າໄດ້ເຖິງກະສຽນເຕີບໃຫຍ່ ແມ່ນຄວາມເອກອ້າງທະນົງໃຈຂອງຄອບຄົວ ແລະ ຂອງທັງຕະກຸນ. ທ່ານ ລຶວເຊິ໋ມວ້ານ, ນັກຄົ້ນຄວ້າກ່ຽວກັບຊົນເຜົ່າຂອງແຂວງ ຮ່າຢາງ ໃຫ້ຮູ້ວ່າ:
ພິທີຄົບກະສຽນເຕີບໃຫຍ່ຂອງຊາວເຜົ່າ ເກີ່ລາວ ແມ່ນສະຫງວນໃຫ້ບັນດາຄອບຄົວທີ່ມີລູກເຖິງກະສຽນເຕີບໃຫຍ່, ສະແດງເຖິງຄົນຜູ້ນັ້ນ ໄດ້ເຕີບໃຫຍ່ເປັນຄົນຮູ້ຜູ້ດີ, ໄດ້ຮັບການຮັບຮອງຈາກປະຊາຄົມ, ຈາກນັ້ນ ຄົນຜູ້ນັ້ນກໍສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຂອງປະຊາຄົມ”.
ຫຼາຍສະຕະວັດຜ່ານມາ, ຊີວິດການເປັນຢູ່ໄດ້ມີການປ່ຽນແປງຫຼາຍຢ່າງ, ນັບມື້ນັບທັນສະໄໝ, ແຕ່ຊາວເຜົ່າ ເກີ່ລາວ ກໍຍັງຄົງຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອ, ສະຖາປັດຕະຍະກຳເຮືອນຢູ່ອາໄສທີ່ເປັນເອກະລັກສະເພາະໄວ້ໄດ້ຫຼາຍຢ່າງ. ຄຽງຄູ່ກັນນັ້ນ, ເຖິງວ່າຊຸດເຄື່ອງນຸ່ງເສື້ອຜ້າອາພອນຖືກຈາງຫາຍໄປສ່ວນໃດສ່ວນໜຶ່ງກໍຕາມ, ແຕ່ແມ່ຍິງ ເກີ່ລາວ ຍັງຄົງຖືຊຸດ ອາພອນປະຈຳເຜົ່າຕົນເປັນສຳຄັນ. ພິເສດແມ່ນພໍ່ແມ່ປະຊາຊົນ ເກີ່ລາວ ຍັງຄົງຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງຊົນເຜົ່າຕົນໄວ້ໄດ້.
 (ແຫຼ່ງຄັດຈາກ VOV)